spot_img
Homeຂ່າວພາຍ​ໃນເປີດ​ໂຕ​ທະນາຄານ​ຫວຽດຕິນ ​ເປັນ​ແຫ່ງ​ທີ 4 ຂອງ​ທະນາຄານ​ຫວຽດນາມ​ຢູ່​ລາວ

ເປີດ​ໂຕ​ທະນາຄານ​ຫວຽດຕິນ ​ເປັນ​ແຫ່ງ​ທີ 4 ຂອງ​ທະນາຄານ​ຫວຽດນາມ​ຢູ່​ລາວ

Published on

vietin+bank

ພິທີ​ເປີດ​ໂຕ​ຢ່າງ​ເປັນ​ທາງ​ການ​ຂອງ​ທະນາຄານ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ​ຈຳກັດ (Vietin Bank) ​ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 8 ສິງຫານີ້ ທີ່​ນະ ຄອນຫລວງ​ວຽງ​ຈັນ ​ເພື່ອ​ເປັນ​ການ​ຍົກ​ລະດັບ​ຈາກ​ສາຂາ​ມາ​ເປັນ​ທະນາຄານ Vietin Bank ຢ່າງ​ເຕັມ​ຮູບ​ແບບ ​ໂດຍ​ການ​ເຂົ້າຮ່ວມ​ຂອງ​ທ່ານ ສົມ​ພາວ ​ໄພຈິດ ຜູ້​ວ່າການ​ທະນາຄານ​ແຫ່ງ ສປປ ລາວ, ທ່ານ​ນາງ ​ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ-ການ​ຄ້າ, ທ່ານ ຫງວຽນ​ແມ໋​ງຮຸ່ງ ​ເອກ​ອັກຄະ​ລັດຖະທູດ ສສ ຫວຽດນາມປະຈຳ​ລາວ ​ແລະ ທ່ານ ຫງວຽນດຶກ​ຕ່ຽນ ຜູ້​ຊ່ວຍ​ວ່າການ​ທະນາຄານ​ແຫ່ງ​ລັດ ສສ ຫວຽດນາມ ​ແລະ ທ່ານ​ອຳນວຍ​ການ​ໃຫຍ່​ທະນາຄານ Vietin Bank ພ້ອມ​ພະນັກງານ​ຂັ້ນສູງ​ຂອງ​ລາວ ​ແລະ ທະ ນາຄານ​ດັ່ງກ່າວ​ເຂົ້າຮ່ວມ​ເປັນ​ຈຳນວນ​ຫລາຍ.

ອຳນວຍ​ການ​ໃຫຍ່​ທະນາຄານ​ດັ່ງກ່າວ ​ໃຫ້​ຮູ້​ວ່າ: ທະນາຄານ​ຫວຽດຕິນ ​ໄດ້​ມາ​ເປັນ​ສາຂາ​ຢູ່​ລາວ​ແຕ່​ເດືອນ​ກຸມພາ 2012 ຜ່ານ​ມາ ​ແລະ ດ້ວຍ​ການ​ອຸ້ມ​ຊູ​ຊ່ວຍ​ເຫລືອ​ຂອງ​ທະນາຄານ​ແຫ່ງ ສປປ ລາວ, ຂະ​ແໜງ​ການ​ຕ່າງໆ​ຂອງ​ລາວ ລວມທັງ​ບັນດາ​ຫົວໜ່ວຍ​ທຸລະ​ກິດ​ຫວຽດນາມ​ຢູ່​ລາວ ​ແລະ ຊາວ​ຫວຽດນາມ​ຕ່າງ​ດ້າວ ​ແລະ ບັນດາ​ນັກທຸລະກິດ​ລາວ, ​ໄດ້​ຊ່ວຍ​ໃຫ້ການ​ດຳ​ເນີນ​ງານ​ຂອງ​ທະນາຄານ​ມີ​ຜົນ​ຄືບ​ໜ້າ​ມາ​ແຕ່​ຫົວທີ່ ​ເຊິ່ງສະ​ແດງ​ອອກ​ໃຫ້​ເຫັນ​ຜ່ານ​ຜົນ​ຂອງ​ການ​ດຳ​ເນີນ​ທຸລະ​ກິດ​ມີ​ຄວາມ​ຄືບ​ໜ້າ​ໃນ​ແຕ່ລະ​ປີ, ຖ້າ​ໄລ່​ມາ​ຮອດ​ໄຕ​ມາດ​ສອງ​ຂອງ​ປີ 2015 ນີ້, ທະນາຄານ Vietin Bank ສາຂາ​ແຫ່ງ​ນີ້ມີ​ຍອດ​ຊັບ​ສິນ​ທັງ​ໝົດ 160 ລ້ານ​ໂດ​ລາ​ສະຫະລັດ, ມີ​ຍອດ​ໜີ້ສິນ​ເຊື່ອ​ຫລາຍ​ເຖິງ 95 ລ້ານ​ໂດ​ລາ ​ແລະ ປີ 2014 ຜ່ານ​ມາ, ທະນາຄານ​ດັ່ງກ່າວ​ມີ​ຜົນ​ກຳ​ໄລ​ບັນລຸ 2,4 ລ້ານ​ໂດ​ລາ.

ພາຍຫລັງ​ໄດ້​ຮັບ​ການ​ຍົກ​ລະດັບ​ຈາກ​ສາຂາ​ມາ​ເປັນ​ທະນາຄານ​ຫວຽດຕິນຢ່າງ​ເຕັມ​ຮູບ​ແບບ​ນີ້​ແລ້ວ, ທະນາ ຄານ​ຈະ​ເພີ່ມ​ຍອດ​ທຶນ​ໝູນວຽນ​ຂອງ​ຕົນ​ຂຶ້ນ​ເປັນ 50 ລ້ານ​ໂດ​ລາ​ສະຫະລັດ ​ເຊິ່ງມີ​ສຳນັກງານ​ໃຫຍ່​ຕັ້ງຢູ່​ເຮືອນ​ເລກທີ 29 ຖະໜົນ​ຂຸນ​ບູລົມ ນະຄອນຫລວງ​ວຽງ​ຈັນ ​ແລະ ມີ​ສາຂາ​ຢູ່​ເມືອງ​ປາກ​ເຊ ​ແຂວງ​ຈຳປາ​ສັກ​ນຳ​ອີກ.

ອຳນວຍ​ການ​ໃຫຍ່ ​ໃຫ້​ຮູ້​ວ່າ: ການ​ຍົກ​ລະດັບ​ດັ່ງກ່າວ​ຈະ​ຊ່ວຍ​ໃຫ້​ທະນາຄານ​ດັ່ງກ່າວ​ເປັນ​ເຈົ້າການ​ເຄື່ອນ​ໄຫວ​ທຸລະ​ກິດ​ຂອງ​ຕົນ​ຢູ່​ລາວ​ຢ່າງ​ເປັນ​ເອກະລາດ, ສາມາດ​ເປີດ​ສາຂາ​ຕ່າງໆ​ຢູ່​ບັນດາ​ທ້ອງ​ຖິ່ນ​ຂອງ​ລາວ​ໄດ້​ດ້ວຍ​ຕົນ​ເອງ ​ເພື່ອ​ສາມາດ​ສະໜອງ​ຜະລິດ​ຕະພັນ​ຂອງ​ຕົນ​ໃຫ້​ລູກ​ຄ້າ​ໄດ້​ຢ່າງ​ຫລາກ​ຫລາຍ ​ແລະ ນີ້ກໍ​ແມ່ນ​ຍຸດ​ທະ​ສາດ ​ເພື່ອ​ກ້າວ​ໄປ​ເຊື່ອມ​ໂຍງ​ເສດຖະກິດ​ຂອງ​ພາກພື້ນ ​ແລະ ຂອງ​ໂລກ​ໃນ​ອະນາຄົດ.

ໃນ​ພິທີດັ່ງກ່າວ, ທ່ານ​ຜູ້​ວ່າການ​ທະນາຄານ​ແຫ່ງ ສປປ ລາວ ສົມ​ພາວ ​ໄພຈິດ ກໍ​ໄດ້​ມີ​ຄຳ​ເຫັນ​ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ​ຕໍ່​ຜົນສຳ​ເລັດ​ຂອງ​ທະນາຄານ​ຫວຽດຕິນ​ໃນ​ການ​ຕັດສິນ​ໃຈ​ຍົກ​ລະດັບ​ການ​ເຄື່ອນ​ໄຫວ​ຂອງ​ຕົນ​ຂຶ້ນອີກ​ກ້າວ​ໜຶ່ງ ​ແລະ ສິ່ງ​ນີ້ຈະ​ຊ່ວຍ​ໃຫ້​ທະນາຄານ​ດັ່ງກ່າວ​ມີ​ເງື່ອນ​ໄຂ​ເຄື່ອນ​ໄຫວ​ທຸລະ​ກິດ​ຂອງ​ຕົນ​ໄດ້​ກວ້າງຂວາງ​ເລິກ​ເຊິ່ງ ​ແລະ ມີ​ຫລາກ​ຫລາຍ​ຜະລິດ​ຕະພັນ ​ເພື່ອ​ສະໜອງ​ໃຫ້​ສັງຄົມ​ໄດ້​ຢ່າງ​ທົ່ວ​ເຖິງ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ພັດ ທະນາ​ເສດຖະກິດ-ສັງຄົມ​ຂອງ​ລາວ ກໍ​ຄື​ຫວຽດນາມ​ນັບ​ມື້​ເຕີບ​ໃຫຍ່​​ເຂັ້ມ​ແຂງ.

 

ຂອບໃຈຂ່າວຈາກ:

ລພນ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...