spot_img
Homeຂ່າວເຫດການກະຊວງພາຍໃນຊີ້ແຈງ ເຫດຜົນຢຸດສອບເສັງເອົາບັດຂຽວ ເຂົ້ົ້າເປັນລັດຖະກອນ!

ກະຊວງພາຍໃນຊີ້ແຈງ ເຫດຜົນຢຸດສອບເສັງເອົາບັດຂຽວ ເຂົ້ົ້າເປັນລັດຖະກອນ!

Published on

gov+test

ໃນວັນທີ 7 ສິງຫາຜ່ານມານີ້,ທີ່ກະຊວງພາຍໃນ,ທ່ານ ວິໄຊ ພັນດານຸວົງ ລັດຖະມົນຕີຊ່ວຍວ່າການກະຊວງດັ່ງກ່າວໄດ້ອອກມາຕອບຂໍ້ຂ້ອງໃຈກ່ຽວກັບການ ຢຸດຕິການສອບເສັງເຂົ້າລັດຖະກອນພາກຄວາມຮູ້ທົ່ວໄປຕໍ່ສື່ມວນຊົນວ່າ:ໂດຍປະຕິບັດຕາມແຈ້ງການເລກທີ 412/ຫລບ,ກສວ,ລົງວັນທີ 10 ມິນາ 2015 ຂອງຫ້ອງວ່າການລັດຖະບານ ກ່ຽວກັບການເພີ່ມຄວາມຮັບຜິດຊອບໃຫ້ອົງ ການຄຸ້ມຄອງລັດຖະກອນແຕ່ລະຂັ້ນ ໃຫ້ຫລາຍຂຶ້ນເພື່ອເຮັດໃຫ້ການສອບ ເສັງຄັດເລືອກ ແລະ ບັນຈຸລັດຖະກອນໃໝ່ບໍ່ຜ່ານຫລາຍຂັ້ນຕອນ, ຫລາຍຂອດ,ປະຫຍັດເວລາ ແລະ ງົບປະມານໃນການຈັດຕັ້ງປະຕິບັດຕົວຈິງ ​ແລະ ຫ້ກະຊວງພາຍໃນເພີ່ມບົດບາດຄຸ້ມຄອງມະຫາພາກ ກ່ຽວກັບການຄຸ້ມຄອງລັດຖະກອນເປັນຕົ້ນຕໍດ້ວຍການຊຸກຍູ້, ຕິດຕາມ ແລະ ກວດກາບັນດາກະຊວງ,ອົງການສູນກາງ ແລະ ທ້ອງຖິ່ນກ່ຽວກັບການຈັດຕັ້ງປະຕິບັດດໍາລັດເລກທີ 82/ນຍ,ລົງວັນທີ 19 ພຶດສະພາ 2003 ວ່າດ້ວຍລະບຽບລັດຖະກອນ ແຫ່ງ ສປປ ລາວ ແລະ ລະບຽບການຕ່າງໆກ່ຽວກັບການຄຸ້ມຄອງລັດຖະກອນໃຫ້ຫັນສູ່ຄຸນນະພາບຫລາຍຂຶ້ນ.

ລັດຖະມົນຕີຊ່ວຍກ່າວຕື່ມອີກວ່າ: ເຖິງແມ່ນກະຊວງພາຍໃນຈະຢຸດຕິການສອບເສັງເຂົ້າລັດຖະກອນພາກ ຄວາມ ຮູ້ທົ່ວໄປກໍຕາມນັບແຕ່ສົກປີ 2015-2016 ກະຊວງພາຍໃນໄດ້ສ້າງຕິນິກໍາ, ລະບຽບ, ເອກະສານຄູ່ມື, ມາດຕະການ ແລະວາງແຜນການລວມກ່ຽວກັບການບັນຈຸລັດຖະກອນໃໝ່,ພອ້ມທັງຈັດຕັ້ງເຜີຍແຜ່ຄວາມຮູ້ແລະຄວາມເຂົ້າໃຈເພື່ອເປັນບ່ອນອີງໃຫ້ແກ່ບັນດາກະຊວງ, ອົງການແລະທ້ອງຖິ່ນນໍາໄປຜັນຂະຫຍາຍ, ຈັດຕັ້ງປະຕິບັດຕົວຈິງໃນແຕ່ລະສົກງົບປະມານຢ່າງມີປະສິດທິພາບ, ຊຸກຍູ້, ຕິດຕາມ ແລະ ກວດກາການຈັດຕັ້ງປະຕິບັດສອບເສັງການບັນຈຸລັດຖະກອນຂອງບັນດາກະຊວງ, ອົງການຂັ້ນສູນກາງ ແລະ ທ້ອງຖິ່ນໃນແຕ່ລະສົກງົບປະມານໃຫ້ມີຄຸນນະພາບ, ປະສານສົມທົບແລະ ຊຸກຍູ້ບັນດາກະຊວງ, ອົງການຂັ້ນສູນກາງ ແລະ ທ້ອງຖິ່ນຄົ້ນຄວ້າປັບປຸງກົນໄກ ແລະ ລະບົບການສອບເສັງເພື່ອຫັນເປັນທັນສະໄໝ, ຮັບປະກັນໄດ້ຄວາມສະເໜີພາບໂປງໄສ ແລະ ມີຄວາມຍຸຕຕິທໍາ, ຕີຖອຍການສອບເສັງ, ການເລືອກເຟັ້ນເຂົ້າເປັນລັດຖະກອນແບບບໍ່ຖືກຕ້ອງ, ຮັກສາຄອງເດີມ ແລະ ຂາດຄຸນນະພາບ.

 

ຂອບໃຈຂ່າວຈາກ:

ລພນ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...