spot_img
Homeຄວາມງາມຜິວ​ເສຍ​ເພາະ​ດື່ມ​ແອວກໍຮອລ໌ ບໍ່​ຢາກ​ໝົດ​ງາມ​ເຊົາຊະ

ຜິວ​ເສຍ​ເພາະ​ດື່ມ​ແອວກໍຮອລ໌ ບໍ່​ຢາກ​ໝົດ​ງາມ​ເຊົາຊະ

Published on

617

          ສຳລັບ​ສາວ​ໆມັກສະຫລອງກັນແລ້ວ ຊ່ວງ​ເວລາ​ທີ່​ໄດ້​ດື່ມ​ແອນ​ກໍ​ຮໍ​ກັບ​ເພື່ອນ​ໆຄື​ຊົ່ວ​ໂມງ​ແຫ່ງ​ຄວາມ​ສຸກ​ສະໜຸກສະໜານ​ເລີຍ​ແຕ່​ບອກ​ເລີຍ​ວ່າ​ຊ່ວງ​ເວລາ​ແຫ່ງ​ຄວາມ​ສຸກ​ແບບ​ນີ້​ມັນ​ສັ້ນ​ເພາະ​ຖ້າ​ດື່ມ​ເລື້ອຍໆຕໍ່ໄປ​ກໍ​ຕ້ອງ​ເຈີ​ກັບ​ບັນຫາ​ຜິວ​ທີ່​ເຈີ​ແລ້ວ​ຢາກ​ຈະ​​ຮ້ອງ​ດັງ​ໆເລີຍ​​ແຕ່​ແອວ​ກໍ​ຮອລ໌​ຈະ​ທຳ​ຮ້າຍ​ຜິວ​ຂອງ​ສາວໆຢ່າງໃດ​ນັ້ນມື້​ນີ້​ລາວໂພສມີຂໍ້ມູນມາ​ຝາກ​

 ຜິວ​ສູນ​ເສຍ​ຄວາມ​ຊຸ່ມ​ຊື່ນ ການ​ດື່ມ​ແອນ​ກໍ​ຮອລ໌​ນີ້​ແຫລະ ທີ່​ເຮັດໃຫ້​ຫມາກໄຂ່ຫລັງ​ຕ້ອງ​ຂັບ​ຍ່ຽວ​ໃນ​ຮ່າງກາຍ​ຂອງ​ເຈົ້າ​ອອກ​ມາ​ເກີນ​ຄວາມ​ຈຳ​ເປັນ ຈຶ່ງ​ເຮັດໃຫ້​ຜິວ​ຂາດ​ຄວາມ​ຊຸ່ມ​ຊື່ນ​ຈົນ​ແຫ້ງ​ ທາງ​ທີ່​ດີ​ເຕີມ​ຄວາມ​ຊຸ່ມ​ຊື້ນ​ໃຫ້​ຜິວ​ໜັງ​ດ້ວຍ​ນ້ຳ​ສະ​ອາດ​ຫລາຍໆຈະ​ດີກວ່າ​ແຖມ​ຜິວ​ຍັງ​ຈະ​ເບິ່ງ​ສຸກຂະພາບ​ດີ​ອີກ​ດ້ວຍ
 ຜິວ​ໝອງ​ບໍ່​ມີ​ອໍ​ລ່າ ແອນ​ກໍ​ຮອລ໌​ນີ້​ແຫລະ​ທີ່​ເປັນ​ຕົວ​ລັກ​ວິ​ຕາ​ມິນ​ເອ​ອອກຈາກ​ຮ່າງກາຍ​ໄປຫມົດ ຊຶ່ງ​ວິ​ຕາ​ມິນ​ເອ​ກໍ​ມີ​ຫນ້າທີ່​ຜັດ​ເຊວ​ຜິວ​ເກົ່າ​ເພື່ອ​ເຜີຍ​ຜິວ​ໃໝ່​ທີ່​ສົດ​ໃສ​ຍິ່ງ​ກວ່າ​ເກົ່າ​ ການ​ດື່ມ​ແອວ​ກໍ​ຮອລ໌​ເຂົ້າໄປ​ແລ້ວ​ຜິວ​ກໍ​ຕ້ອງ​ໝອງ​ແນ່ນອນ​ແຫລະ​
ຕາບ​ວມ ການ​ດື່ມ​ແອວກໍ​ຮອລ໌​ເຮັດໃຫ້​ຮ່າງກາຍ​ສູນ​ເສຍ​ວິ​ຕາ​ມິນ​ແລະ​ຂອງ​ແຫລວ ຖ້າ​ດື່ມ​ຫລາຍ​ໄປ​ ​ທັງ​ໜ້າ​ແລະ​ຕາ​ກໍ​ຈະ​ບວມ​ເຊິ່ງບໍ່ເປັນຕາໜ້າເບິ່ງ​ເລີຍ​ແຫລະ ຖ້າ​ຮູ້​ວ່າ​ມື້​ໃດ​ຕ້ອງ​ດື່ມ​ຫລາຍອາດຈະ​ກຽມ​ອາຍ​ຄີມ​ຫລື​ອາຍ​ໂລນ​ອອນ​ເອົາ​ໄວ້​ໃນ​ຕູ້​ເຢັນ​ຕຽມ​ໄວ້​ເລີຍຕື່ນ​ເຊົ້າ​ມາ​ກໍ​ນຳ​ມາ​ຊ່ວຍ​ລຸດ​ອາການ​ບວມ​ໄດ້ ແຕ່​ຖ້າ​ຈະໃຫ້​ດີ​ຢ່າ​ດື່ມ​ຈະ​ດີ​ກວ່າ
 ໜ້າ​ແດ   ງານ​ວິ​ໄຈ​ວິທະຍາ​ສາດ​ພົບ​ວ່າ​ການ​ດື່ມ​ແອນວກໍ​ຮອລ໌​ນີ້​ແຫລະ​ເປັນ​ຕົວ​ການເຮັດໃຫ້​ໜ້າ​ແດງ​ຈົນ​ເພື່ອນ​ຄິດວ່າ​ເປັນ​ຜື່ນ​ເປັນ​ສິວທີ່​ເປັນ​ແບບ​ນີ້​ກໍ​ເພາະ​ແອວກໍ​ຮອລ໌​ຈະ​ເຂົ້າໄປ​ຂະຫຍາຍ​ຫລອດ​ເລືອດ ຈຶ່ງ​ເຮັດໃຫ້​ໜ້າ​ແດງ​ກ່ຳ​ເວລາ​ດື່ມ​ເຂົ້າໄປ​ນັ້ນ​ເອງ

 – ເກີດ​ຮ່ອງຮອຍ ນີ້​ແຫລະ​ເຫດຜົນ​ທີ່​ສາວໆຮູ້​ແລ້ວ​ຢາກ​ຈະ​ເຊົ່​ດື່ມ​ໄປ​ເລີຍ​ທັນ​ທີ ເພາະ​ແອນວກໍ​ຮອລ໌​ເຮັດໃຫ້​ຜິວ​ຂອງ​ເຈົ້າ​ສູນ​ສຽງ​ຄອນ​ລາ​ເຈນ ຄວາມ​ຊຸ່ມ​ຊື້ນ ແລະ​ຄວາມ​ຍືດ​ຫຍຸ່ນສຸດ​ທ້າຍ​ແລ້ວ​ຮ່ອງ​ຮອຍ​ແຫ່ງ​ຄວາມ​ແກ່​ກໍ​ຈະ​ມາ​ເຍືອນ​ ພຽງ​ຄິດ​ກໍ​ສະ​ຫຍອງ​ແລ້ວ​ໃຜ​ບໍ່​ຢາກ​ແກ່​ກ່ອນ​ໄວ​ກໍ​ເຊົາ​ດື່ມ​ຊະ​

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...