Homeຂ່າວຕ່າງປະເທດກອງທັບສະຫະລັດສົ່ງເຮືອບິນ F-16 ຫົກລຳ ພ້ອມທະຫານ 300 ຄົນ ໄປປະຈຳຢູ່ຕວກກີ ເພື່ອໂຈມຕີກຸ່ມໄອເອັສ!

ກອງທັບສະຫະລັດສົ່ງເຮືອບິນ F-16 ຫົກລຳ ພ້ອມທະຫານ 300 ຄົນ ໄປປະຈຳຢູ່ຕວກກີ ເພື່ອໂຈມຕີກຸ່ມໄອເອັສ!

Published on

EyWwB5WU57MYnKOuXuVAsTrLSAuIiwbCoHV2U6bGC5InncytHMugpp

ສຳນັກຂ່າວຕ່າງປະເທດລາຍງານວ່າ ໃນວັນອາທິດທີ 9 ສິງຫາຜ່ານມານີ້ ສະຫະລັດອາເມຣິກາ ໄດ້ສົ່ງເຮືອບິນສູ້ຮົບ F-16 ຈຳນວນ 6 ລຳ ພ້ອມດ້ວຍທະຫານ 300​ ຄົນ ໄປປະຈຳການຢູ່ຖານທັບອາກາດອິນຊີລິກ ປະເທດຕວກກີ ຫລັງຈາກທີ່ລັດຖະບານຕວກກີເຫັນດີອະນຸຍາດໃຫ້ກອງທັບສະຫະລັດອາເມຣິກາ ໃຊ້ຖານທັບອາກາດດັ່ງກ່າວ ໃນການສົ່ງເຮືອບິນໄປປະຕິບັດການໂຈມຕີທາງອາກາດໃສ່ກຸ່ມລັດອິດສະລາມ ຫລື ໄອເອັສ ຢູ່ປະເທດຊີຣີ ແລະ ອີຣັກ.

ດ້ານກະຊວງປ້ອງກັນປະເທດຂອງສະຫະລັດອາເມຣິກາໄດ້ຖະແຫລງວ່າ ກອງທັບໄດ້ມີການແບ່ງກຳລັງຈຳນວນໜຶ່ງຈາກຝູງບິນທີ 31 ທີ່ປະຈຳການຢູ່ຖານທັບອາກາດອາເວຍໂນ ປະເທດອີຕາລີ ພ້ອມດ້ວຍຍຸດໂທປະກອນຕ່າງໆ ເພື່ອໄປປະຈຳການຢູ່ຕວກກີຄັ້ງນີ້.

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...