Homeມູມໄອທີລາວເຄັດບໍ່ລັບໃນ All Apps ຂອງ Windows 10 ທີ່ເຈົ້າອາດຍັງບໍ່ເຄີຍຮູ້ມາກ່ອນ

ເຄັດບໍ່ລັບໃນ All Apps ຂອງ Windows 10 ທີ່ເຈົ້າອາດຍັງບໍ່ເຄີຍຮູ້ມາກ່ອນ

Published on

เคล็ดลับใน All Apps ของ Windows 10
ເຄັດບໍ່​ລັບ​ໃນ All Apps ຂອງ Start Menu Windows 10 ທີ່​ເຈົ້າ​ອາດ​ຍັງ​ບໍ່​ເຄີຍ​ຮູ້​ມາ​ກ່ອນ ເລືອກ​ເປີດ​ໂປ​ແກມ​ໄດ້​ສະ​ດວກ​ວ່ອງໄວ​ກວ່າ​ເກົ່າ
ເນື່ອງ​ຈາກ Windows 10 ໄດ້​ປ່ຽນ​ໜ້າ​ຈໍ Start Screen ຂອງ Windows 8 ກັບ​ມາ​ໃຊ້​ເປັນ Start Menu ຄ້າຍ​ກັບ Windows ລຸ້ນ​ກ່ອນໆ ຈຶ່ງ​ເຮັດໃຫ້​ຄົນ​ສ່ວນ​ໃຫຍ່​​ພໍ​ໃຈ​ເພາະ​ໃຊ້​ງານ​ໄດ້​ມ່ວນ​ຫລາຍ​ຂຶ້ນ ແຕ່​ກໍ​ມີ​ສິ່ງ​ໜຶ່ງ​ທີ່​ຫລາຍ​ຄົນ​ອາດ​ຂັດ​ໃຈ​ຢູ່​ກໍ​ຄື​ເມ​ນູ All Apps ໃນ Start Menu ເພາະ​ວ່າ​ໄອ​ຄອນ​ຂອງ​ແຕ່​ລະ​ໂປ​ແກມ​ນັ້ນ​ມີ​ຂະໜາດ​ທີ່​ໃຫຍ່​ກວ່າ​ຂອງ Windows 7 ເຮັດໃຫ້​ການ​ເລື່ອນ​ຫາ​ຊື່​ໂປ​ແກມ​ທີ່​ຕ້ອງ​ໃຊ້​ງານ​ນັ້ນ​ບໍ່​ຄ່ອຍ​ລື້ງເຄີຍ​ແລະ​ວ່ອງໄວ​ທັນ​ໃຈ​ປານໃດ ແຕ່​ແທ້​ຈິງ​ແລ້ວ​ມັນ​ມີ​ເຄັດ​ບໍ່ລັບ​ຢູ່ ພຽງ​ແຕ່​ຫລາຍ​ຄົນ​ອາດ​ຍັງ​ບໍ່​ຮູ້​​ເທົ່າ​ນັ້ນ​ເອງ…

ໃນ​ເມ​ນູ All Apps ນັ້ນ​ຖ້າ​ຫາ​ກລອງ​ສັງເກດ​ເບິ່ງ​ດີໆ ຈະ​ເຫັນ​ວ່າ​ລາຍ​ຊື່​ໂປ​ແກມ​ຕ່າງໆ ມີ​ການ​ແບ່ງ​ເປັນ​ໝວດ​ໝູ່​ຕາມ​ຕົວ​ອັກສອນ​ຢູ່ ແລະ​ຖ້າລອງ​ຄລິກ​ທີ່​ຕົວ​ອັກສອນ​ຕົວ​ໃດ​ຕົວ​ໜຶ່ງ​ເບິ່ງ​ຈະ​ປາກົດ​ຕົວ​ອັກສອນ​ຕັ້ງ​ແຕ່ A – Z ໃຫ້​ສາມາດ​ຄລິກ​ເລືອກ​ໄດ້​ທັນ​ທີ ເຊັ່ນ ຕ້ອງ​ການ​ເປີດ​ໂປ​ແກມ Windows Media Player ກໍ​ໃຫ້​ຄລິກ​ທີ່​ຕົວ​ອັກສອນ W ມັນ​ກໍ​ຈະ​ພາ​ເຮົາ​ໄປ​ທີ່​ໂປ​ແກມ​ໝວດ​ຕົວ​ອັກສອນ W ທັນ​ທີ​ໂດຍ​ທີ່​ບໍ່​ຕ້ອງ​ເລື່ອນ​ລົງ​ມາ​ຕັ້ງ​ແຕ່​ຕົວ​ອັກສອນ A ເລີຍ ແບບ​ນີ້​ວ່ອງໄວ​ທັນ​ໃຈ​ແນ່ນອນ

เคล็ดลับใน All Apps ของ Windows 10
ນອກ​ຈາກ​ນີ້​ຖ້າ​ຫາກ​ຕ້ອງ​ການ​ຖອນ​ການ​ຕິດ​ຕັ້ງ​ໂປ​ແກມ​ທີ່​ບໍ່​ໃຊ້​ງານ​ແລ້ວ ກໍ​ຍັງ​ສາມາດ​ຖອນ​ການ​ຕິດ​ຕັ້ງ​ຈາກ​ເມ​ນູ All Apps ໄດ້​ທັນ​ທີ​ໂດຍ​ບໍ່​ຕ້ອງ​ເຂົ້າໄປ​ທີ່​ໜ້າ Settings ຫລື Control Panel ເລີຍ ພຽງ​ແຄ່​ຄລິກ​ຂວາ​ທີ່​ໄອ​ຄອນ​ໂປ​ແກມ​ແລ້ວ​ເລືອກ Uninstall ເທົ່າ​ນັ້ນ​ເອງ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...