Homeຂ່າວຕ່າງປະເທດເຈົ້າຂອງໝາສຸດໂຫດ ຈັບໝາຂອງໂຕເອງຝັງດິນທັງເປັນ

ເຈົ້າຂອງໝາສຸດໂຫດ ຈັບໝາຂອງໂຕເອງຝັງດິນທັງເປັນ

Published on

ເຈົ້າ​ຂອງ​ໝາ​ຄົນຝຣັ່ງ​ ຖືກ​ຕັ້ງ​ຂໍ້​ຫາ​ທໍລະມານ​ສັດ ຫລັງ​ຈາກ​ຕົກ​ເປັນ​ຜູ້​ຕ້ອງ​ສົງ​ໄສ ວ່າ​ໄດ້​ຈັບ​ໝາ​ຂອງ​ຕົນເອງ​ຝັງ​ດິນ​ທັງ​ເປັນ​ ໂຊກດີ​​ທີ່​ເຈົ້າ​ຫນ້າທີ່​ກູ້​ໄພ​ຊ່ວຍ​ຊີວິດ​ໄວ້ທັນ

ฝังทั้งเป็น,หมา,สุนัข,ฝรั่งเศส,ทารุณกรรมสัตว์

ຕອນເຊົ້າຂອງ ວັນທີ່ 7 ສິງຫາ ສຳ​ນັກ​ຂ່າວ​ຕ່າງ​ປະເທດ ລາຍ​ງານ​ປະ​ເດັນຮ້ອນໃນ​ສື່​ສັງຄົມ​ອອນ​ໄລນ໌ ທີ່​​ເຈົ້າ​ຂອງ​ໝາ​ຄົນ​ຝຣັ່ງ ອາຍຸ 21 ປີ ທີ່​ບໍ່​ຖືກ​ເປີດ​ເຜີຍ​ຊື່​ ຖືກ​ຕັ້ງ​ຂໍ້​ຫາ​ທໍລະມານສັດ ຫລັງ​ຈາກ​ຕົກ​ເປັນ​ຜູ້​ຕ້ອງ​ສົງ​ໄສ ວ່າ​ໄດ້​ຈັບ​ໝາ​ເພດ​ເມຍ​ຂອງ​ຕົນເອງ​ຝັງ​ດິນ​ທັງ​ ເຊີ່ງ​ໂຊກ​ດີ​ທີ່​ໃນ​ເວລາ​ຕໍ່​ມາ ເຈົ້າ​ຫນ້າທີ່​ສາມາດ​ຊ່ວຍ​ຊີວິດ​ໄດ້​ທັນ ແຕ່​ຂະນະ​ນັ້ນ ໝາ​ໂຊກ​ຮ້າຍ ຢູ່ໃນ​ອາການ​ຂັ້ນ​ຮຸນແຮງຂ້ອນ​ຂ້າງ​ໜ້າ​ເປັນ​ຫ່ວງ

ນອກຈາກນີ້​ລາຍ​ງານ ລະ​ບຸ​ວ່າ ຫລັງ​ຈາກ​ຮູບ​ພາບ​ຂອງ ໝາ​ໂຊກ​ຮ້າຍ​ຕົວ​ນີ້ ໃນ​ສະ​ພາບ​ໂຊມ ແສນ​ທຸກທໍລະມານ ຈາກ​ອາການ​ຂາດ​ນ້ຳ ຫລັງ​ຈາກ​ເຈົ້າ​ຫນ້າທີ່​ກູ້​ໄພ ຊ່ວຍ​ຊີວິດ​ຂອງ​ມັນ​ໂດຍ​ການ​ຂຸດ​ອອກ​ມາ​ຈາກ​ຂຸມ ບໍລິເວນ​ເມືອງ Carrieres-sur-Seine ຖິ່ນທຸຣະກັນດານ​ທາງ​ຕະເວັນ​ຕົກ​ຂອງ​ກຸງ​ປາ​ຣີດ ຫລັ່ງ​ໄຫລ​ໄປ​ໃນ​ສື່​ສັງຄົມ​ອອນ​ໄລນ໌ ‘ເຟ​ສບຸກ’ ໄດ້​ສ້າງ​ຄວາມ​ແຄ້ນເຄືອງ​ໃຫ້​ກັບ​ຜູ້​ຮັກ​ສັດ​ໃນ​ສື່​ສັງຄົມ​ອອນ​ໄລນ໌​ໄປ​ທົ່ວ​ໂລກ ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ມີ​ການ​ນຳ​ຕົວ​ຜູ້​ທຳ​ຜິດ ມາ​ດຳ​ເນີນ​ຄະດີ​ຕາມ​ກົດ​ໝາຍ

ນອກ​ຈາກ​ນີ້ ໄດ້​ມີ​ນັກ​ເຄື່ອນ​ໄຫວ​ຈຳນວນ 135, 000 ຄົນ ເຂົ້າ​ຊື່​ຮ້ອງ​ຮຽນ​ໃຫ້​ມີ​ການ​ດຳ​ເນີນ​ຄະດີ​ກັບ​ຜູ້​ກໍ່​ເຫດ ໃນ​ຂໍ້​ຫາ​ທໍລະມານ​ສັດ ເຊໍີ່ງ​ຫາກ​ຫລັກ​ຖານ​ຊີ້​ແຈ້ງ​ວ່າ​ເຈົ້າຂອງ​ໝາ​ມີ​ຄວາມ​ຜິດ​ແທ້ ຈະ​ຕ້ອງ​ຖືກ​ລົງໂທດ​ໂດຍ​ການ​ຈຳ​ຄຸກ​ເປັນ​ເວລາ 2 ປີ ແລະ​ຈ່າຍ​ຄ່າ​ປັບ​ເປັນ​ເງີນ 20,000 ຍູ​ໂລ ຫລື​ປະມານ 130.000.000 ລ້ານກີບ

ຢ່າງໃດ​ກໍ​ດີ ຈາກ​ລາຍ​ງານ​ບໍ່​ໄດ້​ມີ​ການ​ລະ​ບຸ​ຊັດເຈັນ​ວ່າ ເພາະ​ສາ​ເຫດ​ໃດ ຈຶ່ງ​ມີ​ການ​ກໍ່​ເຫດ​ທໍລະມານ​ສັດ ຢ່າງ​ຂາດ​ໂຫດຮ້າຍໃນ​ເທື່ອ​ນີ້​ຂຶ້ນ ແຕ່​ເມື່ອ​ເຮົາ​ຕັດ​ສິນ​ໃຈ​ທີ່​ຈະ​ເລືອກ​ຊີວິດ​ມາ​ໄວ້​ໃນ​ຄອບຄອງ ເປັນ​ເຈົ້າ​ຂອງ ສິ່ງ​ທີ່​ສຳຄັນ​ຢ່າງ​ໜຶ່ງ ຄື​ການ​ເບິ່ງແຍງ​ເອົາ​ໃຈ​ໃສ່ ໃຫ້​ຄວາມ​ຮັກ ເພາະ​ຊີວິດ​ທຸກ​ຊີວິດ​ເປັນ​ສິ່ງ​ທີ່​ມີ​ຄ່າ ແມ່ນ​ຈະ​ເປັນ​ສັດ​ທີ່​ບໍ່​ສາມາດ​ຕໍ່ສູ້​ຂໍ​ຊີວິດ​ຈາກ​ມະນຸດ​ໄດ້ ສິ່ງ​ສຳຄັນ​ຄື​ຄວາມ​ຮັກ​ເພື່ອ​ປ້ອງ​ກັນ​ບັນຫາ​ໃນ​ກໍລະນີ​ດັ່ງ​ກ່າວ​ທີ່ເກິດຂື້ນ​

ฝังทั้งเป็น,หมา,สุนัข,ฝรั่งเศส,ทารุณกรรมสัตว์

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...