Homeຂ່າວຕ່າງປະເທດອິນໂດເນເຊຍ ສັ່ງປິດສະໜາມບິນສາກົນ ຍ້ອນພູໄຟລະເບີດ

ອິນໂດເນເຊຍ ສັ່ງປິດສະໜາມບິນສາກົນ ຍ້ອນພູໄຟລະເບີດ

Published on

400.195301

ຂປລ.ຕາມ​ຂ່າວ​ຕ່າງປະ​ເທດ, ​ໃນ​ວັນ​ທີ 6 ສິງຫາ 2015, ທ່ານ ​ເຈ ​ເອ ບາຣາຕາ, ​ໂຄສົກ​ກະຊວງ​ ຄົມມະນາຄົມ ​ອິນ​ໂດ​ເນ​ເຊຍ ​ໄດ້​ສັ່ງ​ປິດສະໜາ​ມບິນ ​ຢູ່​ເກາະ​ບາ​ຫລີ ​ແລະ ສະໜາມ​ບິນງູຣະ​ໄຣ ​ຍ້ອນ​ພູ​ໄຟ​ຣາອຸ​ງ ລະ​ເບີດ​ຄັ້ງ​ໃໝ່ ເຮັດ​ໃຫ້​ຫລາຍ​ທ່ຽວ​ບິນ​ ຕ້ອງ​ຖືກ​ຍົກ​ເລີກ ​ແລະ ສ້າງ​ຄວາມ​ຫຍຸ້ງຍາກຕໍ່ ​ການ​ເດີນທາງ​ ເຮັດ​ໃຫ້​​​ນັກ​ທ່ອງ​ທ່ຽວ ​ຫລາຍ​ພັນ​ຄົນ ຕົກ​ຄ້າງ​ຢູ່​ສະໜາມ​ບິນສາກົນ.

ພູໄຟ​ໜ່ວຍ​ນີ້​ ສາມາດ​ພົ່ນ​ຖ່ານ​ໄຟ​ຂຶ້ນ​ສູງ 700-800 ​ແມັດ ​ແລະ ບາງ​ຄັ້ງສູງ​ກວ່າ 1.000 ​ແມັດ ​ເຮັດ​ໃຫ້ການ​ຈະລາຈອນ ​ທາງ​ອາກາດ ​ໃນ​ອິນ​ໂດ​ເນ​ເຊຍ ພົບ​ບັນຫາ​ຍຸ້ງ​ຍາກ​ ຈາກ​ການລະ​ເບີດ​ຂອງ​ພູ​ໄຟ. ອິນໂດເນເຊຍ ເປັນ​ປະ​ເທດ​ໜຶ່ງ ທີ່ຕັ້ງຢູ່​ເທິງ​ວົງ​ແວນ​ແຫ່ງ​ໄຟ​ ຮອບ​ມະຫາ​ສະມຸດ ​ປາຊີ​ຟິກ ​ແລະ ມີ​ພູ​ໄຟ​ໃຫຍ່​ເຖິງ 130 ໜ່ວຍ ຫລາຍ​ທີ່​ສຸດ​ໃນ​ໂລກ.

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...