Homeປ່ອງຢ້ຽມດວງດາວດາວທຽມນາຊ່າ ຈັບພາບດ້ານມືດຂອງດວງຈັນ

ດາວທຽມນາຊ່າ ຈັບພາບດ້ານມືດຂອງດວງຈັນ

Published on

Waning crescent Moon, time-exposure image

ວັນທີ່ 6 ສິງຫາທີ່ຜ່ານມານີ້ ສຳ​ນັກ​ຂ່າວ ‘ຊີ​ເອັນ​ເອັນ’ ລາຍ​ງານ​ຄວາມ​ເຄື່ອນ​ໄຫວ​ໃນ​ການ​ສຳ​ຫລວດ​ທາ​ງອາວະກາດ ເຊີ່ງ​ຫຼ້າ​ສຸດ ດາວ​ທຽມ​ຈາກ​ອົງການ​ບໍລິຫານ​ການ​ບິນ​ແລະ​ອາວະ​ກາດ​ແຫ່ງ​ຊາດ ຫລື  ນາ​ຊ່າ ທີ່​ຢູ່ໃນ​ຕຳແໜ່ງ​ຫ່າງ​ຈາກ​ໂລກ 1, 609, 344 ກິ​ໂລ​ແມັດ ແລະ​ຂັ້ນ​ກາງ​ຢູ່​ລະຫວ່າງ​ດວງຈັນ​ແລະ​ດວງ​ອາທິດ ໄດ້​ທຳການ​ບັນ​ທຶກ​ພາ​ບຫຼ້ສຸດ ທີ່​ສະແດງ​ໃຫ້​ເຫັນ​ເຖິງ​ດ້ານ​ມືດ​ຂອງ​ດວງຈັນ ທີ່​ບໍ່​ສາມາດ​ເບິ່ງເຫັນ​ໄດ້​ຈາກ​ໂລກ ເຊີ່ງ​ໃນ​ພາບ​ນີ້​ໄດ້​ເຫັນ​ດວງຈັນ​ກຳ​ລັງ​ເຄື່ອນ​ຜ່ານ​ໂລກ ບໍລິເວນ​ມະຫາ​ສະມຸດ​ປ​າຊິ​ຟິກ​ໄປ​ທາ​ງທະ​ວີ​ບອາ​ເມ​ຣິ​ກາ​ເໜືອ

ນອກຈາກນີ້​ພາບ​ເຄື່ອນ​ໄຫວ​ດັ່ງ​ກ່າວ ບັນ​ທຶກ​ໂດຍ​ກ້ອງ​ທີ່​ຕິດ​ຕັ້ງ​ຢູ່​ເທິງ​ດາວ​ທຽມ​ສຳ​ຫລວດ​ບັນ​ຍາ​ກາດ​ຈາ​ກອາວະກາດ​ (DSCOVR) ຄວາມ​ລະອຽດ 4 ລ້ານ​ພິກ​ເຊວ ພາຍໃຕ້​ພາລະ​ກິດຈະ​ສຳ​ຫລວດ​ລະບົບ​ສຸ​ລິ​ຍະ ຈາກ​ອົງ​ການ​ນາ​ຊ່າ ແລະ​ເປັນ​ພາບ​ເຄື່ອນ​ໄຫວ​ທີ່​ສະແດງ​ໃຫ້​ເຫັນ​ເຖິງ​ດວງຈັນ​ກຳ​ລັງ​ເຄື່ອນ​ຕົວ​ໝຸນ​ຮອບ​ຕົວ​ເອງ​ຜ່ານ​ໂລກ ເຊີ່ງ​ພາລະ​ກິດ​ດັ່ງ​ກ່າວ ເປັນ​ປັດ​ໄຈ​ໃນ​ການ​ປະກອບ​ຄາດ​ເດົາ ແລະ​ການ​ແຈ້ງ​ເຕືອນ​ສະພາບ​ອາ​ກາດ ໂດຍ​ການ​ບັນ​ທຶກ​ພາບ​ດ້ານ​ມືດ​ຂອງ​ດວງຈັນ ເກີດ​ຂຶ້ນ​ເປັນ​ເທື່ອ​ທຳອິດ​ເມື່ອ​ປີ 1955 ໂດຍ​ຢາ​ນອາວ​ະກາດ​ລູ​ນ່າ 3 ຂອງ​ໂຊ​ວຽດ

ພ້ອມ​ກັນ​ນີ້ ອົງ​ການ​ນາ​ຊ່າ ລະ​ບຸ​ວ່າ ໃນ​ເດືອນ​ກັນຍານີ້ ກ້ອງ​ຕົວ​ນີ້​ຈະ​ຖືກ​ໃຊ້​ບັນ​ທຶກ​ພາບ​ແລະ​ສັງເກດ​ການໂອ​ໂຊນ ເມກ ແລະ​ລະ​ອອງ​ຂອງ​ແຫລວ​ໃນ​ຊັ້ນ​ບັນ​ຍາ​ກາດ​ຂອງ​ໂລກ ຈາກ​ນັ້ນ​ທາ​ງອົງ​ການ​ຈະ​ໂພດ​ພາ​ບລົງໃນ​ສື່​ສັງຄົມ​ອອນ​ໄລນ໌ ມື້​ລະ 12 ເຖິງ 36 ຊົ່ວ​ໂມງ ຫລັງ​ການ​ບັນ​ທຶກ​ພາບ

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...