Homeຂ່າວຕ່າງປະເທດຊາວຍີ່ປຸ່ນລະນຶກ 70 ປີ ວັນກອງທັບສະຫະລັດ ຖິ້ມລະເບີດປະລະມະນູ ຖະຫລົ່ມເມືອງຮິໂຣຊິມາ!

ຊາວຍີ່ປຸ່ນລະນຶກ 70 ປີ ວັນກອງທັບສະຫະລັດ ຖິ້ມລະເບີດປະລະມະນູ ຖະຫລົ່ມເມືອງຮິໂຣຊິມາ!

Published on

JRBDhRTLFsqpfYpj1yZSvkfuYo88syA

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 6 ສິງຫາຜ່ານມານີ້ວ່າ ຊາວຍີ່ປຸ່ນຫລາຍໝື່ນຄົນຢູ່ເມືອງຮິໂຣຊິມາ ໄດ້ຈັດພິທີລະນຶກຄົບຮອບ 70 ປີ ທີ່ກອງທັບສະຫະລັດອາເມຣິກາ ຖິ້ມລະເບີດປະລະມະນູຖະຫລົ່ມເມືອງຮິໂຣຊິມາ ເມື່ອວັນທີ 6 ສິງຫາ 1945 ໃນສະໄໝສົງຄາມໂລກຄັ້ງທີ 2 ອັນເປັນເຫດເຮັດໃຫ້ມີຜູ້ເສຍຊີວິດໃນທັນທີກ່ວາ 70,000 ຄົນ ແລະ ຕ້ອງທົນທຸກທໍລະມານຈາກອາການບາດເຈັບ ເນື່ອງຈາກສານກຳມັນຕະພາບລັງສີ ອີກຫລາຍກ່ວາ 70,000 ຄົນ.

ພາຍໃນພິທີດັ່ງກ່າວ ແມ່ນໄດ້ມີທ່ານນາຍົກລັດຖະມົນຕີ ຊິນໂຊະ ອາເບະ ແຫ່ງປະເທດຍີ່ປຸ່ນເຂົ້າຮ່ວມ ໂດຍໄດ້ພ້ອມໃຈກັນຢືນສະຫງົບນິ້ງ ເພື່ອລະນຶກ ແລະ ໄວ້ອາໄລເຖິງດວງວິນຍານຂອງຜູ້ທີ່ຈາກໄປຈາກເຫດການດັ່ງກ່າວ.

JRBDhRTLFsqpfYpj1yZSvkfuYo88s8s
ທ່ານ ຊິນໂຊະ ອາເບະ ນາຍົກລັດຖະມົນຕີຍີ່ປຸ່ນ (ຂວາສຸດ)
JRBDhRTLFsqpfYpj1yZSvkfuYo88soz
ທ່ານ ຄັດສຸມິ ມັດຊຸຍ (ຂວາ) ຫົວໜ້າເທດສະບານຮິໂຣຊິມາ ເຜົາເຈ້ຍລາຍຊື່ຜູ້ເສຍຊີວິດຈາກເຫດການຖິ້ມລະເບີດປະລະມະນູ
JRBDhRTLFsqpfYpj1yZSvkfuYo88s2P
ປະຊາຊົນຊາວຍ່ີ່ປຸ່ນ ຢືນໂຄ້ງຄຳນັບໄວ້ອາໄລ ທີ່ອະນຸສອນສະຖານສັນຕິພາບຮິໂຣຊິມາ
JRBDhRTLFsqpfYpj1yZSvkfuYo88ssc
ປະຊາຊົນຊາວຍີ່ປຸ່ນເຂົ້າຮ່ວມລະນຶກໃນພິທີ

JRBDhRTLFsqpfYpj1yZSvkfuYo88s6i     JRBDhRTLFsqpfYpj1yZSvkfuYo88tIL

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...