Homeຂ່າວຕ່າງປະເທດອາຊຽນ ແລະ ປະເທດຄູ່ເຈລະຈາ ປະກາດຈຸດຢືນສະໜັບສະໜູນ ຂໍ້ຕົກລົງນິວເຄລຍອີຣ່ານ ແລະ ຊາດມະຫາອຳນາດ!

ອາຊຽນ ແລະ ປະເທດຄູ່ເຈລະຈາ ປະກາດຈຸດຢືນສະໜັບສະໜູນ ຂໍ້ຕົກລົງນິວເຄລຍອີຣ່ານ ແລະ ຊາດມະຫາອຳນາດ!

Published on

ASEAN-ARF-SINGAPORE

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 7 ສິງຫານີ້ວ່າ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ພ້ອມທັງປະເທດຄູ່ເຈລະຈາຊຶ່ງລວມມີ ຍີ່ປຸ່ນ, ເກົາຫລີໃຕ້, ອິນເດຍ, ອົດສະຕີລີ ແລະ ນິວຊີແລນ ໄດ້ອອກຖະແຫລງການຮ່ວມກັນ ທີ່ນະຄອນຫລວງກົວລາລຳເປີ ປະເທດມາເລເຊຍ ເພື່ອປະກາດຈຸດຢືນຮ່ວມກັນໃນການສະໜັບສະໜູນຂໍ້ຕົກລົງນິວເຄລຍ ລະຫວ່າງອີຣ່ານ ແລະ 6 ປະເທດມະຫາອຳນາດ (P5+1) ທີ່ໄດ້ເຊັນກັນໃນວັນທີ 14 ກໍລະກົດຜ່ານມາ ຢູ່ນະຄອນຫລວງວຽນ ປະເທດໂອຕຣິດ ໂດຍຄຳຖະແຫລງໄດ້ລະບຸວ່າ ຂໍ້ຕົກລົງດັ່ງກ່າວ ຈະເປັນການຮັບປະກັນເຖິງການດຳເນີນໂຄງການນິວເຄລຍຢ່າງສັນຕິຂອງອີຣ່ານ ແລະ ຄາດຫວັງວ່າ ການບັນລຸຂໍ້ຕົກລົງດັ່ງກ່າວນີ້ ຈະເປັນໃບເບີກທາງສູ່ການຮັດແໜ້ນຄວາມສຳພັນ ແລະ ການຄ້າການລົງທຶນລະຫວ່າງອາຊຽນ ແລະ ອີຣ່ານໃນອານາຄົດ.

ທັງນີ້ ອີຣ່ານ ແລະ ມະຫາອຳນາດ 6 ປະເທດ (P5+1) ຊຶ່ງປະກອບມີ 5 ປະເທດສະມາຊິກຖາວອນຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ທີ່ປະກອບມີ ສະຫະລັດອາເມຣິກາ, ອັງກິດ, ຝຣັ່ງ, ຣັດເຊຍ ແລະ ສາທາລະນະລັດປະຊາຊົນຈີນ ບວກອີກ 1 ປະເທດມະຫາອຳນາດໃນເອີຣົບຄື ເຢຍລະມັນ ໄດ້ບັນລຸຂໍ້ຕົກລົງຄັ້ງປະຫວັດສາດດັ່ງກ່າວຮ່ວມກັນ ອັນເປັນການປິດສາກການເຈລະຈາແບບຍາວນານກ່ວາ 1 ທົດສະວັດ.

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...