spot_img
Homeຂ່າວການພັດທະນາເຂດເສດຖະກິດສະເພາະບຶງທາດຫລວງ ຈະເປັນທີ່ພັກທີ່ສະດວກ ແລະ ທັນສະໄໝ!

ເຂດເສດຖະກິດສະເພາະບຶງທາດຫລວງ ຈະເປັນທີ່ພັກທີ່ສະດວກ ແລະ ທັນສະໄໝ!

Published on

thatluang

ຂປລ. ທ້າຍອາທິດຜ່ານມານີ້ ຄະນະອຳນວຍການສື່ສິ່ງພິມ, ສື່ເອເລັກໂຕຣນິກ ໄດ້ລົງຢ້ຽມຢາມການ ກໍ່ສ້າງເຂດເສດຖະກິດ ສະເພາະບຶງທາດຫລວງ ຫລື ທີ່ເອີ້ນວ່າ “ເມືອງສະຫວັນເທິງດິນ” ເຊິ່ງເປັນໂຄງການ ອະສັງຫາລິມະຊັບ ເພື່ອຮອງຮັບການຂະຫຍາຍຕົວ ຂອງພົນລະເມືອງລາວ ກໍຄື ບັນດານັກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ, ໂຄງການນີ້ ຈະສະໜອງທີ່ພັກອາໃສ ທີ່ສະດວກ, ທັນສະໄໝ ແລະ ສວຍງາມແກ່ຜູ້ທີ່ຕ້ອງການ ອາໃສຢູ່ໃນເຂດດັ່ງກ່າວ ໂດຍເປັນກຽດໄປຢ້ຽມຊົມໂດຍ ທ່ານ ສູນທອນ ຄັນທະວົງ ຮອງປະທານ ສະມາຄົມນັກຂ່າວ ແຫ່ງ ສປປ ລາວອຳນວຍການ ສຳນັກຂ່າວສານປະເທດລາວ, ທ່ານ ສີພາ ນົງລາດ ຮອງປະທານ ສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ຜູ້ອຳນວຍການວິທະຍຸ ກະຈາຍສຽງແຫ່ງຊາດລາວ, ທ່ານ ດວງພະຈັນ ຫົວໜ້າວິທະຍຸ ສາກົນແຫ່ງປະເທດຈີນ ປະຈຳລາວ ພ້ອມດ້ວຍຄະນະນັກຂ່າວ ແລະ ໃຫ້ກຽດ ນຳພາຢ້ຽມຊົມໂດຍ ທ່ານ ຫລິວຈຸນ ຜູ້ອຳນວຍການດ້ານການ ຈຳໜ່າຍກຸ່ມບໍລິສັດ ຫວ່ານເຟິງ ຊຽງໄຮ ຈຳກັດ.

ໂອກາດນີ້ ທ່ານ ຫລິວຈຸນ ໄດ້ລາຍງານວ່າ: ການນຳພັກ-ລັດຖະບານ ສປປ ລາວ ໄດ້ໃຫ້ຄວາມສຳຄັນ ຕໍ່ການປະຕິບັດນະໂຍບາຍ ການເປີດກວ້າງການລົງທຶນ ເພື່ອເຊື່ອມໂຍງ ເສດຖະກິດກັບສາກົນ, ແນໃສ່ດຶງດູດການລົງທຶນຕ່າງປະເທດ ເຂົ້າມາລົງທຶນໃນລາວ ເພື່ອເປັນການພັດທະນາ ເສດຖະກິດ-ສັງຄົມ ໃຫ້ນັບມື້ເຕີບໃຫຍ່ຂຶ້ນ ເຮັດໃຫ້ປະຊາຊົນລາວ ມີຊີວິດການ ເປັນຢູ່ທີ່ອຸດົມສົມບູນ. ໃນທ້າຍປີ 2011, ລັດຖະບານລາວ ໄດ້ໃຫ້ສຳປະທານ ເນື້ອທີ່ດິນທີ່ຢູ່ໃຈກາງ ນະຄອນຫລວງວຽງຈັນ ແລະ ມີທີ່ຕັ້ງພູມສັນຖານທີ່ດີແກ່ກຸ່ມ ບໍລິສັດ ຫວ່ານເຟິງ ຊຽງໄຮ ສປ ຈີນ ເພື່ອພັດທະນາເປັນ “ເຂດເສດຖະກິດສະເພາະ ບຶງທາດຫລວງ” ໂດຍມີຂອບເຂດເນື້ອທີ່ ທັງໝົດກວ່າ 360 ເຮັກຕາ, ມູນຄ່າການລົງທຶນ 5 ຕື້ໂດລາສະຫະລັດ. ຕະຫລອດ ໄລຍະເວລາ 3 ປີກວ່າ ການກໍ່ສ້າງ ແລະ ພັດທະນາ ດ້ວຍຄວາມເອົາໃຈໃສ່ບວກ ໃສ່ການສະໜັບສະໜູນ ຂອງລັດຖະບານລາວ, ກຸ່ມບໍລິສັດ ຫວ່ານເຟິງ ຊຽງໄຮ ສປ ຈີນໄດ້ ນຳເອົາປະສົບການ 20 ປີ ໃນດ້ານວຽກງານການພັດທະນາ ອະສັງຫາລິມະຊັບ ແລະ ນຳເອົາຜົນສຳເລັດ ຂອງການປະຕິຮູບ ເປີດກວ້າງການ ລົງທຶນຂອງ ສປ ຈີນ ໃນໄລຍະ ເວລາ 30 ປີ ມານຳໃຊ້ຢູ່ ສປປ ລາວ ດ້ວຍການສ້າງເມືອງລາວໃຫ້ເປັນ ເມືອງທີ່ທັນສະໄໝ, ນຳເອົາຄວາມອຸດົມຮັ່ງມີ ມາສູ່ປະຊາຊົນລາວ, ປະກອບສ່ວນແກ່ ການພັດທະນາ ເສດຖະກິດຂອງ ສປປ ລາວ ໃຫ້ຈະເລີນ ສີວິໄລຍິ່ງໆຂຶ້ນ.

ທ່ານ ຫລິວຈຸນ ຍັງໃຫ້ຮູ້ເຖິງ ສິ່ງອຳນວຍຄວາມສະດວກ ທີ່ຈະສ້າງສຳເລັດກ່ອນທ້າຍປີນີ້ຄື: ຈະໃຫ້ສຳເລັດການກໍ່ສ້າງເສັ້ນທາງ, ເຂດສີຂຽວ ແລະ ທິວທັດຂອງ ພາຍໃນເຂດ ຕຶກອາຄານ, ພ້ອມທັງຮູບ ຊົງພາຍນອກອາຄານ; ສຳເລັດການຕິດຕັ້ງ ແລະ ຕົບແຕ່ງລິບ; ສຳເລັດການກໍ່ສ້າງບ່ອນຈອດລົດ; ສຳເລັດການກໍ່ສ້າງ ສະຖານີລົດເມ ເພື່ອ ຮອງຮັບລົດເມ 20 ຄັນທີ່ ແລ່ນຜ່ານທົ່ວຕົວເມືອງ ນະຄອນຫລວງວຽງຈັນ ແລະ ຈຸດທ່ອງທ່ຽວສຳຄັນຂອງລາວ; ສຳເລັດການກໍ່ສ້າງຕະຫລາດສົດທີ່ມີເນື້ອ ທີ່ 2 ພັນຕາແມັດ; ສຳເລັດການ ກໍ່ສາງຊຸບເປີມາເກັດ ທີ່ມີເນື້ອທີ່ 5 ພັນຕາແມັດ; ສຳເລັດການກໍ່ສ້າງ ແລະ ເປີດບໍລິການສະຖານທີ່ບັນ ເທິງລຽບຕາມແຄມໜອງນ້ຳໃຫຍ່ ເຊິ່ງມີຮ້ານອາຫານ, ສະຖານທີ່ ສະແດງສິລະປະ, ສະລອຍນ້ຳ ແລະ ບ່ອນຫລິ້ນເກມທາງນ້ຳ; ສຳເລັດ ການກໍ່ສ້າງ ແລະ ເປີດບໍລິການ ເດີ່ນກະຕໍ້ ແລະ ເດີ່ນເທັນນິດສ໌, ເດີ່ນບານບ້ວງ, ເດີ່ນເຕະບານ ແລະ ເດີ່ນໄດຣກ໊ອຟ ແລະ ອື່ນໆ. ຂະນະ ທີ່ເດືອນທັນວາປີນີ້ ຈະເລີ່ມກໍ່ສ້າງ ຮ້ານຊັບພະສິນຄ້າ ຄົບວົງຈອນທີ່ປະກອບດ້ວຍ: ຮ້ານປອດພາສີ, ຮ້ານຄ້າ, ຮ້ານອາຫານ, ສະບາຣ໌, ຮ້ານກາເຟ, ໂຮງໜັງ, KTV, ສວນສະໜຸກເດັກນ້ອຍ, ຮ້ານອາຫານພື້ນ ເມືອງຂອງຫລາຍປະເທດ, ສູນສຸຂະພາບສາກົນ, ໂຮງໜັງ 4D, ບ່ອນຈອດລົດ, ຮ້ານນວດSPA  ແລະ ອື່ນໆ.

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...