Homeຄົມຄິດຄົມຄົນທ່ານຈະບໍ່ມີມື້ລວຍ ຖ້າທ່ານຍັງຕິດນິດໄສເຫຼົ່ານີ້

ທ່ານຈະບໍ່ມີມື້ລວຍ ຖ້າທ່ານຍັງຕິດນິດໄສເຫຼົ່ານີ້

Published on

luxury024
ຮູບປະກອບ ບໍ່ກ່ຽວກັບບົດ

ທ່ານຈະບໍ່ມີມື້ລວຍ ຖ້າທ່ານຍັງຕິດນິດໄສເຫຼົ່ານີ້

ກະທູ້ສົນທະນາ ການປະທ້ອນເງິນ ມະນຸດເງິນເດືອນໄລຍະປີເຄິ່ງ ເຊິ່ງຕ້ອງຍອມຮັບວ່າຈຸດເລິ່ມຕົ້ນ ບໍ່ໄດ້ໄປໄດ້ສວຍງາມຄືທີ່່ຄິດ ດ້ວຍປັດໄຈຫຼາຍຢ່າງທີ່ມີຕໍ່ການໃຊ້ຊີວິດ ໄວເຮັດວຽກເຊັ່ນ ພາລະໜ້າທີ່ທີ່ຕ້ອງຮັບຜິດຊອບ ທັງຢູ່ເຮືອນແລະຢູ່ບ່ອນເຮັດວຽກ ການເຂົ້າສັງຄົມພົບປະໝູ່ເພື່ອນ ການເຕີມເຕັມຮູບແບບຊີວິດ ດ້ວຍວິທີການຕ່າງໆ ເຊິ່ງປັດໄຈເຫຼົ່ານີ້ ລ້ວນຕ້ອງແລກດ້ວຍ “ເງິນ” ຢ່າງຫຼີກລ້ຽງບໍ່ໄດ້.

ຕະຫຼອດເວລາທີ່ຜ່ານມາກັບການເຮັດວຽກ ກັບເງິນເດືອນທີ່ເລິ່ມຕົ້ນໝື່ນຫ້າເຖິງໝື່ນແປດ ຫາສີ່ລ້ານ ຂ້ອຍລົງຜິດລອງຖືກກັບຊີວິດໄປບໍ່ໜ້ອຍ ແຕ່ບໍ່ແມ່ນຂ້ອຍຈະໃຊ້ຊີວິດແບບບໍ່ມີລະບຽບ ໂດຍສະເພາະເລື່ອງເງິນ ຂ້ອຍຕ້ອງມີວິໄນເປັນພິເສດ ເພາະມີແຮງກະຕຸ້ນຈາການທີ່ຂ້ອຍຮູ້ຄວາມຈິງ ຈາກແມ່ຫຼັງຈາກທີ່ຂ້ອຍເຮັດວຽກບ່ອນທຳອິດ ໄປແລ້ວເດືອນໜຶ່ງວ່າ ແມ່ເປັນໜີ້ນອກລະບົບຫຼາຍແສນ ເຖິງແມ່ນແມ່ຈະບອກວ່າບໍ່ຕ້ອງເປັນຫ່ວງແມ່ ເຮັດໜ້າທີ່ຂອງໂຕເອງໄປກ່ອນ ແຕ່ຈຸດໆ ນັ້ນກໍເຮັດໃຫ້ຂ້ອຍຄິດໄດ້ ແລະຕ້ອງບໍ່ໃຊ້ເງິນໂດຍຂາດການຄວບຄຸມ ຄືແຕ່ກ່ອນ ແຕ່ເຖິງປານນັ້ນກໍຕາມ ດ້ວຍສັງຄົມແລະສະພາບແວດລ້ອມ ຂອງການເຮັດວຽກທີ່ຕ້ອງຕາມກະແສສັງຄົມ ຕະຫຼອດເວລາ ນັບວ່າເປັນອຸປະສັກ ຕໍ່ການຄວບຄຸມເງິນຂອງຂ້ອຍ ເປັນຢ່າງຍິ່ງ.

ຈົນກະທັ່ງຂ້ອຍເຮັດວຽກໄດ້ໄລຍະໜຶ່ງ ແລ້ວຮູ້ສຶກວ່າຂ້ອຍຢາກລວຍ ຢາກມີທຸລະກິດເປັນຂອງໂຕເອງຫຼາຍກວ່າ ກໍຕ້ອງເລິ່ມຈາກສ້າງທຶນດ້ວຍການທ້ອນເງິນ ຂ້ອຍກໍເຮັດບັນຊີລາຍຮັບ-ລາຍຈ່າຍ ເພື່ອກຳໜົດການຈັດການເງິນໃໝ່ ກໍເຮັດໃຫ້ຮູ້ວ່າ

“ພຶດຕິກຳເຫຼົ່ານີ້ຈະເຮັດໃຫ້ຂ້ອຍບໍ່ມີມື້ລວຍ”

1. ບໍ່ພະຍາຍາມທ້ອນເງິນເພາະບໍ່ມີແຮງກະຕຸ້ນ

ມັນກໍບໍ່ກ່ຽວນະ ແຮງກະຕຸ້ນສ້າງໄດ້ດ້ວຍໂຕເຮົາເອງທັງນັ້ນ ພຽງແຕ່ເຮົາຕັ້ງເປົ້າໝາຍແລະຈິງຈັງ ກັບມັນເປັນແຮງກະຕຸ້ນຊັ້ນດີແລ້ວ ຍິ່ງເຮົາຕັ້ງເປົ້າໄວ້ສູງ ກໍເປັນແຮງຈຸງໃຈ ໃຫ້ເຮົາພະຍາຍາມທ້ອນເງິນໃຫ້ໄດ້ ຫຼາຍກວ່າໃຊ້ ແລະທີ່ສຳຄັນຄື ຕ້ອງທ້ອນກ່ອນໃຊ້ສະເໝີ ຂ້ອຍໄດ້ເງິນເດືອນ 18,000 ບາດ ຂ້ອຍຮີບແບ່ງຝາກປະຈຳເດືອນລະ 3,000 ບາດທັນທີ ທີ່ເງິນເຂົ້າບັນຊີ ແລ້ວກໍຄິດວ່າໄດ້ເງິນເດືອນແທ້ໆ ແຕ່ 15,000 ບາດ ເທົ່ານັ້ນ.

2. ຕິດຄວາມຫຼູຫຼາ ທຸກຢ່າງຕ້ອງແບຣນເນມ

 ລາຄາກາເຟສະຕາບັກຈອກໜຶ່ງ ກິນເຂົ້າໄດ້ 3 ຄາບ ແທ້ຈິງແລ້ວ ໄລຟສະຕາຍຕິດຄວາມຫຼູຫຼາ ບໍ່ແມ່ນເລື່ອງທີ່ຈະຕ້ອງມາຕັດສິນຜິດຖືກກັນ ຢ່າງເອົາເປັນເອົາຕາຍ ຄື ຢາເສັບຕິດ ແຕ່ຕ້ອງໃຫ້ພໍດີກັບຖານະຂອງຕົນ ຂ້ອຍທຳໃຊ້ໄວ້ຕັ້ງແຕ່ທຳອິດທີ່ເຂົ້າເຮັດວຽກແລ້ວວ່າ ຕ້ອງມີມື້ໜຶ່ງທີ່ຕ້ອງໄປກິນແບບຫຼູຫຼາ ກັບໝູ່ເພື່ອນໃນບ່ອນເຮັດວຽກ ຫຼືບໍ່ກໍຕ້ອງໃຊ້ເຄື່ອງທຸກຢ່າງເປັນແບຣນເນມ ຂ້ອຍເຮັດໄດ້ດີທີ່ສຸດຄືພະຍາຍາມຫຼີກລ້ຽງ ຖ້າບໍ່ຈຳເປັນ ຍົກເວັ້ນກໍລະນີທີ່ເປັນງານໂອກາດສຳຄັນຕ່າງໆ ຈຶ່ງຈະຍອມໄປ ກໍຄິດວ່າເປັນຄ່າເຂົ້າສັງຄົມ ແຕ່ເຄີຍຄິດບໍວ່າ ເງິນທີ່ເສຍໄປກັບການ ບໍລິໂພກຂອງແບຣນເນມ ແລກກັບການເຂົ້າສັງຄົມ ໃນບ່ອນເຮັດວຽກ ຫຼືສັງຄົມອື່ນໆ ທີ່ເຮົາຕ້ອງໄປພົບປະເລື້ອຍໆ ມັນຄຸ້ມຄ່າກບັສິ່ງທີ່ເຮົາໄດ້ຮັບມາບໍ?

3. ຂອງເຄື່ອງເກົ່າຍັງໃຊ້ໄດ້ ກໍຊື້ເຄື່ອງໃໝ່ອີກແລ້ວ

ເວົ້າເຖິງເຄື່ອງທີ່ສິ້ນເຊັ່ນ ປາກກາກ້ານລະຫຼັກຮ້ອຍ ຊື້ມາເລື້ອຍໆ ໄປເພື່ອຫຍັງ ໃນເມື່ອດ້ານທີ່ໃຊ້ຢູ່ນ້ຳເໝິກກໍຍັງບໍ່ໝົດ ເດືອນກ່ອນໝູ່ຢູ່ຫ້ອງການຊື້ເກີບ Converse ໄປຄູ່ໜຶ່ງ ເດືອນນີ້ Converse ຫຼຸດລາຄາກໍຊື້ມາອີກຄູ່ໜຶ່ງ ແຕ່ພໍເຂົ້າທ້າຍເດືອນເງິນເລິ່ມບໍ່ພໍໃຊ້ ແລ້ວຈະມາຂໍຢືມເງິນຂ້ອຍແຕ່ຂ້ອຍບໍ່ໃຫ້. ດັ່ງນັ້ນ, ມັນຈະດີກວ່າບໍ ຖ້າຮູ້ຈັກໃຊ້ເຄື່ອງທີ່ມີຢູ່ໃຫ້ເກີດປະໂຫຍດສູງສຸດ ເພື່ອທີ່ຈະໄດ້ບໍ່ຕ້ອງເອົາເງິນມາໃຊ້ຈ່າຍ ໂດຍບໍ່ຈຳເປັນ.

4. ສິນຄ້າໄອທີ ມີອອກໃໝ່ຕອນໃດຕ້ອງຊື້

ກໍບໍ່ຕ່າງຈາກຂໍ້ທີ 3 ແຕ່ຕ່າງກັນຢູ່ບ່ອນວ່າ ຄວາມຈຳເປັນຫຼາຍໜ້ອຍຫຼາຍກວ່າຄື ມີໄວ້ເພື່ອໃຊ້ຕິດຕໍ່ສື່ສານກັນ ໄດ້ສະດວກວ່ອງໄວຂຶ້ນ ອັນນີ້ເປັນປະສົບການຈາກເພື່ອນຮ່ວມງານ ປ່ຽນ iPhone ທຸກປີ ປີກາຍຊື້ 6Pluse ມາ ປີນີ້ມີແຜນກຽມຈອງ 6s ລ່ວງໜ້າໄວ້ແລ້ວ ຂ້ອຍເບິ່ງສະເປັກຂອງທັງສອງລຸ້ນ ແລ້ວປຽບທຽບເບິ່ງມັນກໍບໍ່ເຫັນວ່າ ຈະມີຄວາມແຕກຕ່າງກັນບ່ອນໃດ ເຂົ້າໃຈວ່າຊີວິດຕ້ອງປັບໂຕໃຫ້ເຂົ້າກັບ ຍຸກດິຈິຕ້ອນ ແຕ່ບາງເທື່ອຊີວິດກໍບໍ່ຕ້ອງແລ່ນໄວປານນັ້ນກໍໄດ້ ການບໍ່ອັບເດດອຸປະກອນໄອທີແບບຖີ່ໆ ໃຫ້ທັນທຸກຍຸກທຸກສະໄໝມັນບໍ່ໄດ້ ເຮັດໃຫ້ຮູບແບບຊີວິດຂອງທ່ານຕ່ຳລົງດອກ.

5. ບໍ່ລົງທຶນໃຫ້ເງິນງອກເງີຍ

ຂໍ້ນີ້ສຳຄັນຫຼາຍ ສະໄໝຮຽນຂ້ອຍທ້ອນເງິນ ປານວ່າຈະເພື່ດໄວ້ໃຊ້ຕອນຕາຍ ເງິນທ້ອນກໍຄືເງິນທ້ອນ ຈະບໍ່ພະຍາຍາມເອົາອອກມາໃຊ້ເລີຍ ແຕ່ພໍເຖິງຊ່ວງທີ່ຂໍເງິນພໍ່ຊື້ Macbook ໄວ້ເຮັດວຽກແຕ່ງຮູບພາບ ແລະເຮັດກຣາບຟິກ ຮູ້ບໍວ່າພໍ່ບອກຂ້ອຍວ່າຈັ່ງໃດ?

“ກໍເອົາຈາກເງິນທ້ອນໄວ້ຫັ້ນມາຊື້ຕິ ມີເງິນທ້ອນບໍ່ແມ່ນເອົາແຕ່ທ້ອນໄວ້ຊື່ໆ ຮຽນເອົາອອກມາລົງທຶນ ຊື້ຫຍັງທີ່ເອົາໄປຕໍ່ຍອດ ເພິ່ມລາຍໄດ້ແດ່”

ແນວໃດກໍຕາມ ກ່ອນທີ່ຈະຄິດລົງທຶນ ບໍ່ວ່າຈະເປັນການລົງຫຸ້ນ ຫຼືເຮັດທຸລະກິດສ່ວນຕົວ ກໍຄວນຈະທ້ອນເງິນໃຫ້ໄດ້ສ່ວນໜຶ່ງ ເພື່ອຮັກສາສະພາບຄ່ອງທາງການເງິນ ໃຫ້ຄົງໂຕໄວ້ກ່ອນ ເລິ່ມຕົ້ນແບບຄ່ອຍໆເປັນ ຄ່ອຍໆໄປ ຈະດີກວ່າ.

ດັ່ງນັ້ນ, ຖ້າຄິດຈະຢາກລວຍກໍຕ້ອງລົງມືເຮັດທັນທີ ແຕ່ກ່ອນທີ່ຄິດຈະກ້າວໄປໃຫ້ເຖິງເປົ້າໝາຍ ທີ່ວາງໄວ້ ກໍລອງສຳຫຼວດພຶດຕິກຳການໃຊ້ຈ່າຍ ເງິນໃນປັດຈຸບັນຂອງໂຕເອງເບິ່ງກ່ອນ ເພື່ອທີ່ພຶດຕິກຳເຫຼົ່ານີ້ ຈະບໍ່ໄດ້ເປັນອຸປະສັກໃນການສ້າງ ຄວາມລວຍຂອງທ່ານໃນເວລາຕໍ່ໄປ.

ສິ່ງທີ່ຄວນຈະໂຟກັສທີ່ປາຍທາງ ແຕ່ຖ້າທ່ານຍັງບໍ່ລວຍ ກໍຄືທ່ານຍັງຄົງຢູ່ກາງທາງ ຕ້ອງຮຽນຮູ້ ແລກປ່ຽນແລະເກັບກ່ຽວປະສົບການ ຈາກໂລກທີ່ກວ້າງໃຫຍ່ໃຫ້ເກີດປະໂຫຍດທີ່ສຸດ ຈະໄດ້ບໍ່ຕ້ອງເສຍໃຈເມື່ອມາເຖິງປາຍທາງ.

ທີ່ຂຽນໄປກໍເປັນປະສົບການໂດຍກົງ ຈາກຄົນທຳມະດາຄົນໜຶ່ງທີ່ຍັງຢູ່ໃນ ຊ່ວງເລິ່ມຕົ້ນຂອງມະນຸດເງິນເດືອນ ແລະຕ້ອງຫາຫົນທາງສ້າງໂຕເອງຕໍ່ໄປ ຕາມເປົ້າໝາຍທີ່ຂ້ອຍວາງໄວ້ ກໍບໍ່ຂໍບອກກໍແລ້ວກັນ ລົງມືເຮດເລີຍດີກວ່າ ສຳລັບເພື່ອນໆ ພີ່ໆ ນ້ອງໆ ຄົນໃດທີ່ຢາກແຊປະສົບການ ທີ່ກ່ຽວກັບການໃຊ້ຊີວິດ ກັບການບໍລິຫານເງິນ ຫຼືມີຂໍ້ແນະນຳໃດໆ ເພິ່ມເຕີມ ກໍແນະນຳມາໄດ້ເລີຍ ຂອບໃຈສຳລັບທຸກຄຳເຫັນເດີ !!

ບົດຄວາມຈາກ: pantip

(ຂໍອະໄພທີ່ບໍ່ປ່ຽນສະກຸນເງິນເປັນເງິນກີບ ນີ້ຄືການໃຫ້ກຽດເຈົ້າຂອງບົດ ຕາມຫຼັກການແປບົດຄວາມ, ສາລະຄະດີ, ລະຄອນ, ເລື່ອງສັ້ນ ຫຼືຮູບເງົາ ຈາກຕ່າງປະເທດ ເພິ່ນຈະບໍ່ປ່ຽນສະກຸນເງິນ)

ບົດຄວາມຫຼ້າສຸດ

ຫາລືຄວາມເປັນໄປໄດ້ ລາວ-ໄທ ໄດ້ປຶກສາຫາລືເພື່ອສຶກສາສຳຫຼວດຄວາມເປັນໄປໄດ້ໃນການກໍ່ສ້າງ “ຂົວມິດຕະພາບ ລາວ-ໄທ” ບໍລິເວນຈຸດຜ່ານແດນສາກົນບ້ານວັງ ເມືອງໝື່ນ ແຂວງວຽງຈັນ

ໃນວັນທີ 17 ກັນຍາ 2026 ທີ່ອຳເພີຊຽງຄານ ຈັງຫວັດເລີຍ ຣາຊະອານາຈັກໄທ, ໄດ້ຈັດກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ, ແຂວງວຽງຈັນ-ຈັງຫວັດເລີຍ ຄັ້ງທີ 21 ໂດຍຝ່າຍລາວ ນຳໂດຍ...

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ໜຶ່ງແລວ ໜຶ່ງເສັ້ນທາງ ຮົງກົງ ຄັ້ງທີ 11 (11th Belt and Road Summit, Hong Kong) ທີ່ ເຂດປົກຄອງພິເສດຮົງກົງ, ສປ ຈີນ

ໃນຕອນເຊົ້າຂອງວັນທີ 09 ກັນຍາ 2026 ທີ່ ເຂດປົກຄອງພິເສດຮົງກົງ, ສປ ຈີນ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການ ແຫ່ງ...

ສປປ ລາວ ສືບຕໍ່ແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະ ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຢ່າງຕໍ່ເນື່ອງ.

ພາຍຫຼັງສົງຄາມໄດ້ສິ້ນສຸດລົງມາເປັນເວລາຫຼາຍກວ່າ 60 ປີ, ບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ຍັງເປັນໜຶ່ງໃນບັນຫາທີ່ສົ່ງຜົນກະທົບຕໍ່ປະຊາຊົນ ແລະ ການພັດທະນາຂອງ ສປປ ລາວ. ນັບແຕ່ປີ...

ລາວຕັ້ງເປົ້າໃຫຍ່! ກຽມປັ້ນນິຄົມອຸດສາຫະກຳແຫ່ງໃໝ່ ຄາດວ່າຈະມີນັກທຸລະກິດເຂົ້າມາລົງທຶນຫຼາຍກວ່າ 90 ບໍລິສັດ, ສ້າງວຽກເຮັດງານທຳໄດ້ປະມານ 10,000 ຄົນ

ສປປ ລາວ ກຽມສຶກສາຄວາມເປັນໄປໄດ້ໃນການສ້າງຕັ້ງນິຄົມອຸດສາຫະກຳແຫ່ງໃໝ່ ເພື່ອດຶງດູດເມັດເງິນລົງທຶນຈາກຕ່າງປະເທດ ໂຄງການດັ່ງກ່າວຊື່ວ່າ “ນິຄົມອຸດສາຫະກຳ ວຽງຈັນ-ລີ່ຕູ້ (Vientiane-Lidu Industrial Park) ຕັ້ງຢູ່ ເມືອງປາກງື່ມ, ນະຄອນຫຼວງວຽງຈັນ, ກວມເອົາເນື້ອທີ່ປະມານ...