Homeຂ່າວນໍ້າຖ້ວມເປີດເຜີຍຜົນກະທົບຈາກສະພາບນໍ້າຖ້ວມຢູ່ 6 ແຂວງ

ເປີດເຜີຍຜົນກະທົບຈາກສະພາບນໍ້າຖ້ວມຢູ່ 6 ແຂວງ

Published on

ເປີດເຜີຍຜົນກະທົບຈາກສະພາບນໍ້າຖ້ວມຢູ່ 6 ແຂວງ

ຂປລ. ພາຍຫລັງຝົນຕົກຕິດຕໍ່ກັນຫລາຍເຖິງປັດຈຸບັນນີ້, ສໍານັກຂ່າວສານປະເທດພວກເຮົາໄດ້ຂໍ້ມູນ ພ້ອມສັງລວມເຫດການນໍ້າຖ້ວມ ແລະ ເສັ້ນທາງເປ່ເຟໄດ້ 6 ແຂວງດັ່ງນີ້: 1. ແຂວງບໍລິຄໍາໄຊມີນໍ້າຖ້ວມ 3 ເມືອງເຊັ່ນ: ບໍລິຄັນ, ທ່າພະບາດ ແລະ ປາກກະດິງ ໃນນັ້ນຖ້ວມໝັກກວ່າແມ່ນເມືອງບໍລິຄັນ ມີຈໍານວນ 20 ບ້ານ, 1.873 ຫລັງເຮືອນກັບ 11.000 ກວ່າຄົນໄດ້ຮັບກະທົບ ນອກຈາກນີ້ຍັງເນື້ອທີ່ນາປີ ແລະ ປູກພືດລະດູຝົນຖືກຖ້ວມ 4.000 ກວ່າເຮັກຕາ ປັດຈຸບັນໜ່ວຍພາກລັດ- ເອກະຊົນໄດ້ເຂົ້າໄປຊ່ວຍເຫລື້ອງເບື້ອງຕົ້ນແລ້ວ; 2. ແຂວງຄໍາມ່ວນເຫັນວ່າຢູ່ເມືອງໜອງບົກ ລະດັບນ້ຳເຊບັ້ງໄພແທກໄດ້ສູງສຸດ 17,90 ແມັດ ແລະ ຂຶ້ນກາຍເຂດເຕືອນໄພແລ້ວ ( ເຂດເຕື່ອນໄພ 17,50 ແມັດ ) ເຊິ່ງໄດ້ຖ້ວມເນື້ອທີ່ນາຂອງປະຊາຊົນຈໍານວນ 38 ບ້ານ ກວມເອົາ 1.863 ຄອບຄົວ ແລະ ຖ້ວມເນື້ອທີ່ນາ 1.811 ກວ່າເຮັກຕາ ເຊິ່ງທົ່ວເມືອງມີເນື້ອທີ່ຖືກຖ້ວມຫລາຍກວ່າໝູ່ ແມ່ນບ້ານປົ້ງກິ່ວ , ບ້ານຊຽງດີ , ບ້ານບຶງສານເທິງ , ບ້ານໂພນແພງ , ບ້ານຫາດຊາຍຟອງ ແລະ ບ້ານໜອງບົກ ປັດຈຸບັນນີ້ໄດ້ແຕ່ງຕັ້ງຄະນະກໍາມະການລົງຕິດຕາມ ເຝົ້າລະວັງຕະຫລອດ 24 ຊົ່ວໂມງຢູ່ແຕ່ລະກຸ່ມບ້ານ ;3.ແຂວງນໍ້າທາຖ້ວມຢູ່ 5 ເມືອງ: ພູຄາ, ນໍ້າທາ, ນາແລ,ລອງ ແລະ ສິງ ແຕ່ຖ້ວມຮຸນແຮງກວ່າໝູ່ແມ່ນເມືອງວຽງພູຄາ ເສຍຫາຍເບື້ອງຕົ້ນ 400 ກວ່າລ້ານກີບ ແລະ ເມືອງລອງເສຍຫາຍເບື້ອງ 183 ລ້ານ ສ່ວນຈໍານວນຄອບຄົວ ແລະ ເນື້ອທີ່ເສຍຫາຍຈະມີການເປີດເຜີຍຕາມຫລັງ ເພາະຍັງເກັບກໍາຂໍ້ມູນ; 4.ແຂວງບໍ່ແກ້ວມີພຽງເມືອງຜາອຸດົມຖືກນໍ້າຖ້ວມ ໃນປັດຈຸບັນ ເຊິ່ງມີ 30 ຫລັງຄາເຮືອນເທົ່ານັ້ນ ຂະນະທີ່ລະດັບນໍ້າຂອງຢູ່ແຂວງບໍ່ແກ້ວຍັງສືບຕໍ່ເພີ່ມຂຶ້ນ; 5.ແຂວງຜົນສາລີເກີດມີດິນເຈື່ອນຖົມທາງແຕ່ເມືອງບຸນໃຕ້ຫາບ້ານສະໂນ, ອາດຢາ ແລະ ປາກນໍ້ານ້ອຍ ພ້ອມນີ້ກໍມີນໍ້າຖ້ວມເສັ້ນທາງ ແລະ ເນື້ອທີ່ນາຢູ່ເຂດດັ່ງກ່າວ ແລະ 6.ແຂວງວຽງຈັນເກີດມີນໍ້າຖ້ວມຢູ່ຈຸດຖໍ້າຈັງ, ຖໍ້າລົມ ພ້ອມ ຖ້ວມບ້ານ, ເຮືອນ ແລະ ສະຖານທີ່ທ່ອງທ່ຽວຈໍານວນໜຶ່ງ.

11831714_421876368016149_117325177864432651_n
11822382_421876364682816_4857943973249731729_n
ຫລ້າສຸດ ກົມອຸຕຸນິຍົມ ແລະ ອຸທົກກະສາດໄດ້ແຈ້ງໃນວັນທີ 6 ສິງຫາ 2015 ນີ້ວ່າ: ຝົນຍັງສືບຕໍ່ຕົກຕື່ມອີກ 4 ວັນນັບແຕ່7-10 ສິງຫາ 2015 ສະນັ້ນຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ, ທະຫານ, ຕໍາຫລວດ ແລະ ນັກທ່ອງທ່ຽວເພີ່ມຄວາມລະມັດລະວັງຕື່ມອີກ ໂດຍສະເພາະຜູ້ທີ່ອາໃສໃກ້ແຄມແມ່ນໍ້ານ້ອຍ-ໃຫຍ່, ຮ່ອມພູ ແລະ ບ່ອນມີຄວາມສ່ຽງ ນອກຈາກນັ້ນກໍຕ້ອງຕິດຕາມສະພາບອາກາດ ຢ່າງໃກ້ຊິດກ່ອນຈະເດີນທາງ.
11817016_421876358016150_2391476008645491666_n

11206959_421876361349483_6729703491739068400_n

ຂອບໃຈຂ່າວຈາກ:

11822705_421088098094976_3970842708351530393_n

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...