spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມພະຍາດຕາເລ່ວ ປິ່ນປົວໄດ້

ພະຍາດຕາເລ່ວ ປິ່ນປົວໄດ້

Published on

50

ພະຍາດ​ຕາ​ເລ່ວສຳລັບ​ຄົນ​ທົ່ວ​ໄປອາດ​ຄິດວ່າ​ເປັນ​ພະຍາດ​ທີ່​ປິ່ນປົວ​ຍາກແຕ່​ສຳລັບ​ໝໍ​ແລ້ວ​ມີ​ທາງ​ເລືອກ​ໃນ​ການ​ປິ່ນປົວ​ຜູ້​ປ່ວຍ​ຕາ​ເລ່ວ​ຢູ່​ຫລາຍ​ວິທີພະຍາດ​ຕາ​ເລ່ວ​ເປັນ​ພາ​ວະ​ທີ່​ຕາ​ສອງ​ເບື້ອງບໍ່​ຢູ່ໃນ​ແນວ​ແກນ​ດຽວ​ກັນເປັນ​ຜົນ​ໃຫ້​ບໍ່​ສາມາດ​ເບິ່ງ​ວັດ​ຖຸ​ດຽວ​ກັນ​ພ້ອມ​ກັນ​ດ້ວຍ​ຕາ​ທັງ​ສອງ​ຂ້າໂດຍ​ທົ່ວ​ໄປ​ຜູ້​ປ່ວຍ​ຈະ​ໃຊ້​ຕາ​ເບື້ອງທີ່​ປົກກະຕິ​ເບິ່ງວັດ​ຖຸສ່ວນ​ຕາ​ເບື້ອງ​ທີ່​​ອາດ​ເຫລືອກ​ເຂົ້າ​ທາງ​ໃນຫລື​ເຫລືອກ​ອອກ​ທາງ​ນອກຫລື​ຂຶ້ນ​ເທິງ​ລົງ​ລຸມທັງ​ນີ້​ຂຶ້ນ​ກັບ​ວ່າ​ເປັນ​ຕາ​ເລ່ວປະ​ເພດ​ໃດ

ຜູ້​ປ່ວຍ​ບາງ​ຄົນ​ອາດ​ມີ​ຕາ​ເລ່ວສະ​ຫລັບໝາຍ​ເຖິງ​ໃນ​ບາງ​ເວລາ​ຜູ້​ປ່ວຍ​ຈະ​ໃຊ້​ຕາ​​ເບິ່ງ​ວັດ​ຖຸ​ສ່ວນ​ຕາ​ຊ້າຍ​ຈະ​ອຽງ​ຫລື​ກັບ​ກັນແລະ​ໃນ​ບາງ​ຄົນ​ອາດ​ຕາ​ເລ່ວ​ຕະຫລອດ​ເວລາ  (constant)ຫລື​(intermittent)ກໍມີ  ເມື່ອ​ເລີ່ມ​ເປັນ​ພະຍາດ​ນີ້ສຳລັບ​ເດັກ​ນ້ອຍອາດ​ສະແດງ​ອາການ​ສີຕາ​ຕະຫລອດໂດຍ​ສະເພາະ​ເວລາ​ຢູ່ໃນ​ທີ່​ມີ​ແສງ​ກ້າການ​ສີ​ຕາ​ເບື້ອງ​ໜຶ່ງ​ຊ່ວຍ​ໃຫ້​ການ​ເບິ່ງເຫັນ​ພາບ​ເຊື່ອງຫາຍໄປຜູ້​ປ່ວຍ​ພະຍາດ​ຕາ​ເລ່ວບາງ​ປະ​ເພດ​ອາດ​ມີ​ອາການ​ເຈັບ​ຫົວ​ເວລາ​ໃຊ້​ສາຍ​ຕາ​ເບິ່ງ​ໃກ້​ເປັນ​ເວລາ​ດົນເນື່ອງ​ຈາກ​ມີ​ການ​ຈັງ​ກ້າມ​ຊີ້ນໜ່ວຍ​​ຕາ​ເພື່ອ​ແກ້​ໄຂ​ພາ​ວະ​ຕາເລ່ວຈາກ​ການສຶກສາ​ພົບ​ວ່າປະ​ມານ​ຮ້ອຍ​ລະ5ຂອງ​ເດັກນ້ອຍ​ທັງ​ໝົດຈະ​ກວດ​ພົບ​ພະຍາດ​ຕາ​ເລ່ວ​ຊຶ່ງ​ອາດ​ເປັນ​ນ້ອຍ​ຫລື​ຫລາຍແລະ​ເປັນ​ປະ​ເພດ​ຕ່າງໆກັນ​ໄປໃນ​ໄລ​ຍະ​ທຳອິດ​ເດັກ​ນ້ອຍອາດ​ເບິ່ງເຫັນ​ພາບ​ຊ້ອນກັນເນື່ອງ​ຈາກ​ຕາ​ສອງ​ເບື້ອງເບິ່ງ​ໄປ​ທີ່ຈຸດ​ທີ່​ຕ່າງ​ກັນແຕ່​ໃນ​ໄລ​ຍະ​ຕໍ່​ມາ​ສະຫມອງ​ຈະ​ປັບ​ໂຕໂດຍ​ບໍ່​ສົນ​ໃຈ​ຮູບ​ທີ່​ເຫັນ​ຈາກ​ຕາ​ເບື້ອງໜຶ່ງ(suppression)ຊ່ວຍ​ໃຫ້​ພາ​ວະ​ເຫັນ​ຮູບ​ຊ້ອນ​ຫາຍ​ໄປ​ໄດ້

ສາ​ເຫດ​ຂອງພະຍາດ​ຕາ​ເລ່ວ

ສາ​ເຫດ​ສຳຄັນ​ຂອງ​ພະຍາດ​ຕາ​ເລ່ວໃນ​ເດັກນ້ອຍ​ມັກ​ບໍ່​ຮູ້​ສາ​ເຫດແລະ​ຫລາຍກວ່າ​ເຄິ່ງ​ໜຶ່ງ​ຈະ​ກວດ​ພົບ​ຄວາມ​ຜິດ​ປົກກະຕິ​ຕັ້ງ​ແຕ່​ທໍາອິດທີ່​ເກີດ​ຫລື​ພາຍ​ໃນ​ອາ​ຍຸ6ເດືອນຜູ້​ປ່ວຍ​ບາງ​ຄົນເມື່ອ​ສອບຖາມ​ເຖິງ​ປະຫວັດ​ຄອບຄົວພົບ​ວ່າ​ມີ​ຜູ້​ເປັນ​ພະຍາດ​ຕາ​ເລ່ວຢູ່ສະແດງ​ເຖິງ​ພະຍາດ​ນີ້​ສາມາດ​ຖ່າຍ​ທອດ​ທາງ​ກໍາມະພັນໄດ້ໃນ​ກໍລະນີ​ທີ່​ສະຫມອງ​ບໍ່​ສົນ​ໃຈ​ຮູບ​ທີ່​ເຫັນ​ຈາກ​ຕາ​ເບື້ອງ​ທີ່​ເລ່ວເປັນ​ໄລຍະ​ເວລາ​ດົນ​ໆອີກ​ຢ່າງບໍ່​ໄດ້ຮັບ​ການ​ປິ່ນປົວ​ພາຍ​ໃນ​ໄລຍະ​ອາ​ຍຸ​ທີ່​ເໝາະ​ສົມເດັກ​ນ້ອຍ​ເກີດ​ພາ​ວະ​ສາຍ​ຕາ​ຂີ້ຄ້ານ(amblyopia)ຊຶ່ງ​ເປັນ​ຜົນ​ໃຫ້​ຕາ​ເບື້ອງ​ທີ່​ບໍ່​ໄດ້​ໃຊ້​ວຽກເບິ່ງ​ພາບ​ບໍ່​ແຈ້ງ​ຢ່າງ​ຖາວອນສຳລັບ​ພະຍາດ​ຕາ​ເລ່ວ​ໃນ​ຜູ້ໃຫຍ່​ອາດ​ເກີດ​ຈາກອຸບັດເຫດ​ທາງ​ຕາ​ແລະ​ສະຫມອງຫລື​ເກີດ​ຈາກ​ພະຍາດ​ເບົາ​ຫວານ​ເຮັດໃຫ້​ມີ​ການ​ໄຫລ​ວຽນ​ເລືອດ​ໄປ​ລ້ຽງ​ກ້າມ​ຊີ້ນໜ່ວຍຕາຫ​ລຸດລົງເປັນ​ຜົນ​ໃຫ້​ກ້າມ​ຊີ້ນໜ່ວຍ​ຕາ​ເປັນ​ອຳ​ມະພາດ​ແລະ​ຕາ​ເລ່ວນໍາບໍ່​ວ່າ​ຈະ​ສູນ​ເສຍ​ສາຍ​ຕາ​ເບື້ອງ​ໜຶ່ງ​ຈາກ​ສາ​ເຫດ​ໃດ​ກໍ​ຕາມ ມັກ​ພົບ​ວ່າ​ຕາ​ເບື້ອງ​ນັ້ນ​ຄ່ອຍ​ໆເລ່ວ​ອອກ​ຢູ່ນອກຜູ້​ປ່ວຍ​ອາດ​ມີ​ອາການ​ເຫັນ​ພາບ​ຊ້ອນ​ເວລາ​ເບິ່ງ​ດ້ວຍ​ຕາ​ສອງ​ຂ້າງເມື່ອ​ປິດ​ຕາ​ຂ້າງ​ໜຶ່ງ​ພາບ​ຊ້ອນ​ຈະ​ຫາຍ​ໄປສຳລັບ​ພາ​ວະ​ສາຍ​ຕາ​ຂີ້ຄ້ານ​ຈະ​ບໍ່​ພົບ​ໃນ​ຜູ້​ຊຶ່ງ​ພາ​ວະ​ຕາ​ເລ່ວ​ເລີ່ມ​ພາຍ​ຫລັງ​ອາ​ຍຸ 9 ປີ ເນື່ອງ​ຈາກ​ສະຫມອງ​ໄດ້​ພັດທະນາ​ການ​ເບິ່ງເຫັນ​ຈົນ​ສົມບູນ​ແລ້ວ

ແນວ​ທາງ​ການ​ຮັກ​ສາ

ກ່ອນ​ຈະໃຫ້​ການ​ປິ່ນປົວພະຍາດ​ຕາ​ເລ່ວຜູ້​ປ່ວຍ​ທຸກ​ຄົນຄວນ​ໄດ້ຮັບ​ການ​ກວດ​ຕາ​ໂດຍ​ລະອຽດ​ລວມ​ເຖິງ​ການ​ກວດ​ຈໍ​ຕາເພື່ອ​ຫາ​ຄວາມ​ຜິດ​ປົກກະຕິ​ພາຍ​ໃນ​ໜ່ວຍຕາ​ຊຶ່ງ​ອາດ​ເປັນ​ສາ​ເຫດ​ຂອງ​ຕາ​ເລ່ວແລະ​ໃຫ້​ການ​ປິ່ນປົວ​ຕາມ​ຄວາມ​ເໝາະ​ສົຕົວ​ຢ່າງ​ເຊັ່ນຜູ້​ປ່ວຍ​ເດັກ​ທີ່​ເປັນ​ພະຍາດ​ມະ​ເຮັງ​ຈໍ​ຕາ (retinoblastoma)ຕາ​ເບື້ອງ​ທີ່​ເປັນ​ພະຍາດ​ອາດ​ມີ​ລະ​ດັບ​ສາຍ​ຕາ​ຫລຸດລົງ​ຫລາຍ​ເນື່ອງ​ຈາກ​ກ້ອນ​ມະ​ເຮັງ​ມີ​ຂະໜາດ​ໃຫຍ່​ບັງ​ຈຸດ​ພາບ​ແຈ້ງ  (macula)ເປັນ​ຜົນ​ໃຫ້​ເກີດ​ພາ​ວະ​ຕາ​ເລ່ວຕໍ່ມາຜູ້​ປ່ວຍ​ເຫລົ່າ​ນີ້​ຕ້ອງ​ໄດ້ຮັບ​ການ​ປິ່ນປົວພະຍາດ​ມະ​ເຮັງ​ໂດຍ​ບໍ່​ເກືອບ​ຊ້າເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ພະຍາດ​ແພ່​ກະ​ຈາຍ​ອອກ​ໄປ​ນອກ​ໜ່ວຍ​ຕາ

ການ​ປິ່ນປົວພະຍາດ​ຕາ​ເລ່ວ

ການ​ປິ່ນປົວພະຍາດ​ຕາ​ເລ່ວ​ໃນ​ເດັກ​ຄວນ​ເຮັດ​ຕັ້ງ​ແຕ່​ເມື່ອ​ຜູ້​ປ່ວຍ​ໄດ້ຮັບ​ການ​ພິຈາລະນາ​ພະຍາດ​ເພື່ອ​ໃຫ້​ໄດ້​ຜົນ​ການ​ປິ່ນປົວ​ທີ່​ດີ​ທີ່ສຸດຄື​ເດັກ​ນ້ອຍມີ​ລະ​ດັບ​ສາຍ​ຕາ​ປົກກະຕິ​ທັງ​ສອງ​ຕາ​ແລະ​ສາມາດ​ເບິ່ງເຫັນ​ຮູບ​ສາມ​ມິ​ຕິ​ໄດ້ແນວ​ທາງ​ການ​ປິ່ນປົວພະຍາດ​ຕາ​ເລ່ວ​ໃນ​ເດັກ​ປະກອບ​ດ້ວຍ​ການ​ປິ່ນປົວ​ພາ​ວະ​ສາຍ​ຕາ​ຂີ້ຄ້ານໂດຍ​ການ​ປິດ​ຕາ​ເບື້ອງ​ທີ່​ສາຍ​ຕາ​ດີ ເພື່ອ​ກະຕຸ້ນ​ໃຫ້​ເດັກ​ໃຊ້​ຕາ​ເບື້ອງ​ທີ່​ມີ​ສາຍ​ຕາ​ຂີ້ຄ້ານ​ເລື້ອຍ​ໆໄລ​ຍະ​ເວລາ​ໃນ​ການ​ປິດ​ຕາ​ຂຶ້ນ​ກັບ​ຄວາມ​ຮຸນແຮງ​ຂອງ​ພາ​ວະ​ສາຍ​ຕາ​ຂີ້ຄ້ານ​ແລະ​ອາ​ຍຸ​ຂອງ​ເດັກຖ້າເປັນ​ເດັກ​ນ້ອຍ​ການ​ປິດ​ຕາ​ເບື້ອງ​ທີ່​ດີ​ໃນ​ແຕ່​ລະ​ມື້​ບໍ່​ຄວນ​ປິດ​ຕິດ​ຕໍ່​ກັນ​ດົນ​ຫລາຍ​ຊົ່ວ​ໂມງເພາະ​ອາດ​ເຮັດໃຫ້​ລະ​ດັບ​ສາຍ​ຕາ​ເບື້ອງທີ່​ເຄີຍ​ປົກກະຕິ​ຫລຸດລົງເອີ້ນ​ພາ​ວະ​ນີ້​ວ່າ occlusion amblyopia ເນື່ອງ​ຈາກ​ເດັກ​ສ່ວນ​ໃຫຍ່​ມັກ​ບໍ່​ໃຫ້​ຄວາມ​ຮ່ວມ​ມື​ໃນ​ການ​ປິດ​ຕາ​ເບື້ອງທີ່​ດີ ການ​ປິ່ນປົວ​ຈຶ່ງ​ຕ້ອງ​ອາໄສ​ຄວາມ​ຮ່ວມ​ມື​ຂອງ​ຜູ້​ປົກຄອງ​ແລະ​ຄູໂດຍ​ຕ້ອງ​ຟ້າວ​ເຫັນ​ຄວາມ​ສຳຄັນ​ແລະ​ປະໂຫຍດ​ຂອງ​ການ​ປິ່ນປົວ​ພາ​ວະ​ສາຍ​ຕາ​ຂີ້ຄ້ານ​ໃນ​ໄລຍະ​ທີ່​ເໝາະ​ສົມໃນ​ກໍລະນີ​ທີ່​ບໍ່​ສາມາດ​ປິດ​ຕາ​ໄດ້​ແພດ​ອາດ​ພິຈາລະນາ​ໃຊ້​ຢາ​ຫຍອດ​ຂະຫຍາຍ​ຮູມ່ານ​ຕາ​ໃນ​ຕາ​ເບື້ອງ​ທີ່​ປົກກະຕິ​ເພື່ອ​ເຮັດໃຫ້​ຕາ​ນັ້ນ​ມົວ​ລົຊຶ່ງ​ອາດ​ຊ່ວຍ​ໃຫ້​ຜູ້​ປ່ວຍ​ມາ​ໃຊ້​ຕາ​ເບື້ອງ​ທີ່​ມີ​ສາຍ​ຕາ​ຂີ້ຄ້ານ​ເລື້ອຍ​ຂຶ້ນສຳລັບ​ການ​ໃຫ້​ແວ່ນ​ສາຍ​ຕາ​ຫລື​ການ​ຝຶກ​ກ້າມ​ຊີ້ນໜ່ວຍ​​ຕາ​ອາດ​ຊ່ວຍ​ປິ່ນປົວພະຍາດ​ຕາ​ເລ່ວ​ບາງ​ປະ​ເພດ​ໄດ້ຢ່າງໃດ​ກໍ​ຕາມ​ຜູ້​ປ່ວຍ​ສ່ວນ​ໃຫຍ່​ມັກ​ຕ້ອງ​ໄດ້ຮັບ​ການ​ປິ່ນປົວ​ໂດຍ​ການ​ຜ່າ​ຕັດ​ກ້າມ​ຊີ້ນ​ໜ່ວຍ​ຕາໂດຍ​ທົ່ວ​ໄປ​ການ​ຜ່າ​ຕັດ​ຈະ​ກະທຳ​ພາຍໃຕ້ການ​ໃຫ້​ຢາ​ດົມ​ສະຫລົບໃນ​ຄົນ​ທີ່​ຍັງມີ​ລັກສະນະ​ຕາ​ເລ່ວ​ເຫລືອ​ຢູ່ແພດ​ອາດ​ພິຈາລະນາ​ໃຫ້ມີການ​ຜ່າ​ຕັດ​ແກ້​ໄຂ​ເພີ່ມ​ເຕີມສຳລັບ​ການ​ປິ່ນປົວພະຍາດ​ຕາ​ເລ່ວ​ໃນ​ຜູ້ໃຫຍ່​ອາດ​ຊ່ວຍ​ແກ້​ໄຂ​ບັນຫາ​ການ​ເຫັນ​ພາບ​ຊ້ອນເຮັດໃຫ້​ຜູ້​ປ່ວຍ​ເກີດ​ຄວາມຫມັ້ນ​ໃຈ​ແລະ​ມີ​ບຸກຄະລິກກະພາບ​ດີ​ຂຶ້ນ​ໄດ້

ທັງ​ໝົດ​ທີ່​ເລົ່າ​ມາ​ນີ້ການ​ປິ່ນປົວ​ຕາ​ເລ່ວ​ຈະ​ເຊົາ​ຫລື​ບໍ່ ບໍ່​ໄດ້​ຂຶ້ນ​ຢູ່​ກັບ​ໂຕ​ຜູ້​ປ່ວຍຄົນ​ໃນ​ຄອບຄົວ,ໝໍ,ຫລື​ສິ່ງ​ແວດ​ລ້ອມແຕ່​ທີ່​ສຳຄັນ​ຕ້ອງ​ຮ່ວມ​ມື​ກັນ​ທຸກ​ຝ່າຍ

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...