Homeວົງການສື່ມວນຊົນກົມສື່ມວນຊົນ ຈັດສຳມະນາຫົວຂໍ້ ວາລະສານກັບ​ການ​ເຮັດ​ໜ້າ​ທີ່​ການ​ເມືອງ​ໃນ​ໄລຍະໃໝ່!

ກົມສື່ມວນຊົນ ຈັດສຳມະນາຫົວຂໍ້ ວາລະສານກັບ​ການ​ເຮັດ​ໜ້າ​ທີ່​ການ​ເມືອງ​ໃນ​ໄລຍະໃໝ່!

Published on

magazine

ກົມ​ສື່​ມວນ​ຊົນກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ(ຖວທ) ຈັດ​ສຳ​ມະ​ນາ​ກ່ຽວ​ກັບ “ວາລະສານກັບການ​ເຮັດ​ໜ້າ​ທີ່​ການ​ເມືອງ​ໃນ​ໄລຍະ​​ໃໝ່” ຂຶ້ນ​ໃນ​ວັນ​ທີ 5 ສິງຫານີ້, ທີ່​ສະຖານ​ນີວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ,​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງທ່ານ ສະຫວັນ​ຄອນ ຣາຊມຸນຕຣີ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ, ມີ​ບັນດາ​ຄະນະ​ບັນນາທິການ ​ແລະ ວິຊາ​ການ​ຈາກ​ວາລະສານ ​ແລະ ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ທ່ານ ສະຫວັນ​ຄອນ ຣາຊມຸນຕຣີ ​ມີຄໍາເຫັນ​ວ່າ: ຜ່ານ​ການ​ສະຫລຸບ​ຕີ​ລາຄາ​ຂອງ​ອົງການ​ຄຸ້ມ​ຄອງ​ວຽກ​ຖະ​ແຫລ​ງຂ່າວ-ສື່​ມວນ​ຊົນ​ເຫັນ​ວ່າປະ​ເພດ​ສື່​ສິ່ງ​ພິມ, ວາລະສານພາຍ​ໃຕ້​ການ​ຄຸ້ມ​ຄອງ, ຊີ້​ນຳ​-ນຳພາ​ຂອງ​ຂະ​ແໜງ​ການ​ທີ່​ຮັບຜິດຊອບໄດ້​ມີ​ການ​ພັດທະນາ​ທັງ​ດ້ານ​ປະລິມານ ​ແລະ ຄຸນ​ນະພາ​ບ ເພື່ອ​ເຮັດ​ໜ້າ​ທີ່​ໂຄສະນາ​ເຜີຍ​ແຜ່​ແນວທາງ, ​ແຜນ​ນະ​​ໂຍບາຍ​ຂອງ​ພັກ ​ແລະ ລະບຽບ​ກົດໝາຍ​ຂອງ​ລັດ, ​ໃຫ້​ຄວາມ​ຮູ້​ຂໍ້​ມູນ​ຂ່າວສານ, ສາລະ​ບັນ​ເທີ​ງ​ແກ່​ສັງຄົມ. ການ​ສຳ​ມະ​ນາ​

ຄັ້ງ​ນີ້​ເປັນ​ໂອກາດ​ອັນ​ດີ​ທີ່​ຈະ​ໄດ້​ປຶກສາ​ຫາລື​ກັນ​ກ່ຽວ​ກັບການ​ປັບປຸງ​​​ເນື້ອ​ໃນ ​ແລະ ຮູບ​ແບບຂອງ​ວາລະສານ​ແຕ່ລະ​ປະ​ເພດ, ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ສັງຄົມ​ໄດ້​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ເຖິງ​ຄວາມ​ສຳຄັນ ​ແລະ ບົດບາດ​ຂອງ​ສື່​ມວນ​ຊົນ, ​ເຫັນ​ໄດ້​ຄວາມ​ສຳຄັນ​ຂອງ​ຂໍ້​ມູນ​ຂ່າວສານ​ໃນ​ຍຸກ​ປັດຈຸບັນ ​ແລະ ບັນຫາ​ສຳຄັນ​ອື່ນໆ. ພ້ອມ​ທັງ​ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນເຮັດ​ແນວ​ໃດ​ຈະ​ປະຕິບັດ​ໜ້າ​ທີ່​ຮັບ​ໃຊ້​ສັງຄົມຕາມ​ພາລະ​ໜ້າ​ທີ່​ຂອງຕົນ ແລະ ​ເຮັດ​​ໃຫ້​ຖືກຕ້ອງ​ຕາມ​ກົດໝາຍ, ຕາມແນວ ທາງ, ທັດສະນະ ​ແລະ ​ຈັນ​ຍາ​ບັນ​ຂອງ​ສື່​ມວນ​ຊົນ.

ໂອກາດ​ນີ້, ​ທ່ານໄດ້​ຕາງໜ້າ​ຄະນະ​ພັກ, ຄະນະ​ນຳກະຊວງຖວທຕີ​ລາຄາ​ສູງ​ຕໍ່​ການ​ປະກອບສ່ວນ​ຂອງ​ພາ ຫະນະ​ສື່​ມວນ​ຊົນ. ຄະນະ​ອຳນວຍ​ການ, ຄະນະ​ບັນນາທິການ. ບັນດາ​ພະນັກງານ​ສື່​ມວນ​ຊົນ​ທຸກ​ພາກສ່ວນທີ່​ໄດ້​ປະກອບ ສ່ວນ​ໃນ​ການ​ເຮັດ​ໜ້າ​ທີ່​ໂຄສະນາ​ເຜີຍ​ແຜ່​ແນວທາງ, ​ແຜນ​ນະ​​ໂຍບາຍ​ຂອງ​ພັກ ​ແລະ ລະບຽບ​ກົດໝາຍ​ຂອງ​ລັດ, ​ໃຫ້ການ​ສຶກສາ​ອົບຮົມ​ທາງ​ດ້ານ​ການ​ເມືອງ​ແນວ​ຄິດ​ແກ່​ມະຫາຊົນ, ປຸກລະດົມຊຸກຍູ້​ມະຫາຊົນ​ປະກອບສ່ວນ​ປະຕິບັດ 2 ໜ້າ​ທີ່​ຍຸດ​ທະ​ສາດ​ຄື: ​ພາລະກິດ​ແຫ່ງ​ການ​ສືບ​ຕໍ່​ສ້າງ ​ແລະ ຂະຫຍາຍ​ລະບອບ​ປະຊາທິປະ​ໄຕ ປະຊາຊົນ ​ແລະ ສ້າງ​ປະຖົມ​ປັດ​ໄຈ​ໃຫ້​ແກ່​ການ​ກ້າວ​ຂຶ້ນ​ສູ່​ສັງຄົມ​ນິຍົມເທື່ອ​ລະ​ກ້າວ.

 

ຂອບໃຈຂ່າວຈາກ:

ລພນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...