Homeຂ່າວຕ່າງປະເທດດູໄບເປີດໂຄງການ ສ້າງຕຶກທີ່ຢູ່ອາໄສສູງທີ່ສຸດໃນໂລກ ບັນຈຸຄົນໄດ້ 78,000 ຄົນ!

ດູໄບເປີດໂຄງການ ສ້າງຕຶກທີ່ຢູ່ອາໄສສູງທີ່ສຸດໃນໂລກ ບັນຈຸຄົນໄດ້ 78,000 ຄົນ!

Published on

MeydanOne

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 5 ສິງຫານີ້ວ່າ ນະຄອນດູໄບ ຊຶ່ງເປັນນະຄອນທີ່ໃຫຍ່ທີ່ສຸດຂອງສະຫະລັດອາຫລັບເອມິເຣດ ແລະ ມີອັດຕາການຈະເລີນເຕີບໂຕຂອງເມືອງສູງທີ່ສຸດແຫ່ງໜຶ່ງໃນໂລກ ໄດ້ເປີດເຜີຍໂຄງການກໍ່ສ້າງຕຶກທີ່ພັກອາໄສແຫ່ງໃໝ່ ທີ່ມີຂະໜາດສູງທີ່ສຸດຂອງໂລກ ດ້ວຍງົບປະມານລົງທຶນກ່ວາ 4.3 ຕຶ້ປອນ ໂດຍມີຊື່ວ່າ ຕຶກດູໄບວັນ (The Dubai One) ທີ່ຈະປະກອບໄປດ້ວຍຄວາມຫລູຫລາຂອງລານນ້ຳພຸກວ້າງ, ແຫລ່ງການຄ້າຂະໜາດໃຫຍ່, ຊາຍຫາດ, ໂຮງແຮມ ແລະ ທ່າຈອດເຮືອ ໂດຍອາຄານດັ່ງກ່າວນີ້ ຈະປະກອບໄປດ້ວຍ 885 ຫ້ອງ ສາມາດບັນຈຸຄົນເຂົ້າພັກອາໄສໄດ້ເຖິງ 78,000 ຄົນ.

ຈາກຄວາມສູງທັງໝົດຂອງຕຶກດັ່ງກ່າວ 771 ແມັດ ແມ່ນຈະເຮັດໃຫ້ຕຶກດູໄບວັນ ກາຍເປັນຕຶກທີ່ສູງເປັນອັນດັບ 2 ຂອງໂລກ ຮອງຈາກຕຶກ ເບີດ ຄາລິຟາ (Burj Khalifa) ທີ່ຕັ້ງຢູ່ດູໄບເຊັ່ນດຽວກັນ ທີ່ມີຄວາມສູງເຖິງ 828 ແມັດ.

 

MeydanOne1

MeydanOne2

MeydanOne3

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...