Homeຂ່າວຕ່າງປະເທດນາຍົກມາເລເຊຍຢືນຢັນ! ຊາກປີກເຮືອບິນ ພົບຢູ່ເກາະມະຫາສະໝຸດອິນເດຍ ແມ່ນມາຈາກ MH370!

ນາຍົກມາເລເຊຍຢືນຢັນ! ຊາກປີກເຮືອບິນ ພົບຢູ່ເກາະມະຫາສະໝຸດອິນເດຍ ແມ່ນມາຈາກ MH370!

Published on

EyWwB5WU57MYnKOuXuTzecvHYbrOsyf72r92ybN1FxWXg84qIpgG0B

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 6 ສິງຫານີ້ວ່າ ນາຍົກລັດຖະມົນຕີ ນາຈິບ ຣາຊັກ ແຫ່ງປະເທດມາເລເຊຍ ອອກຖະແຫລງການໃນວັນພຸດທີ 5 ສິງຫາຜ່່ານມານີ້ວ່າ ຊ່ຽວຊານຈາກບັນດາປະເທດຕ່າງໆຢູ່ເມືອງຕູລູດ ປະເທດຝຣັ່ງ ທີ່ໄດ້ທຳການກວດສອບຊາກຊິ້ນສ່ວນປີກເຮືອບິນໂບອິ້ງ 777 ທີ່ພົບຢູ່ເກາະເຣອູນິຢົງ ໃນມະຫາສະໝຸດອິນເດຍໃນອາທິດທີ່ຜ່ານມາ ແມ່ນໄດ້ອອກມາຢືນຢັນແລ້ວ ວ່າຊິ້ນສ່ວນດັ່ງກ່າວມາຈາກເຮືອບິນຂອງມາເລເຊຍ ແອຣ໌ລາຍ ຖ້ຽວບິນ MH370 ທີ່ຫາຍສາບສູນໄປເມື່ອວັນທີ 8 ມີນາ 2014 ພ້ອມຜູ້ໂດຍສານ ແລະ ລູກເຮືອລວມ 239 ຄົນ.

ທັງນີ້ ຖ້ຽວບິນ MH370 ດັ່ງກ່າວ ແມ່ນສູນຫາຍໄປຈາກຈໍຣາດາໃນທະເລຈີນໃຕ້ ຂະນະເດີນທາງອອກຈາກນະຄອນຫລວງກົວລາລຳເປີ ປະເທດມາເລເຊຍ ເພື່ອເດີນທາງໄປນະຄອນຫລວງປັກກິ່ງ ປະເທດຈີນ ຊຶ່ງການພົບຫລັກຖານທີ່ສາມາດຢືນຢັນໄດ້ດັ່ງກ່າວນີ້ ໄດ້ເຮັດໃຫ້ສາມາດສະຫລຸບໄດ້ວ່າ ເຮືອບິນລຳດັ່ງກ່າວ ໄດ້ບິນກ້ຽວກັບຄືນມາບໍລິເວນຊ່ອງແຄບມະລະກາ ແລະ ບິນລົງໄປທາງມະຫາສະໝຸດອິນເດຍຕອນໃຕ້ຈົນນ້ຳມັນໝົດ ແລະ ຕົກລົງໃນທະເລ ທາງພາກຕາເວັນຕົກສຽງໃຕ້ຂອງປະເທດອົດສະຕາລີ.

NjpUs24nCQKx5e1D7H83Uvc4G5I9ZGIEaMkMlfsCgCH

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...