spot_img
Homeຂ່າວຕ່າງປະເທດຫວຽດນາມ ແລະ ສະຫະພາບເອີຣົບ ປະກາດບັນລຸຂໍ້ຕົກລົງເຂດການຄ້າເສລີຮ່ວມກັນ!

ຫວຽດນາມ ແລະ ສະຫະພາບເອີຣົບ ປະກາດບັນລຸຂໍ້ຕົກລົງເຂດການຄ້າເສລີຮ່ວມກັນ!

Published on

Vietnam's Trade Minister Vu Huy Hoang and EU's Ambassador - Head of Delegation to Vietnam Franz Jessen attend a news conference in Hanoi

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 4 ສິງຫາຜ່ານມານີ້ວ່າ ຫວຽດນາມ ແລະ ສະຫະພາບເອີຣົບ ໄດ້ປະກາດບັນລຸຂໍ້ຕົກລົງເຂດການຄ້າເສລີ (FTA) ຮ່ວມກັນແລ້ວ ຫລັງຈາກມີການເຈລະຈາຮ່ວມກັນດົນເຖິງ 2 ປີເຄິ່ງ ຊຶ່ງມີຂຶ້ນຫລັງຈາກທີ່ການຄ້າຂອງສອງຝ່າຍ ໄດ້ຂະຫຍາຍຕົວມີມູນຄ່າສູງຂຶ້ນເຖິງ 3 ເທົ່າໃນໄລຍະ 10 ປີຜ່ານມາ ໂດຍຂໍ້ຕົກລົງດັ່ງກ່າວນີ້ ຈະເຮັດໃຫ້ມີການຍົກເລີກອັດຕາພາສີຂອງສິນຄ້າເກືອບທັງໝົດ ອັນຈະເຮັດໃຫ້ນຳປະໂຫຍດມາສູ່ເສດຖະກິດຂອງຫວຽດນາມ ແລະ ສະຫະພາບເອີຣົບ.

ທັງນີ້ ຫວຽດນາມ ແມ່ນເປັນປະເທດທີ່ສົ່ງອອກໂທລະສັບມືຖື ແລະ ອຸປະກອນເອເລັກໂຕນິກ ຕະຫລອດຮອດເກີບ, ເສື້ອຜ້າ ແລະ ຜະລິດຕະພັນທາງກະສິກຳເຊັ່ນ ກາເຟ, ເຂົ້າ ແລະ ອາຫານທະເລ ໄປຍັງສະຫະພາບເອີຣົບ ໃນຂະນະທີ່ເອີຣົບເອງ ກໍສົ່ງອອກຜະລິດຕະພັນເຕັກໂນໂລຊີສູງ ເປັນຕົ້ນແມ່ນເຄື່ອງຈັກ ແລະ ອຸປະກອນໄຟຟ້າ, ເຮືອບິນ ແລະ ຢາປົວພະຍາດ ມາຍັງຫວຽດນາມເປັນສ່ວນໃຫຍ່.

 

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...