Homeມູມໄອທີລາວວິທີ​ຕັ້ງ​ຄ່າ​ບໍ່​ໃຫ້ Windows 10 ລັກໃຊ້​ແບນ​ວິດ​ອິນ​ເຕີ​ເນັດ​ແຊ​ໄຟລ໌​ອັບ​ເດດເອງ​ໂດຍທີ່ເຮົາ​ບໍ່​ຮູ້​ຕົວ

ວິທີ​ຕັ້ງ​ຄ່າ​ບໍ່​ໃຫ້ Windows 10 ລັກໃຊ້​ແບນ​ວິດ​ອິນ​ເຕີ​ເນັດ​ແຊ​ໄຟລ໌​ອັບ​ເດດເອງ​ໂດຍທີ່ເຮົາ​ບໍ່​ຮູ້​ຕົວ

Published on

 

วิธีตั้งค่าไม่ให้ Windows 10 แอบใช้แบนด์วิธเน็ต
ໜຶ່ງ​ໃນ​ຟີ​ເຈີ​ລັບໆ ທີ່​ໄມ​ໂຄ​ຊອບ​ລັກ​ເພີ່ມ​ເຂົ້າ​ມາ​ໃນ  Windows 10 ເຊີ່ງ​ຫລາຍ​ຄົນ​ອາດ​ຍັງ​ບໍ່​ຮູ້​ກໍ​ຄື ການ​ຮັບສົ່ງ​ຂໍ້​ມູນ​ໄຟລ໌​ອັບ​ເດດ​ຂອງ Windows 10 ລະຫວ່າງ​ເຄື່ອງ​ຂອງ​ເຮົາ​ກັບ​ເຄື່ອງ​ຂອງ​ຜູ້​ໃຊ້ Windows 10 ຄົນ​ອື່ນໆ ທົ່ວ​ໂລກ ໂດຍ Windows 10 ຈະ​ໃຊ້​ອິນ​ເຕີ​ເນັດ​ຂະນະ​ທີ່​ຜູ້​ໃຊ້​ກຳ​ລັງ​ເຊື່ອມ​ຕໍ່​ຢູ່​ແຊ​ໄຟລ໌​ອັບ​ເດດ​ຕ່າງໆ ໄປ​ໃຫ້​ເຄື່ອງ​ຄົນ​ອື່ນ​ທີ່​ກຳ​ລັງ​ດາວໂຫລດ​ອັບ​ເດດ Windows 10 ໃນ​ຂະນະ​ນັ້ນ ເພື່ອ​ຊ່ວຍ​ໃຫ້​ການ​ອັບ​ເດດ​ນັ້ນ​ວ່ອງໄວ​ຂຶ້ນ​ໃນ​ກໍລະນີ​ທີ່​ມີ​ຄົນ​ດາວ​ໂຫລດ​ອັບ​ເດດ​ຈາກ​ ເ​ຊີ​ບເວີ​ຂອງ​ໄມ​ໂຄ​ຊອບຫລາຍ​ໆ ຫລື​ອະທິບາຍ​ງ່າຍໆ ກໍ​ຄື​ຄ້າຍ​ກັບ​ການ​ໂຫລດ BitTorrent ນັ້ນ​ເອງ…
          ເຊີ່ງ​ແທ້​ຈິງ​ແລ້ວ​ຟີວ​ເຈີ​ນີ້​ຖື​ວ່າ​ເປັນ​ຟີວ​ເຈີ​ທີ່​ມີ​ປະໂຫຍດ ເພາະ​ມັນ​ຊ່ວຍ​ໃຫ້​ຜູ້​ໃຊ້  Windows 10 ສາມາດ​ດາວ​ໂຫລດ​ອັບ​ເດດ​ໄດ້​ວ່ອງໄວ​ຍິ່ງ​ຂຶ້ນ ແຕ່​ກໍ​ອາດ​ເຮັດໃຫ້​ຜູ້​ໃຊ້​ຫລາຍ​ຄົນ​ບໍ່​ຄ່ອຍ​​ພໍ​ໃຈ​ເພາະ​ມັນ​ລັກ​ໃຊ້​ແບນ​ວິດ​ອິນ​ເຕີ​ເນັດ​ຂອງ​ເຮົາ​ເອງ​ໂດຍ​ບໍ່​ຮູ້​ຕົວ ໂດຍ​ຜູ້​ໃຊ້ Windows 10 ທີ່​ບໍ່​ຕ້ອງ​ການ​ແຊໄຟລ໌​ອັບ​ເດດ​ໄປ​ໃຫ້​ຄົນ​ອື່ນ ບໍ່​ວ່າ​ຈະ​ມີ​ແບນ​ວິດ​ອິນ​ເຕີ​ເນັດ​ຈຳ​ກັດ​ຫລື​ເພາະ​ເຫດຜົນ​ໃດໆກໍ​ຕາມ ສາມາດ​ເຂົ້າໄປ​ປິດ​ຟີວ​ເຈີ​ດັ່ງ​ກ່າວ​ໄດ້​ດ້ວຍ​ວິທີ​ດັ່ງ​ນີ້
1. ຄລິກ​ປຸ່ມ Start ແລ້ວ​ເລືອກ Settings (ໄອ​ຄອນ​ຮູບ​ເຟືອງ)

วิธีตั้งค่าไม่ให้ Windows 10 แอบใช้แบนด์วิธเน็ต

2. ເລືອກ Update & Security

3. ຄລິກ​ທີ່ Advanced Options ດ້ານ​ລຸ່ມ
4. ເລືອກ​ຫົວຂໍ້ Choose How Update Are Delivered
5. ເລືອກ​ປັບ​ໃຫ້ເປັນ Off

วิธีตั้งค่าไม่ให้ Windows 10 แอบใช้แบนด์วิธเน็ต
​ຖ້າ​ຫາກ​ຕ້ອງ​ການ​ເລືອກ​ໃຫ້​ແຊໄຟລ໌​ອັບ​ເດດ​ສະເພາະ​ເຄື່ອງ​ທີ່​ຢູ່ໃນ​ວົງ Lan ດຽວ​ກັນ (ບໍ່​ຕ້ອງ​ໃຊ້​ອິນ​ເທີ​ເນັດ) ໃຫ້​ປັບ​ເປັນ On ແລ້ວ​ເລືອກ PCs on my local network ແທນ

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...