Homeຂ່າວພາຍ​ໃນກະຊວງອຸດສາຫະກຳ ແລະ ການຄ້າຊີ້ ລາຄາສະບຽງ​ອາຫານ ອາດມີ​ທ່າ​ອ່ຽງ​ເພີ​່ມຂຶ້ນ!

ກະຊວງອຸດສາຫະກຳ ແລະ ການຄ້າຊີ້ ລາຄາສະບຽງ​ອາຫານ ອາດມີ​ທ່າ​ອ່ຽງ​ເພີ​່ມຂຶ້ນ!

Published on

www.sabaidee168.com

ກະຊວງ​ອຸດ​ສາ​ຫະກຳ​ ແລະ ​ການ​ຄ້າ​ໃ້ຫ້ຮູ້​ວ່າ: ​ ໄລຍະຜ່ານ​ມາ​ຂະ​ແໜງ​ກາ​ນອຸດສາຫະກຳ ​ແລະ ການ​ຄ້າ​ໄດ້​ເອົາ​ໃຈ​ໃສ່​ຄຸ້ມ​ຄອງ​ລາຄາສິນຄ້າ​ໃຫ້​ຢູ່​ໃນ​ການ​ຄວບ​ຄຸມ​ຕາມ​ ດັດ​ສະ​ນີລາຄາ​ການ​ຊົມ​ໃຊ້​ໃນ​ແຕ່ລະ​ເດືອນ​ໂດຍ​ລວມ​ແລ້ວ​​ເຫັນ​ວ່າ:​ ​ສິນຄ້າຫລາຍປະເພດມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ, ​ໂດ​ຍສະ​ເພາະ​ແມ່ນ​ໜວດ​ສິນຄ້າ​ສະບຽງ​ອາຫານລາຄາ​​ເໜັງ​ຕີງຂຶ້ນ-ລົງຢູ່ຕະຫຼອດ, ເປັນ​ຕົ້ນ​ແມ່ນ​ສິນ​ຄ້າ​ປະ​ເພດ​ພືດຜັກຕາມລະດູການ ແລະ ຊີ້ນ​ງົວ-ຄວາຍອັນ​ເປັນ​ຜົນ​ສືບ​ເນື່ອງ​ມາ​ຈາກ​ລາຄາ​ໃນ​ປີຜ່ານມາກໍ່ຢູ່ໃນເກນຂ້ອນຂ້າງສູງ ແລະ ຍັງສັງເກດເຫັນວ່າມີ​ການ​ສົ່ງ​ອອກ​ງົວ​, ຄວາຍ​ໄປ​ປະ​ເທດ​ໃກ້​ຄຽງ​ເປັນ​ຈຳນວນ​ຫຼາຍ​ເພາະ​ມີລາຄາ​ສູງ​ກວ່າ​ການ​ຈຳໜ່າຍພາຍ​ໃນ, ຈຶ່ງ​ເຮັດ​ໃຫ້ການ​ສະໜອງບໍ່​ພຽງພໍ​ກັບ​ຄວາມ​ຕ້ອງການ, ບວກກັບ​ການ​ລ້ຽງສັດ​ທີ່​ມີ​ທ່າ​ອ່ຽງຫຼຸດ​ລົງ,​ ເນືອງ​ຈາກ​ປະຊາຊົນ​ຫັນ​ໄປ​​ເຮ​ັດອາຊີບ​ອື່ນ​ແທນ,​ ສ່ວນ​ລາຄາ​ຜືດ, ຜັກ ​ແລະ ​ໝາກ​ໄມ້​ກໍ​່ມີ​ການ​ເໜັງ​ຕີງ​ຂຶ້ນ​-ລົງ​ຕາມ​ລະດູ​ການ​ແລະ​ຄ່າ​ຂົນ​ສົ່ງ​ ແລະ ຄາດວ່າ ໃນຕໍ່ໜ້າລາສິນຄ້າປະ ເທດສະບຽງອາຫານຍັງຈະສືບຕໍ່ເພີມຂື້ນຕາມກົນໄກຂອງຕະຫຼອດ ແລະ ຄວາມຕ້ອງການຂອງຜູ້ບໍ່ລິໂພກທີ່ນັບມື້ເພີ່ມຫຼາຍຂຶ້ນ, ການ​ຄຸ້ມ​ຄອງ​ລາຄາ​ສິນຄ້າ​​ສ່ວນໃຫຍ່ຂະ​ແໜງ​ອຸດສາຫະກຳ ​ແລະ ການ​ຄ້າ​ຈະເລັ່ງ ​ແລະ ​ຄວບ​ຄຸມ​​ສິນຄ້າ​ 4 ປະ​ເພດ ແລະ 14 ລາຍການ​ເຊັ່ນ: ນ້ຳມັນ​ເຊື້ອ​ໄຟ,​ເຂົ້າ, ຊີ້ນ, ປາ, ​ເປັນ​ແຕ່ລະ​ໄລຍະ, ​ໂດຍ​ປະຕິບັດ​ຕາມ​ດຳ​ລັດ 474/ນຍ. ລົງ​ວັນ​ທີ 18/11/2010 ແລະ ເພື່ອເຮັດໃຫ້ການຄວມຄຸມລາຄາ ສິນຄ້າມີປະສິດທິພາບຂະ​ແໜ​ງອຸດສາຫະກຳ-​ການ​ຄ້າ​ຈະສືບຕໍ່ປັບປຸງ​ວຽກງານຂອງຕົນ ​ແລະ ​ເລັງໃສ່ການ​ສົ່ງ​ເສີມ​ຂະຫຍາຍ​ໂຮງງານ​ປຸງ​​ແຕ່ງ​ຜົນ​ຜະລິດ​ກະສິກຳ​ຕາມ​ເງື່ອນ​ໄຂ ​ແລະ​ ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ແຕ່ລະ​ທ້ອງ​ຖິ່ນ​ໃຫ້​ກ້ວາງ​ຂວາງ ​ແລະ ທົ່ວ​ເຖິງ, ຍົກ​ສູງ​ຄວາມ​ສຳຄັນ​ການ​ຕິດຕາມ​ກວດກາ​ການ​ເຄື້ອ​ນ​ໄຫວ​ການ​ຄ້າ​ຢູ່​ພາຍ​ໃນ, ຫ້ອງການ​ການ​ຄ້າ​ເມືອງ​ຕ້ອງ​​ເອົາ​ໃຈ​ໃສ່​ຢ່າງ​ແຂງ​ແຮງ, ໃນການຄຸມ​ຄອງ​ການ​ຜະລິດ​ຂອງ​ປະຊາຊົນ, ​ມີ​ນະ​ໂຍບາຍ​ເກັບ​ຊື້​ໃຫ້​ສອດຄ່ອງ​ເພື່ອ​​ສົ່ງ​ເສີມ​ການ​ແຂ່ງຂັນ, ບຸກບືນ, ຫ້າວຫັນ​ຂອງ​ປະຊາຊົນ​ໃນ​ການ​ຜະລິດ​ເປັນ​ສິນຄ້າ, ​ແນ​່​ໃສ່​ຕອບ​ສະໜອງ​​ຄວາ​ມຕ້ອງການ​ຂອງ​ຕະຫຼາດໄດ້ພຽງພໍ.

 

ຂອບໃຈຂ່າວຈາກ:

ລພນ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...