Homeຂ່າວຕ່າງປະເທດຊາຍໜຸ່ມຄົນນີ້ເຊື່ອວ່າສີຂຽວເຮັດໃຫ້ຮວງຈຸ້ຍດີ ລົງທຶນທາສີໜ້າຜາສູງ 900 ແມັດ

ຊາຍໜຸ່ມຄົນນີ້ເຊື່ອວ່າສີຂຽວເຮັດໃຫ້ຮວງຈຸ້ຍດີ ລົງທຶນທາສີໜ້າຜາສູງ 900 ແມັດ

Published on

 ชายคนนี้เชื่อว่าสีเขียวทำให้ฮวงจุ้ยดี ลงทุนทาสีหน้าผาสูง 900 เมตร

ຊາຍ​ໜຸ່ມຊາວຈີນ​ເຊື່ອ​ວ່າ​ສີ​ຂຽວ​ຈະ​ເຮັດໃຫ້​ເຮືອນ​ຮວງ​ຈຸ້ຍ​ດີ ເລີຍ​ຈັດການ​ທາສີ​ໜ້າ​ຜາ​ສູງ​ກວ່າ 900 ແມດ​ຈົນ​ກາຍ​ເປັນ​ສີ​ຂຽວ​ກວ່າ 2,000 ຕາ​ແມັດ ເຈົ້າ​ຫນ້າທີ່​ທ້ອງ​ຖິ່ນ​ເຂົ້າ​ກວດ​ສອບ​ທັນ​ທີ
ຮວງ​ຈຸ້ຍ ເປັນ​ຄວາມເຊື່ອໃນການ​ຕັ້ງ​ຂອງ​ທີ່​ຢູ່​ອາໄສ ມີ​ມາ​ຕັ້ງ​ແຕ່​ບູຮານ​​ຂອງ​ຈີນ ແລະ​ຖື​ເປັນ​ເລື່ອງ​ທີ່​ສຳຄັນ​ແລະ​ຈິງ​ຈັງ​ເປັນ​ຢ່າງ​ຫລາຍ​ສຳລັບ​ນັກ​ທຸລະກິດ​ແລະ​ຊາວ​ຈີນ​ແລະ​ບາງຄົນ ລວມ​ເຖິງ​ຊາຍ​ຊາວ​ຈີນ​ຊົນນະບົດ​ສີ​ຈຽງ ໃນ​ເມືອງ​ສົງ​ຊິ່ງ​ຄົນ​ນີ້ ເຊີ່ງ​ເຊື່ອ​ເລື່ອງ​ຮວງ​ຈຸ້ຍ​ເປັນ​ຢ່າງ​ຫລາຍ​ແນ່ນອນ ​ວັນທີ່ 3 ສິງ​ຫາ ທີ່ຜ່ານມາ ເວັບ​ໄຊ​ຊ່ຽງ​ໄຮ້​ອິດ ເຜີຍແຜ່​ເລື່ອງ​ຂອງ​ການ​ສະແດງ​ຄວາມ​ເຊື່ອ​ໃນ​ແບບ​ທີ່​ແປກປະຫລາດ​​ແລະ​ບໍ່​ເຄີຍ​ເຫັນ​ຢູ່ໃສ​ມາ​ກ່ອນ
ທ້າວ​ຫຍາງ ຈື້​ກັງ ມີ​ຄວາມ​ເຊື່ອ​ທາງ​ຮວງ​ຈຸ້ຍ​ວ່າ ສີ​ເກົ່າ​ຂອງ​ໜ້າ​ຜາ​ນັ້ນ​ສົ່ງ​ຜົນ​ບໍ່​ດີ​ຕໍ່​ເຮືອນ​ຂອງ​ພວກເຂົາ ແລະ​ພວກເຂົາ​ຈະ​ມີ​ຖິ່ນ​ຖານ​ທີ່​ຢູ່​ອາໄສ​ໄດ້​ໄກ​ຫລາຍ​ເທົ່າ​ພື້ນ​ທີ່​ໜາ​ຜາ​ທີ່​ຄຸມ​ດ້ວຍ​ສີ​ຂຽວ ດັ່ງ​ນັ້ນ​ພວກເຂົາ​ຈຶ່ງ​ສັ່ງ​ໃຫ້​ຄົນ​ງານ 5-6 ຄົນ ປີນ​ເຊືອກ​ຂຶ້ນ​ໄປ​ທາ​ສີ​ໜ້າ​ຜາ​ໃຫ້ເປັນ​ສີ​ຂຽວ​ຄື​ທີ່​ເຫັນ ໂດຍ​ໃຊ້​ເວລາ​ຫລາຍ​ກວ່າ​ອາທິດ​ໃນ​ການເຮັດໃຫ້​ໜ້າ​ຜາ​ທີ່​ມີ​ຄວາມ​ສູງ​ເຖິງ 900 ແມັດ ແລະ​ມີ​ພື້ນ​ທີ່​ປະ​ມານ 2,000 ຕາ​​ແມັດ ກາຍ​ເປັນ​ສີ​ຂຽວ​ທັງ​ໝົດ ເຊີ່ງ​ບາງ​ຄົົນທີ່​ເຫັນ​ນຳ​ກໍ​ບອກວ່າ​ສີ​ຂຽວ​​ນີ້​ເບິ່ງ​ເປັນຕາຢ້ານ​ພຶ​ລຶກ
ຢ່າງໃດ​ກໍ​ດີ​ທາງ​ຫນ່ວຍ​ງານ​ເຈົ້າ​ຫນ້າທີ່​ທ້ອງ​ຖິ່ນ​ໄດ້​ເຂົ້າ​ກວດ​ສອບ​ກໍລະນີ​ດັ່ງ​ກ່າວ​ເຊີ່ງ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ກັບ​ພື້ນ​ທີ່​ທຳມະຊາດ​ເປັນ​ວົງ​ກວ້າງ ຂະນະ​ທີ່​ທ້າວ​​ຫຍາງ​ໄດ້​ອ້າງ​ວ່າ​ເປັນ​ການ​ປັບປຸງ​​ຄັ້ງ​ໃຫຍ່​ໃຫ້​ສວຍງາມ ບໍ່​ເຫັນ​ວ່າ​ຈະ​ມີ​ສິ່ງ​ໄດ້​ຜິດ​ແຕ່​ຢ່າງ​ໃດ

 ชายคนนี้เชื่อว่าสีเขียวทำให้ฮวงจุ้ยดี ลงทุนทาสีหน้าผาสูง 900 เมตร

 ชายคนนี้เชื่อว่าสีเขียวทำให้ฮวงจุ้ยดี ลงทุนทาสีหน้าผาสูง 900 เมตร

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...