Homeຂ່າວຕ່າງປະເທດເຈົ້າບ່າວຕົກໃຈເອີ້ນຄ່າເສຍຫາຍກັບເຈົ້າສາວທີ່ຫາກໍ່ແຕ່ງງານ ຫລັງຈາກທີ່ໄດ້ເຫັນໜ້າສົດໆ

ເຈົ້າບ່າວຕົກໃຈເອີ້ນຄ່າເສຍຫາຍກັບເຈົ້າສາວທີ່ຫາກໍ່ແຕ່ງງານ ຫລັງຈາກທີ່ໄດ້ເຫັນໜ້າສົດໆ

Published on

หนุ่มช็อกเห็นหน้าสดแฟนหลังวันวิวาห์ เดินหน้าฟ้องค่าเสียหาย

ຄູ່​ບ່າວ​ສາວ​ທີ່​ຄົບ​ຫາ​ເບິ່ງ​ໃຈກັນມາດົນ​ຈົນ​ເຖິງ​ຂັ້ນ​ຈະ​ຈູງ​ມື​ກັນແດງດອງ​ ​ໝັ້ນໃຈ​ໄດ້​ເລີຍ​ວ່າ ທັງ​ຄູ່​ຕ້ອງ​ຮູ້​ຈັກ​ກັນ​ມາ​ເປັນ​ຢ່າງ​ດີ ແຕ່​ໃນ​ທີ່ສຸດ​ສິ່ງ​ນີ້​ກໍເກິດ​ຂຶ້ນ ເມື່ອ​ເຈົ້າ​ບ່າວ​ຟ້ອງ​ຮ້ອງ​ຄ່າ​ເສຍ​ຫາຍ​ຈາກ​ຝ່າຍ​ຍິງ ປະມານ 170.000.000 ກີບ ຫລັງຈາກທີ່​ຕື່ນ​ມາ​ຕົກໃຈທີ່ສຸດ​ເມື່ອ​ໄດ້ເຫັນ​ໜ້າ​ສົດຂອງ​ເຈົ້າ​ສາວ ແລ້ວ​ປ່ຽນ​ໄປ​ເປັນ​ຄົນ​ລະ​ຄົນ!!
ວັນທີ່ 3 ສິງຫາ ທີ່ຜ່ານມາ ເວັບ​ໄຊ​ເດິ​ຊັນ ລາຍ​ງານ​ອ້າງ​ອີງ​ແຫລ່​ງຂ່າວ​ແອນ​ຈີ​ເລຍວ່າ ສານ​ກຸງ​ແອນ​ເຈຍ ເມືອງ​ຫລວງ​ຂອງ​ໄນ​ຈີ​ເຣຍ ໄດ້ຮັບ​ຄຳ​ຟ້ອງ​ຈາ​ກ​ຕົວ​ແທນ​ຊາຍ​ຄົນ​ໜຶ່ງ ທີ່​ໄດ້​ຍື່ນ​ຟ້ອງ​ຮ້ອງ​ຄ່າ​ເສຍ​ຫາຍ​ຈາກ​ເຈົ້າ​ສາວ ເປັນ​ມູນ​ຄ່າ ປະມານ 170.000.000 ກີບ ຫລັງ​ຈາກ​ຕົກໃຈສຸດໆ ທີ່​ໄດ້​ເຫັນ​ໜ້າ​ສົດ​ຂອງ​ເຈົ້າ​ສາວ ໃນ​ເຊົ້າ​ມື້ທຳອິດ​ທີ່​ຕື່ນ​ຂຶ້ນ​ຈາກ​ຫ້ອງຫໍ
ໃນ​ເອກະສານ​ຄຳ​ຮ້ອງ​ລະ​ບຸ​ວ່າ ເຈົ້າ​ບ່າວ​ຄົນ​ນີ້​ຈື່​ຄົນ​ຮັກ​ຕົວ​ເອງ​ບໍ່​ໄດ້ ເຖິງ​ຂະໜາດ​ທີ່​ເຂົ້າໃຈ​ວ່າ​ນາງ​ເປັນ​ຂີ້ລັກ​ທີ່​ເຂົ້າ​ມາ​ລັກເຄື່ອງໃນ​ຫ້ອງ​ຫໍ ແລະ​ຍັງ​ໃຫ້​ລາຍ​ລະອຽດ​ວ່າ ກ່ອນ​ໜ້າ​ນີ້​ຝ່າຍ​ຊາຍ​ແລະ​ຝ່າຍ​ຍິງ​ທີ່​ຫາກໍ່​ຈະ​ແຕ່ງ​ດອງ​ເປັນ​ຜົວ​ເມຍ ເຂົ້າໃໝ່ປາມັນກັນແລ້ວ ຕ່າງກໍ່​ແຕ່ງ​ໜ້າ​ເວລາ​ໄດ້​ພົບ​ກັນ​ຕະຫລອດ ນາງ​ເບິ່ງ​ງາມຫລາຍ ແລະ​ນິ້ເປັນ​ເທື່ອ​ທຳອິດ​ທີ່​ຝ່າຍ​ຊາຍ​ໄດ້​ເຫັນ​ໜ້າ​ແທ້ໆ ຂອງ​ນາງ ເຮັດໃຫ້​ຝ່າຍຊາຍຮູ້ສຶກ​ຖືກ​ຕົວະ 
“
ສະ​ນັ້ນ​ຝ່າຍ​ເຈົ້າ​ບ່າວ ຕ້ອງ​ການ​ຟ້ອງ​ຮ້ອງ​ເອີ້ນ​ຄ່າ​ເສຍ​ຫາຍ​ຈາກ​ເຈົ້າ​ສາວ ປະມານ 170.000.000 ກີບ ຂໍ້ຫາ​ເຮັດໃຫ້​ເກີດ​ຄວາມ​ເຈັບ​ຊ້ຳ​ທາງ​ຈິດ​ໃຈ”

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...