spot_img
Homeຂ່າວຕ່າງປະເທດມຽນມາຍອມຮັບ ການຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມຊັກຊ້າ

ມຽນມາຍອມຮັບ ການຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມຊັກຊ້າ

Published on

ໂຄ​ສົກ​ຣັດຖະບານ​ພະ​ມ່າ ອອກມາຖະແຫລງຂ່າວ ການຊ່ວຍເຫລືອ​ຜູ້​ປະ​ສົບ​ໄພ​ນ້ຳ​ຖ້ວມ​ມີການ​ຊັກ​ຊ້າ ເນື່ອງ​ຈາກ​ການ​ຕອບສະຫນອງ​ຂອງ​ຣັດ​ທີ່​ມີ​ໜ້ອຍ​ເກີນ​ໄປ

636778

ສຳ​ນັກ​ຂ່າວ​ຕ່າງ​ປະເທດ ລາຍ​ງານ​ວ່າ ທ້າວ ​ເຍທຸດ ໂຄ​ສົກ​ຄະນະ​ຣັດຖະບານ​ມຽນມາ ອອກ​ມາ​ຖະແຫລງ​ການຍອມ​ຮັບ​ການ​ຕອບສະຫນອງ​ທີ່​ໜ້ອຍ​ເກີນ​ໄປ​ຂອງ​ຣັດຖະບານ ເຮັດໃຫ້​ເກີດ​ການ​ດຳ​ເນີນ​ການ​ແກ້​ໄຂ​ວິກິດ​ອຸ​ທົກກະ​ໄພ​ເທື່ອ​ຮຸນແຮງ​ເປັນ​ໄປ​ຢ່າງ​ຫລ້າ​ຊ້າ ເຊີ່ງ​ສົ່ງ​ຜົນ​ກະທົບ​ຕໍ່​ການ​ອົບພະ​ຍົບ ແລະ​ຄວາມ​ຊ່ວຍເຫລືອ​ໃຫ້​ແກ່​ປະຊາຊົນ​ໄດ້​ທັນ​​ທີ ຢ່າງໃດ​ກໍ​ຕາມ ຣັດຖະບານ​ໄດ້​ເລັ່ງ​ການ​ດຳ​ເນີນ​ງານ​ໃນ​ສ່ວນ​ນີ້ ແລະ​ຕິດ​ຕໍ່​ປະ​ສານ​ງານ​ກັບ​ປະເທດໃກ້ຄຽງ ແລະ​ອົງກອນ​ນານາ​ຊາດ ອີກ​ຈຳນວນ​ຫລາຍ ເພື່ອ​ຂໍ​​ຄວາມ​ຊ່ວຍເຫລືອ​ແລ້ວ ນອກຈາກນີ້ຝົນ​ຟ້າຍັງ​ຮຸນແຮງ​ເກີດຂື້ນ​ຢ່າງຕໍ່ເນື່ອງ​ໃນ​ມຽນມາ ມາ​ຈາກ​ອິດທິພົນ​ຂອງ​ພາ​ຍຸ​ໄຊ​ໂຄນ ໂກ​ເມນ ເຮັດໃຫ້​ມີ​ຜູ້​ເສຍຊີວິດ​ແລ້ວ 46 ຄົນ ແລະ​ໄດ້ຮັບ​ຄວາມ​ເດືອດ​ຮ້ອນ​ອີກ​ບໍ່​ຕ່ຳ​ກວ່າ 215, 000 ຄົນ ຂະນະ​ທີ່ ຣັດຖະບານ ປະ​ກາດ​ສະຖານະການ​ສຸກ​ເສີນ​ໃນ 4 ຣັດ ໄດ້​ແກ່ ຣັດ​ຍະ​ໄຂ່ ຣັດ​ຊິນ ເຂດ​ສະ​ກາຍ ແລະ​ເຂດ​ມາ​ກຽວ ເວລາ​ດຽວ​ກັນນີ້ິ້ ຍັງມີ​ລາຍ​ງານ​ພາ​ຍຸ​ຝົນ​ຟ້າ​ຄະ​ນອງ​ແລະ​ກະ​ແສ​ລົມ​ພັດ​ແຮງ​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ໃຫ້​ແກ່​ສູນ​ລີ້ໄພ ​ຜູ້​ອົບ​ຍົບ​ຊາວ​ໂລ​ຮີນ​ຈາ ປະມານ 140, 000 ຄົນ ແມ່ນ​ຍັງ​ບໍ່​ມີ​ລາຍ​ງານ​ການ​ປະ​ເມີນ​ຄວາມ​ເສຍ​ຂອງ​ພື້ນ​ທີ່​ປະ​ສົບ​ໄພ​ພິບັດ​ໃນ​ພາກ​ຕະເວັນ​ຕົກ​ອອກ​ມາ​ຢ່າງ​ເປັນ​ທາງ​ການ ແຕ່ ກະຊວງແຮງງານແລະສະຫວັດດີການສັງຄົມ​ຂອງ​ມຽນມາ ຄາດ​ການ​ຈຳນວນ​ຜູ້​ເສຍຊີວິດ​ຈາກ​ອຸ​ທົກກະ​ໄພ​ເທື່ອ​ນີ້​ອາດ​ເພີ່ມ​ຂຶ້ນ​ອີກ

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...