Homeຂ່າວຕ່າງປະເທດພາຍຸໄຕ້​ຝຸ່ນ​ເຊົາ​ເດ​ລໍ ​ແຮງ​ທີ່ສຸດ​ຕົ້ນ​ປີ​ນີ້ ກຳ​ລັງ​ພັດ​ ຍີ່​ປຸ່ນ ໄຕ້​​ຫວັນ ແລະ ​ຈີນ 6 – 7 ສິງຫານີ້

ພາຍຸໄຕ້​ຝຸ່ນ​ເຊົາ​ເດ​ລໍ ​ແຮງ​ທີ່ສຸດ​ຕົ້ນ​ປີ​ນີ້ ກຳ​ລັງ​ພັດ​ ຍີ່​ປຸ່ນ ໄຕ້​​ຫວັນ ແລະ ​ຈີນ 6 – 7 ສິງຫານີ້

Published on

ພາຍຸໄຕ້​ຝຸ່ນ​ເຊົາ​ເດ​ລໍ ພາ​ຍຸ​ກຳ​ລັງ​ແຮງ​ທີ່ສຸດ​ຕົ້ນ​ປີ​ນີ້ ກຳ​ລັງ​ພັດ​ຜ່ານ​ເຂົ້າປະເທດ ຍີ່​ປຸ່ນ ໄຕ້​​ຫວັນ ແລະ ​ຈີນ 6 – 7 ສິງຫານີ້

636780

ສຳ​ນັກ​ຂ່າວ​ຕ່າງ​ປະເທດ ລາຍ​ງານ​ວ່າ ຈີນ ໄຕ້​ຫວັນ ແລະ​ຍີ່​ປຸ່ນ ກຳ​ລັງ​ວາງແຜນການ​ເພື່ອ​ຮັບ​ມື​ກັບໄຕ້​ຝຸ່ນ​ເຊົາ​ເດ​ລໍ ພາ​ຍຸ​ທີ່​ຮຸນແຮງ​ທີ່ສຸດ​ໃນ​ປີ 2015 ຫລັງ​ຈາກ​ເຂົ້າ​ຖະ​ຫລົ່ມ​ໝູ່​ເກາະ ນໍເ​ທິ​ນ ມາ​ເຣຍນ່າ ຂອງສະ​ຫາຣັ ທາງ​ມະຫາ​ສະມຸດ​ປາ​ຊິີຟິກ ແລະ​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ຫລວງຫລາຍ ເທິງ​ເກາະ​ໄຊ​ປັນ ເຊີ່ງ​ກົມອຸຕຸ​ເຕືອນ​ໄພ​ໄຕ້​ຝຸ່ນ​ຂອງ​ກອງທັບ​ເຮືອສະ​ຫາຣັດ ລະ​ບຸ​ວ່າ ໄຕ້​ຝຸ່ນ​ເຊົາ​ເດ​ລໍ ກຳ​ລັງ​ເຄື່ອນ​ຕົວ​ຢູ່​ມະຫາ​ສະມຸດ​ປາ​ຊິ​ຟິກ ໂດຍ​ມີ​ຄວາມ​ໄວ​ລົມ​ຫລາຍກວ່າ 257.5 ກມ./ຊມ. ແລະ​ມີ​ຄວາມ​ໄວ​ລົມ​ພັດ ເຖິງ 321 ກມ./ຊມ. ທຽບ​ເທົ່າ​ກັບ​ພາ​ຍຸ​ເຮີ​ລິ​ເຄນ​ລະ​ດັບ 5 ເຊີ່ງ​ເປັນ​ລະ​ດັບ​ສູງ​ສຸດ ເຊີ່ງ​ນັກ​ອຸ​ຕຸ​ນິຍົມ​ວິທະຍາ​ຂອງ​ແອກ​ຄິວ​ເວດ​ເທີ ສະ​ຫາຣັດລະ​ບຸ​ວ່າ ກຳ​ລັງ​ເກີດ​ຄວາມ​ກັງ​ວົນ​ຂຶ້ນ​ທີ່​ໄຕ້​​ຫວັນ ແລະ​ໝູ່​ເກາະ​ລິວ​ກິວ ເຊີ່ງ​ເປັນ​ເກາະ​ທາງ​ຕະເວັນ​ຕົກ​ສຽງ​ໃຕ້​ຂອງ​ເກາະ​ຄິວ​ຊູ ຂອງ​ປະເທດ​ຍີ່​ປຸ່ນ ເຊີ່ງ​ອາດ​ຕ້ອງ​ພົບກັບບັນຫາ​ໄຕ້​ຝຸ່ນ​ເຊົາ​ເດ​ລໍ ຢ່າງ​ໄວ​ທີ່ສຸດ ໃນ​ວັນທີ່ 6 – 7 ສິງຫາ ທີ່​ຈະ​ມາເຖິງ​ນີ້ ແລະ​ພາ​ຍຸ​ຈະ​ເຄື່ອນ​ຕົວ​ໄປ​​ພາກ​ຕະເວັນ​ອອກ​ຂອງ​ຈີນ ໃນ​ອາທິດ​ໜ້າ ຢ່າງໃດ​ກໍ​ຕາມ ເຊື່ອ​ວ່າ ເມື່ອ​ເຖິງ​ຕອນ​ນັ້ນ​ພາ​ຍຸ​ຈະ​ອ່ອນ​ກຳ​ລັງ​ລົງ​ເປັນ​ພາ​ຍຸ​ລະ​ດັບ 4 ຫລື 3 ແລ້ວ

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...