Homeມູມໄອທີລາວລະ​ວັງ ! ອີ​ເມວຕົວະ​ໃຫ້​ດາວໂຫລດ​ໄຟລ໌​ອັບ​ເກດ​ເປັນ Windows 10 ຟຣີ ທີ່​ແທ້​ເປັນ​ໄຟລ໌​ປອມ

ລະ​ວັງ ! ອີ​ເມວຕົວະ​ໃຫ້​ດາວໂຫລດ​ໄຟລ໌​ອັບ​ເກດ​ເປັນ Windows 10 ຟຣີ ທີ່​ແທ້​ເປັນ​ໄຟລ໌​ປອມ

Published on

ระวัง ! อีเมลหลอกให้โหลดไฟล์อัพเกรด Windows 10

ລະ​ວັງ ! ອີ​ເມວຕົວະ​ໃຫ້​ດາວໂຫລດ​ໄຟລ໌​ອັບ​ເກດ​ເປັນ Windows 10 ຟຣີ ທີ່​ແທ້​ເປັນ​ໄຟລ໌​ປອມ ລັອກ​ຂໍ້​ມູນ​ສຳຄັນ​ໃນ​ເຄື່ອງ​ເປັນ​ຕົວ​ປະ​ກັນ ຖ້າ​ຢາກ​ໄດ້​ຄືນ​ຕ້ອງ​ຍອມ​ຈ່າຍ​ເງີນ
​ວັນທີ່ 31 ກໍລະກົດ ທີ່ຜ່ານມາ  Cisco ໄດ້​ເປີດ​ເຜີຍ​ວ່າ ໃນ​ຂະນະ​ນີ້​ມີ​ຜູ້​ບໍ່​ປະສົງ​ດີ​ໃຊ້​ແຄມ​ເປນ​ອັບ​ເກດ Windows 10 ຂອງ​ໄມ​ໂຄ​ຊອບ​ເປັນ​ໂອ​ກາດ​ໃນ​ການ​ຕົວະໃຫ້​ເຫຍື່ອ​ຖືກ​ລັກ​ໄຟລ໌​ສຳຄັນ​ເປັນ​ຕົວ​ປະ​ກັນ ໂດຍ​ຈະ​ມາ​ໃນ​ຮູບ​ແບບ​ຂອງ​ອີ​ເມວທີ່​ແອບ​ອ້າງ​ເປັນ​ໄມ​ໂຄ​ຊອບ ເຊີ່ງ​ໃຊ້​ຊື່​ອີ​ເມວ​ທີ່​ລົງ​ທ້າຍ​ວ່າ @microsoft.com ຕົວະ​ໃຫ້​ຜູ້​ອ່ານ​ຫລົງ​ເຊື່ອ​ວ່າ​ເປັນ​ອີ​ເມວ​ທີ່​ສົ່ງ​ມາ​ຈາກ​ໄມ​ໂຄ​ຊອບແທ້ ແລະ​ຕົວະໃຫ້​ດາວໂຫລດ​ໄຟລ໌​ເພື່ອ​ຕິດ​ຕັ້ງ Windows 10 ຟຣີ ແຕ່​ແທ້​ຈິງ​ແລ້ວ​ເປັນ​ໄຟລ໌​ປອມ

ระวัง ! อีเมลหลอกให้โหลดไฟล์อัพเกรด Windows 10

​ຫາກ​ສັງເກດ​ໃຫ້​ດີ​ຈະ​ພົບ​ວ່າ​ເນື້ອ​ຫາ​ໃນ​ອີ​ເມວ​ນັ້ນ​ຈະ​ມີ​ຕົວ​ອັກສອນ​ແປກໆ ປະ​ປົນ​ຢູ່ ແລະ​ໂປຣ​ແກ​ຣມສະ​ແກນ​ໄວ​ຣັດ​ຂອງ​ຜູ້​ໃຫ້​ບໍລິການ​ອີ​ເມນວອາດ​ແຈ້ງ​ເຕືອນ​ວ່າ​ເປັນ​ອີ​ເມວ​ທີ່​ບໍ່​ປອດ​ໄພ​ອີກ​ດ້ວຍ ເຊີ່ງ​ຖ້າ​ຫາກ​ເຫຍື່ອ​ຫລົງ​ເຊື່ອ​ແລະ​ດາວ​ໂຫລດ​ໄຟລ໌​ທີ່​ແນບ​ມາ​ກັບ​ອີ​ເມວ​ແລ້ວ​ເປີດ​ໄຟລ໌​ຂຶ້ນ​ມາ ຈະ​ສະແດງ​ຂໍ້ຄວາມ​ແຈ້ງ​ວ່າ​ຂໍ້​ມູນ​ສຳຄັນ​ທີ່​ຢູ່ໃນ​ເຄື່ອງ​ໄດ້​ຖືກ​ເຂົ້າ​ລະ​ຫັດ​ໄວ້​ແລ້ວ ເຮັດໃຫ້​ບໍ່​ສາມາດ​ໃຊ້​ງານ​ໄດ້​ຈົນ​ກວ່າ​ຈະ​ຍອມ​ຈ່າຍ​ເງີນ​ເພື່ອ​ແລກ​ກັບ​ລະ​ຫັດ​ສຳລັບ​ປົດ​ລັອກ​ຂໍ້​ມູນ

ระวัง ! อีเมลหลอกให้โหลดไฟล์อัพเกรด Windows 10

ສຳລັບ​ວິທີ​ປ້ອງ​ກັນ​ເບື້ອງ​ຕົ້ນ​ກໍ​ຄື ເກັບ​ຂໍ້​ມູນ​ສຳຄັນ​ສຳ​ຮອງ​ເອົາ​ໄວ້​ໃນ​ທີ່​ປອດ​ໄພ ແລະ​ກວດ​ສອບ​ອີ​ເມວ​ໃຫ້​ແນ່​ໃຈ​ກ່ອນ​ວ່າ​ປອດ​ໄພ​ເຊື່ອ​ຖື​ໄດ້​ຫລື​ບໍ່​ກ່ອນ​ຫລົງ​ເຊື່ອ ແລະ​ສຳລັບ​ໃນ​ກໍລະນີ​ການ​ອັບ​ເກດ Windows 10 ນັ້ນ​ທາງ​ໄມ​ໂຄ​ຊອບຈະ​ບໍ່​ມີ​ການ​ສົ່ງ​ໄຟລ໌​ຕິດ​ຕັ້ງ​ແນບ​ມາ​ທາງ​ອີ​ເມວ​ແຕ່​ຢ່າງ​ໃດ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...