ຫາດຊາຍຟອງ ຍັງຄອຍຄວາມຫວັງປັບປຸງເສັ້ນທາງເລກ 11 ຕອນໃຕ້

ຫາດຊາຍຟອງ ຍັງຄອຍຄວາມຫວັງປັບປຸງເສັ້ນທາງເລກ 11 ຕອນໃຕ້

ຕາມ​ການ​ໃຫ້​ສຳພາດ​ຂອງ​ທ່ານ ພູ​ທົງ ລັດຕະນະ​ວົງ ຫົວໜ້າ​ຫ້ອງການ​ໂຍທາ​ທິ​ການ ແລະ ຂົນສົ່ງ ເມືອງ​ຫາດ​ຊາຍ​ຟອງ ນະຄອນຫຼວງ​ວຽງ​ຈັນ ຕໍ່​ນັກ​ຂ່າວ​ເມືອງ​ຫາດ​ຊາຍ​ຟອງ ໃນ​ວັນ​ທີ 21 ສິງຫາ 2013 ກ່ຽວ​ກັບ​ການ​ປັບປຸງ​ສ້ອມແປງ​ເສັ້ນທາງ​ເລກ 11 ຕອນ​ໃຕ້ (ຖະໜົນ​ທ່າ​ເດື່ອ) ໃຫ້​ຮູ້​ວ່າ: ສະພາບ​ຂອງ​ເສັ້ນທາງ​ສາຍ​ຫຼັກ​ເລກ 11 ຕອນ​ໃຕ້ ໃນ​ປັດຈຸບັນ ກໍ​ຄື​ທີ່​ຜ່ານ​ມາ ແມ່ນ​ໄດ້​ຮັບ​ການ​ພັດທະນາ ແລະ ປັບປຸງ​ຢ່າງ​ລຽນຕິດ ແຕ່​ກໍ​ຍັງ​ບໍ່​ໄດ້​ມາດຕະຖານ ພຽງ​ແຕ່​ວ່າ​ແກ້​ໄຂ​ສະເພາະ​ໜ້າ ສ້ອມແປງ​ພໍ​ໃຫ້​ທຽວ​ໄປ​ມາ​ໄດ້ ເນື່ອງ​ຈາ​ກວ່າ​ງົບປະມານ​ທີ່​ນຳ​ມາ​ປັບປຸງ​ເສັ້ນທາງ​ແມ່ນ​ບໍ່​ພຽງພໍ ທີ່​ຜ່ານ​ມາ​ແມ່ນ​ໄດ້​ລະດົມ​ນຳ​ບັນດາ​ບໍລິສັດ ຂຸດ​ຄົ້ນ​ຫີນ-ຊາຍ ນັກທຸລະກິດ ຊາວ​ຄ້າຂາຍ ແລະ ພໍ່​ແມ່​ປະຊາຊົນ ຢູ່​ໃນ​ເຂດ​ດັ່ງກ່າວ​ນັ້ນ ແຕ່​ຕົກ​ມາ​ຮອດ​ປັດຈຸບັນ​ນີ້ ສະພາບ​ເສັ້ນທາງ​ແມ່ນ​ເປ່​ເພ​ຫຼາຍ​ທີ່​ສຸດ ແລະ ສາເຫດ​ທີ່​ພາໃຫ້​ເສັ້ນທາງ​ເກີດ​ເປັນ​ຂຸມ ເປັນ​ບວກ ແລະ ເປັນ​ຄື້ນ ນັ້ນ​ແມ່ນ​ມາ​ຈາກ​ໄພ​ທຳ​ມະ​ຊາດ ເກີດ​ຈາກ​ການ​ບັນທຸກ​ໜັກ​ເກີນ​ກຳນົດ​ຂອງ​ລົດ​ຂົນ​ຫີນ-ຊາຍ ແລະ ບັນທຸກ​ອື່ນໆ ນອກ​ນັ້ນ​ກໍ​ຍັງ​ບໍ່​ໄດ້​ຮັບ​ການ​ສ້ອມແປງ​ເປັນ​ເວລາ​ດົນ ຈຶ່ງ​ເຮັດ​ໃຫ້​ເສັ້ນທາງ​ດັ່ງກ່າວ​ຊຸດໂຊມ​ເປັນ​ອຳມະພາດ ຜ່ານ​ມາ​ເມືອງ​ກໍ​ໄດ້​ມີ​ການ​ປັບປຸງ ລະດົມ​ບໍລິສັດ ນັກທຸລະກິດ ຊາວ​ຄ້າຂາຍ ປະຊາຊົນ​ມີ​ສ່ວນ​ຮ່ວມ​ໃນ​ການ​ສ້ອມແປງ​ເສັ້ນທາງ​ແລ້ວ ປະມານ 7-8 ຄັ້ງ ແປງ​ໄດ້ 4 ຈຸດ​ຄື ຈຸດ​ທີ່​ເປ່​ເພ​ໜັກ​ແມ່ນ​ຢູ່​ເຂດ​ທ່າ​ມ່ວງ ປ່າ​ຫວ້າ ທ່າ​ເດຶ່ອ ຖິ່ນ​ຕົມ ແລະ ບ່ອນ​ອື່ນໆ ໂດຍ​ໃຊ້​ເງິນ​ຈຳນວນ 7-8 ລ້ານ​ກີບ​ຕໍ່​ຄັ້ງ ເພື່ອ​ເຮັດ​ໃຫ້​ເສັ້ນທາງ​ດັ່ງກ່າວ​ຄືນ​ສູ່​ສະພາບ​ເດີມ ແຕ່​ເຖິງ​ຢ່າງໃດ​ກໍ​ຕາມ​ສຳລັບ​ທິດ​ທາງ​ໃນຕໍ່ໜ້າ ກໍ​ຄື​ແຜນທີ່​ຈະ​ປັບປຸງ​ເສັ້ນທາງ​ໃຫ້​ດີ​ນັ້ນ ເມຶອງ​ຄິດ​ວ່າ​ຄົງ​ຍັງ​ກຳນົດ​ບໍ່​​ທັນ​ໄດ້​ເທື່ອ ເພາະ​ຢູ່​ໃນ​ໄລຍະ​ທີ່​ລໍຖ້າ​ໂຄງການ​ກໍ່ສ້າງ​ເສັ້ນທາງ​ເບ​ຕົງ​ເສີມ​ເຫຼັກ ທີ່​ໄດ້​ເຊັນ​ສັນຍາ​ກັບ​ບໍລິສັດ ຈິດ​ຈະເລີນ​ກໍ່ສ້າງ​ຂົວ​ທາງ ຈຳກັດ ໃນ​ປີ 2012 ທີ່​ຜ່ານ​ມາ​ນັ້ນ ໂດຍ​ມີ​ຈຸດ​ທີ່​ຈະ​ສ້ອມແປງ​ເສັ້ນທາງ​ແຕ່​ຂົວ​ມິດຕະພາບ-ຊາຍ​ແດນ​ເມືອງ ມີ​ຄວາມ​ຍາວ​ປະມານ 20 ກວ່າ​ກິໂລແມັດ ແຕ່​ບໍ່​ທັນ​ໄດ້​ລົງມື​ກໍ່ສ້າງ ເນື່ອງ​ຈາ​ກວ່າ​ຍັງ​ຄາ​ຄູ​ກັນ​ນ້ຳ ປັດຈຸບັນ ທາງ​ເມືອງ​ມີ​ແຕ່​ໄດ້​ລົງ​ສຳ​ຫຼວດ ປະ​ເມີນ​ລາຄາ ແລະ ນຳ​ສົ່ງ​ພະ​ແນກ​ໂຍທາ​ທິ​ການ ແລະ ຂົນສົ່ງ​ນະຄອນຫຼວງ​ແລ້ວ ເພື່ອ​ໃຫ້​ມີ​ທິດ​ທາງ​ຊອກ​ຫາ​ແຫຼ່ງ​ທຶນ ມາ​ສ້ອມແປງ​ເສັ້ນທາງ​ດັ່ງກ່າວ​ໃຫ້​ສຳເລັດ​ໂດຍ​ໄວ​ທີ່​ສຸດ ໃນ​ສະເພາະ​ໜ້າ​ນີ້ ເມືອງ​ກໍ​ໄດ້​ພະຍາຍາມ​ແກ້​ໄຂ​ສະພາບ​ເສັ້ນທາງ ໂດຍ​ສືບຕໍ່​ລະດົມ​ນຳ​ບັນດາ​ບໍລິສັດ ນັກທຸລະກິດ ແລະ ອື່ນໆ ເພື່ອ​ຊອກ​ຫາ​ວິທີ​ແກ້​ໄຂ​ນຳ​ກັນ ແລະ ສິ່ງ​ສຳຄັນ​ແມ່ນ​ຢາກ​ຮຽກຮ້ອງ​ມາ​ຍັງ​ບັນດາ​ຜູ້​ໃຊ້​ລົດ​ໃຊ້​ຖະໜົນ ຈົ່ງ​ຊ່ວຍ​ກັນ​ປົກ​ປັກ​ຮັກສາ​ຖະໜົນ​ຫົນທາງ ໂດຍ​ສະເພາະ​ລົດ​ບັນທຸກ​ຫີນ-ຊາຍ ແມ່ນ​ຫ້າມ​ບໍ່​ໃຫ້​ບັນທຸກ​ໜັກ​ເກີນ​ຂອບ​ເຂດ ແລະ ຫ້າມ​ດັດແປງ​ສະພາບ​ເຕັກນິກ​ຂອງ​ພາຫະນະ​ເດັດຂາດ ໃນ​ເມື່ອ​ຫົນທາງ​ເປ່​ເພ​ກໍ​ຕ້ອງ​ໃຫ້​ມີ​ສ່ວນ​ຮ່ວມ​ນຳ​ກັນ ຂໍ​ໃຫ້​ພາກສ່ວນ​ທີ່​ກ່ຽວຂ້ອງ​ຂັ້ນ​ເທິງ ຈົ່ງ​ໃຫ້​ຄວາມ​ສຳຄັນ ແລະ ເຫັນໃຈ​ນຳ​ເມືອງ​ດ້ວຍ ເພື່ອ​ນຳ​ເອົາ​ແຫຼ່ງ​ທຶນ​ມາ​ພັດທະນາ​ຖະໜົນ​ຫົນທາງ ເພາະ​ເມືອງ​ດັ່ງກ່າວ​ເປັນ​ເມືອງ​ໜ້າ​ດ່ານ ເປັນ​ໃບ​ໜ້າ​ໃບ​ຕາ​ຂອງ​ນະຄອນຫຼວງ​ວຽງ​ຈັນ ຖ້າ​ມີ​ຖະໜົນ​ຫົນທາງ​ດີ ໄປ​ມາ​ສະດວກ ສະບາຍ ການ​ພັດທະນາ​ເສດຖະກິດ ກໍ​ຄື​ພື້ນຖານ​ໂຄງ​ລ່າງ​ກໍ​ຈະ​ດີ​ຂຶ້ນ.

ທີ່ມາhttp://www.vientianemai.net