Homeຂ່າວຕ່າງປະເທດແຄລິຟໍເນຍ ເລັ່ງອົບພະຍົບປະຊາຊົນອອກຈາກໄຟໄໝ້ປ່າ

ແຄລິຟໍເນຍ ເລັ່ງອົບພະຍົບປະຊາຊົນອອກຈາກໄຟໄໝ້ປ່າ

Published on

400lll

ຂປລ. ຕາມ​ຂ່າວ​ຕ່າງປະ​ເທດ, ວັນ​ທີ 3 ສິງຫາ 2015​, ຜູ້​ວ່າການ ​ລັດແຄ​ລິ​ຟໍ​ເນຍ ຂອງ​ສະຫະລັດ ໄດ້​ເລັ່ງອົບ​ພະຍົບປະຊາຊົນ 6.000 ຄອບຄົວ ​ໃນທົ່ວ​ລັດອອກ​ຈາກ​ ເຂດ​ໄຟ​ໄໝ້​ປ່າ ຮຸນ​ແຮງ 21 ຈຸດ ກວມ​ເອົາ 306.250 ​ເຮັກຕາ ​ຢູ່ທາງ​ພາກ​ຕາ​ເວັນ​ຕົກ ​ຍ້ອນ​ສະພາບ ​ອາກາດ​ແຫ້ງ​ແລ້ງ​.

​ຜູ້​ວ່າການ​ລັດ ​ແຄ​ລິ​ຟໍ​ເນຍ ​ເປີດ​ເຜີຍ​ຕື່ມວ່າ: ​ເຈົ້າ​ໜ້າ​ທີ່ ດັບ​ເພີງ ພວມ​ລະດົມ​ ກຳລັງ​ເຂົ້າ​ໄປ​ ຄວບ​ຄຸມຕົ້ນ​ເພິ​ງ. ສາ​ເຫດໄຟ​ໄໝ້​ປ່າ ສ່ວນ​ໃຫຍ່ ​ເກີດ​ຈາກ​ຟ້າຜ່າ ປະກອບ​ ກັບ​ ສະພາບ​ອາກາດ ​ແຫ້ງ​ແລ້ງ ທີ່​ເປັນ​ອຸປະສັກ ຕໍ່​ການ​ຄວບ​ຄຸມ​ໄຟ. ຂະນະ​ນີ້ ​ ​​ເຮືອນ​ປະຊາຊົນ ​ແລະ ​ຕຶກ ພວມ​ກໍ່ສ້າງ​ຖືກ​ໄຟ​ໄໝ້​ໄປ 50 ກວ່າ​ຫລັງ, ພະນັກງານ ​ດັບ​ເພິ​ງ ​ເສຍ​ຊີວິດ 1 ຄົນ ​ແລະ ​ຕ້ອງ​ປິດ​ເສັ້ນທາງ​ຫລວງ ​ເຮັດ​ໃຫ້ການ​ເດີນທາງ​​ໃນ​ໄລຍະ​ນີ້​ຕິດ​ຂັດ. ລັດ​ແຄ​ລິ​ຟໍເນຍ ​ເກີດສະພາບ​ອາກາດ ​​ໄພ​ແຫ້ງ​ແລ້ງ​ຂຶ້ນ​ ຢ່າງ​ຮ້າຍ​ແຮງ​ຕິດ​ຕໍ່​ກັນ​ເປັນ​ປີ​ທີ່ 4 ​ແລ້ວ.

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...