spot_img
Homeຂ່າວເຫດການຄະນະປະຈຳສະພາ​ແຫ່ງ​ຊາດ ພິຈາລະນາຫລາຍ​ບັນຫາ​ສໍາຄັນ​

ຄະນະປະຈຳສະພາ​ແຫ່ງ​ຊາດ ພິຈາລະນາຫລາຍ​ບັນຫາ​ສໍາຄັນ​

Published on

pany+1

ກອງ​ປະຊຸມ​ຄະນະ​ປະ​ຈໍາ​ສະພາ​ແຫ່ງ​ຊາດ​ປະ​ຈໍາ​ເດືອນ​ກໍລະກົດ, ໄດ້​ມີ​ຂຶ້ນ​ໃນ​ລະ ຫວ່າງວັນ​ທີ 3-4 ສິງຫານີ້, ທີ່ສະພາ​ແຫ່ງ​ຊາດ, ໂດຍການເປັນປະທານຂອງທ່ານ ນາງ ປານີ ຢ່າ​ທໍ່​ ຕູ້ປະທານ​ສະພາ​ແຫ່ງ​ຊາດ, ເຊິ່ງໄດ້ຄົ້ນ​ຄ້ວາ​ພິຈາລະນາ ​ແລະ ຮັບຮອງ​ເອົາ​ບັນ​ຫາ​ສໍາຄັນ​ຕ່າງໆຄື ຜ່ານ​ບົດ​ສະຫລຸບ​ຕີ​ລາຄາ​ຜົນ​ສໍາ​ເລັດ​ຂອງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 9 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VII ພິຈາລະນາ ​ແລະ ຮັບຮອງ​ເອົາ​ສັດຕະຍາບັນ​ຕໍ່​ການ​ຫລຸດຜ່ອນ​ອັດຕາ​ພາສີຂອບ​ຕົກລົງ​ວ່າ​ດ້ວຍ​ການ​ຄ້າ​ຜະລິດ​ຕະພັນ​ອາ​ຊຽນປະ​ຈໍາ​ສົກ​ປີ 2016-2018 ​ແລະ ສະ​ເໜີ​ຫົວ​ຂໍ້​ກອງ​ປະຊຸມ​ໄອ​ປາ​ຄັ້ງ​ທີ 36, ຮັບ​ຟັງ​ຂໍ້ສະ​ເໜີ​ກ່ຽວ​ກັບ​ສະຫະພັນ​ລັດຖະສະພາ​ສາ​ກົນ, ການຮຽກຮ້ອງ​ໃຫ້​ສະມາຊິກ​ລັດຖະສະພາ​ລົງ​ນາມ​ເພື່ອ​ເປັນ​ການ​ສະໜັບສະໜູນ​ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ແມ່ຍິງ ​ແລະ ບໍາລຸງ​ຄວາມ​ສະ​ເໝີ​ພາບ​ຍິງ-ຊາຍ, ຂໍ​ການພິຈາລະນາການ​ເປັນ​​ເຈົ້າພາບ​ຈັດ​ກອງ​ປະຊຸມ​ຮ່ວມລະຫວ່າງສາມ​ກໍາມາ​ທິການ​ຕ່າງປະ​ເທດ​ລາວ,ຫວຽດນາມ ​ແລະ ກໍາປູ​ເຈຍທີ່​ແຂວງ​ຈໍາປາ​ສັກ​ໃນ​ລະຫວ່າງ​ວັນ​ທີ 15-20 ກັນຍາ 2015 ທີ່ຈະເຖິງນີ້, ພິຈາລະນາ​ຂໍ​ການ​ຍົກຍ້າຍ​ບ່ອນ​ປະ​ຈໍາ​ການ​ຂອງ​ປະທານ​ສານ​ປະຊາຊົນ​ແຂວງ​ຫລວງ​ພະ​ບາງ​ໄປ​ຮັບ​ໜ້າ​ທີ່​ໃໝ່ ​ແລະ ລາຍ​ງານ​ການ​ຄົ້ນ​ຄ້ວາສະ​ເໜີ​ແຕ່ງ​ຕັ້ງ​ປະທານ​ສານ ​ແລະ ຮອງ​ປະທານ​ສານ​ປະຊາຊົນ​ທ້ອງ​ຖິ່ນ, ພິຈາລະນາ​ຄໍາ​ຮ້ອງ​ຂໍ​ຄວາມ​ເປັນ​ທໍາກ່ຽວ​ກັບ​ການ​ຍົກ​ເລີກ​ສັນຍາ​ເຊົ່າ​ໂຮງ​ແຮມ​ເອກະລາດ, ພິຈາລະນາ​ຄືນ​ວຽກ​ງານ​ສັນຊາດ, ພິຈາລະນາ ​ແລະ ຄົ້ົນຄ້ວາ​ສ້າງ​ຕັ້ງ​ຄະນະ​ເຮັດ​ວຽກ​ດ້ານ​ວິຊາ​ການ​ຂອງ​ໄອ​ໂຟຄອມ​ຂອງ ສປປ ລາວ, ລາຍ​ງານ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ກົມ​ກວດກາ​ຂອງ​ອົງການ​ກວດ​ສອບ​ແຫ່ງ​ລັດ, ສະ​ເໜີ​ແຜນ​ດໍາ​ເນີນ​ກອງ​ປະຊຸມ​ຂອງ 3 ກໍາ​ມາ​ທິການ ປກຊ-ປກສສະພາ​ແຫ່ງ​ຊາດລາວ, ຫວຽດນາມ ​ແລະ ກໍາປູ​ເຈຍ,​ ລາຍ​ງານ​ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ຂອງ​ຄະນະ​ຮັບຜິດຊອບ​ຄຸ້ມ​ຄອງ​ການ​ຮ່ວມ​ມື​ສາກົນ​ສະພາ​ແຫ່ງ​ຊາດ​ ​ແລະ ​ໄປ​ແລກປ່ຽນ​ບົດຮຽນວຽກ​ງານ​ຄຸ້ມ​ຄອງ​ໂຄງການ ​ແລະ ນໍາ​ໃຊ້​ການ​ຊ່ວຍ​ເຫລືອ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາ​ດລາວກັບ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ສສ ຫວຽດນາມ, ຮັບ​ຟັງ​ການ​ລາຍ​ງານ​ກ່ຽວ​ກັບ​ການ​ສ້າງ​ລາຍການ​ໂທລະພາບ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ​ວຽກ​ງານ​ທີ່​ສໍາຄັນ​ຈໍານວນ​ໜຶ່ງອີກ.

 

ຂອບໃຈຂ່າວຈາກ:

ລພນ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...