Homeອຸບັດເຫດແລະປາກົດການຫຍໍ້ທໍ້ນະຄອນຫລວງວຽງຈັນ ພຽງ 3 ວັນ ມີຜູ້ເສຍຊີວິດ 4 ຄົນ ຈາກອຸປະຕິເຫດທ້ອງຖະໜົນ!

ນະຄອນຫລວງວຽງຈັນ ພຽງ 3 ວັນ ມີຜູ້ເສຍຊີວິດ 4 ຄົນ ຈາກອຸປະຕິເຫດທ້ອງຖະໜົນ!

Published on

accident

ເຈົ້າໜ້າທີ່ ຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ເຊົ້າວັນທີ 30 ກໍລະກົດຜ່ານມານີ້, ຢູ່ 4 ແຍກ ເຂດບ້ານຊຽງຍືນ ເມືອງຈັນທະບູລີ ນະຄອນ ຫລວງວຽງຈັນ ໄດ້ມີລົດໃຫຍ່ຕໍາກັບລົດຈັກຢ່າງຮຸນແຮງ ເຮັດໃຫ້ຜູ້ຂັບຂີ່ລົດຈັກຄື: ທ້າວ ຄໍາພັນ ອາຍຸ 22 ປີ ນັກສຶກສາ, ຢູ່ບ້ານໂພນແຍງ, ເມືອງແກ້ວອຸດົມ ແຂວງວຽງຈັນ ເສຍຊີວິດຄາທີ່, ຕອນເຊົ້າມືດຂອງວັນທີ 31 ກໍລະກົດ, ຢູ່ຖະໜົນ 13 ເໜືອ, ເຂດບ້ານໜອງໜ້ຽວ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໄດ້ມີລົດຈັກເສຍຫລັກລົ້ມລົງ ເຮັດໃຫ້ຜູ້ຂັບຂີ່ຄື: ທ້າວ ສົມສະຫວາດ, ອາຍຸ 28 ປີ ກຳມະກອນ ຢູ່ບ້ານ ດົງໜ້ຽງ ຈັນທະບູລີ ເສຍຊີວິດຄາທີ່. ຕໍ່ມາໃນຕອນສວຍຂອງວັນດຽວກັນ, ຢູ່ຖະໜົນ 13 ໄຕ້, ເຂດບ້ານນາຊອນ, ເມືອງປາກງື່ມ ໄດ້ເກີດອຸປະຕິເຫດລົດຈັກຕຳກັບລົດໃຫຍ່ ເຮັດໃຫ້ຜູ້ຂັບລົດຈັກຄື: ນາງ ອຸດົມ, ອາຍຸ 37 ປີ ຊາວນາ ຢູ່ບ້ານດົງກະລຶມ, ເມືອງປາກງື່ມ ເສຍຊີວິດຄາທີ່ ແລະ ໃນຕອນທ່ຽງຄືນຂອງວັນທີ 1 ສິງຫານີ້, ຢູ່ເຂດບ້ານບໍ່ເຫລັກ, ເມືອງປາກງື່ມ ກໍເກີດອຸປະຕິເຫດລົດໃຫຍ່ຕຳລົດຈັກ ມີຜູ້ເສຍຊີວິດ 1 ຄົນ ຄື: ນາງ ສາຍສະໝອນ ອາຍຸ 40 ປີ ກຳມະກອນ ຢູ່ບ້ານສົມປະເສີດ ເມືອງປາກງື່ມ ນະຄອນຫລວງວຽງຈັນ. ສ່ວນຜູ້ຂັບຂີ່ລົດໃຫຍ່ຄື: ທ້າວ ເວິງທອງ ອາຍຸ 49 ປີ, ອາຊີບ ຄ້າຂາຍ ຢູ່ບ້ານອຸດົມຜົນ, ເມືອງໄຊທານີ ຖືກເຈົ້າໜ້າທີ່ກັກຕົວໄວ້ ເພື່ອດໍາເນີນຄະດີ ຕໍ່ໄປ.

ເຈົ້າໜ້າທີ່ ຈະລາຈອນ ນະຄອນຫລວງ​ວຽງ​ຈັນ ໃຫ້ຮູ້ວ່າ: ​ອຸປະຕິເຫດສ່ວນໃຫຍ່ ແມ່ນເກີດຈາກ ​ຜູ້​ຂັບ​ຂີ່​ດື່ມ​ສິ່ງ​ມືນ​ເມົາ​​, ຂັບ​ຂີ່​ດ້ວຍ​ຄວາມ​ໄວ, ບໍ່​ໃສ່​ໝວກ​ກັນ​ກະທົບ, ຊຶ່ງ​ເຈົ້າ​ໜ້າ​ທີ່ ​ກໍໄດ້​ມີ​ການ​ຕັກ​ເຕືອນ ແຕ່ຍັງມີນັກຂັບຂີ່ຈໍານວນໜຶ່ງເມີນເສີຍ ແລະ ບໍ່ປະຕິບັດຕາມລະບຽບຈາລະຈອນ ຢ່າງເຂັ້ມງວດ ຈຶ່ງເຮັດໃຫ້ອຸປະຕິເຫດເກີດຂຶ້ນຢ່າງລຽນຕິດ, ພ້ອມ​ກັນ​ນີ້ ​ເຈົ້າ​ໜ້າ​ທີ່​ຍັງ​ໄດ້​ຮຽກຮ້ອງ​​ເຖິງ​ນັກ​ຂັບ​ຂີ່​ທຸກ​ຄົນ ​ຄວນ​ມີ​ສະຕິ​ໃນ​ການ​ຂັບ​ຂີ່ ແລະ ​​ເຄົາລົບ​ລະບຽບ​ຈະລາຈອນໃຫ້ເຂັ້ມ​ງວດ ​​ເພື່ອ​ຫລຸດ​ຜ່ອນອຸປະ​ຕິ​ເຫດທີ່​ຈະຕາມ​ມາ, ໂດຍສະເພາະ ໃນໄລຍະລະດູຝົນນີ້ ອາດມີຫລາຍສິ່ງ ພາໃຫ້ເກີດອຸປະຕິເຫດໄດ້ງ່າຍ.

 

ຂອບໃຈຂ່າວຈາກ:

ລພນ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...