Homeຂ່າວການພັດທະນາເຊັນສັນຍາ ແລະ ວາງສີລາເລີກ ໂຄງການກໍ່ສ້າງເຂື່ອນໄຟຟ້າ ນ້ຳຮຸ່ງ 1 ແຂວງໄຊຍະບູລີ

ເຊັນສັນຍາ ແລະ ວາງສີລາເລີກ ໂຄງການກໍ່ສ້າງເຂື່ອນໄຟຟ້າ ນ້ຳຮຸ່ງ 1 ແຂວງໄຊຍະບູລີ

Published on

11825792_1475064052810344_7859865794398619439_n

ຂປລ. ວັນ​ທີ 1 ສິງຫາ2015 ທີ່​ ​ແຂວງ​ໄຊ​ຍະ​ບູລີ ​ໄດ້​ມີ​ພິທີ​ເຊັນ​ສັນຍາ ການຄຸ້ມ​ຄອງ​ເຂື່ອນ​​ໄຟຟ້ານ້ຳຕົກ​ ຂະໜາດນ້ອຍ ນ້ຳ​ຮຸ່ງ 1 ລະຫວ່າງ ​ແຂວງ​ໄຊ​ຍະ​ບູລີ ຕາງໜ້າໂດຍ ພະ​ແນ​ກ​ແຜນການ ​ແລະ ການລົງທຶນ​ ​ຂອງແຂວງ ​ແລະ ບໍລິສັດສີ​ເມືອງກຣຸບ ຕາງໜ້າ​ໂດຍ  ບໍລິສັດ​ເຂື່ອນ​ໄຟຟ້ານ້ຳ​ຮຸ່ງ 1 ຈຳກັດ​ຜູ້​ດຽວ. ​ໃຫ້​ກຽດ​​ໃນ​ພິທີ ມີ​ທ່ານ ສົມ​ສະຫ​ວາດ ​ເລັ່ງສະຫວັດ ຮອງ​ນາຍົກ​ລັດຖະມົນຕີ, ຜູ້​ຊີ້​ນຳ​ວຽກ​ງານ​ເສດຖະກິດ ການຜະລິດ ​ແລະ ຈໍລະ​ຈອນ; ທ່ານ ພົງ​ສະຫວັດ ສິດ​ທະ​ວົງ ​ເຈົ້າ​ແຂວງໆ​ໄຊ​ຍະ​ບູລີ; ທ່ານ ດຣ. ຄຳ​ມະນີ ອິນ​ທິລາດ ລັດຖະມົນຕີ​ວ່າການ ກະຊວງ​ພະລັງງານ ​ແລະ ບໍ່​ແຮ່; ທ່ານ ສອນ​ໄຊ ສິດ​ພະ​ໄຊ ຮອງ​ຜູ້​ວ່າການທະນາຄານ ​ແຫ່ງ ສປປ ລາວ; ທ່ານ ​ເອ​ກະ​ພັນ ພະພິທັກ ປະທານບໍລິສັດສີ​ເມືອງ​ກຣຸບ, ພ້ອມ​ດ້ວຍ​ຄະນະ​ນຳ​ຂອງ​ສອງ​ຝ່າຍ ​ແລະ ​ແຂກ​ທີ່​ຖືກ​ເຊີນ​ເຂົ້າຮ່ວມ.

​ໂຄງການດັ່ງກ່າວ, ຕັ້ງ​ຢູ່ຫ່າງຈາກ​ເທສະບານ ​​ແຂວງ​ໄຊ​ຍະ​ບູລີ ​ໄປ​ທາງ​ທິດຕາ​ເວັນ​ອອກ​ສ່ຽງ​ໄຕ້ ປະມານ 15 ກິ​ໂລ​ແມັດ; ​​ເຊິ່ງໄດ້ມີ​ການສຳ​ຫລວດ ຄວາມ​ເປັນ​ໄປ​ໄດ້ ທາງດ້ານ​ເສດຖະກິດ, ​ເຕັກນິກ, ຜົນ​ກະທົບ​ທາງດ້ານ ສັງຄົມ–ສິ່ງ​ແວດ​ລ້ອມ ​ແລະ ອື່ນໆ ມາ​ແຕ່​ປີ 2010 ​ແລະ ສຳ​ເລັດ ​ໃນ​ປີ 2014; ມີເນື້ອທີ່ອ່າງໂຕ່ງ 2.915 ກິໂລຕາແມັດ; ເນື້ອ ທີ່ອ່າງເກັບນ້ຳ 1,52 ກິໂລຕາແມັດ; ອັດຕາການໄຫລຂອງນ້ຳ 34 ກວ່າແມັດກ້ອນ/ວິນາທີ. ເຊິ່ງໄດ້ອອກແບບການ ກໍ່ສ້າງມີຄວາມຍາວຂອງສັນເຂື່ອນ 235 ແມັດ, ຄວາມສູງຂອງເຂື່ອນ 34 ກວ່າແມັດ, ມີກຳລັງຕິດຕັ້ງເຄື່ອງປັ່ນໄຟຟ້າ 5 ເມກາວັດ ຈຳນວນ 3 ເຄື່ອງ ລວມ 15 ​ເມກາ​ວັດ, ມີ​ມູນ​ຄ່າການກໍ່ສ້າງ 34 ລ້ານກວ່າ​ໂດ​ລາສະຫະລັດ, ​ໂດຍ​ແມ່ນ​ ບໍລິສັດ​ ສີ​ເມືອງ​ກຣຸບ ​ເປັນ​ຜູ້​ລົງທຶນ​ 100 ສ່ວນ​ຮ້ອຍ ​ແລະ ບໍລິສັດ ​ໂດ​ອູ ອີຊີ ​ເປັນ​ຜູ້​ຮັບ​ເໝົາກໍ່ສ້າງ. ​ເຊິ່ງ​ຈະ​ເລີ່​ມລົງມື​ກໍ່ສ້າງ ​ໃນ​ທ້າຍປີ 2015 ​ແລະ ຈະ​​ໃຫ້​ສຳ​ເລັດ​ ໃນ​ທ້າຍປີ 2017. ​​ພາຍຫລັງ​ການກໍ່ສ້າງ​ໂຄງການນີ້​ສຳ​ເລັດ ຕາມ​ແຜນການທີ່​ວາງ​ໄວ້ ຄາດວ່າຈະ​ມີ​ລາຍຮັບປະມານ 3,55 ລ້ານ​ໂດ​ ລາສະຫະລັດ​ຕໍ່​ປີ. ໂຄງການກໍ່ສ້າງ​ເຂື່ອນ​ໄຟຟ້າ ຂະ ໜາດນ້ອຍນ້ຳ​ຮຸ່ງ 1​ ຖື​ວ່າເປັນການລົງທຶນ ຂອງ​ນັກທຸລະກິດ​ລາວ 100 ສ່ວນ​ຮ້ອຍ ​ແລະ ​ເປັນຄົນ​ທຳ​ອິດ ​ໃນຂະ​ແໜງ​ພະລັງງານ​ໄຟຟ້າ ​ ຢູ່ ​ສປປ ລາວ.

ຫລັງ ​ຈາກນັ້ນ, ​ໃນ​ຕອນ​ເຊົ້າຂອງ​ວັນ​ທີ 2 ສິງຫາ 2015 ກໍໄດ້​ມີ​ພິທີ​ວາງສີ​ລາເລີກ ​ການກໍ່ສ້າງໂຄງການດັ່ງກ່າວ ແລະ ​ໄດ້​ຮັບ​ກຽດ​ລັ່ນຄ້ອງ 9 ບາດ ຈາກທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ ​ເພື່ອ​ເປັນ​ສີ​ລິ​ມຸງຄຸນ ​ແກ່​ການກໍ່ສ້າງ​ເຂື່ອນ​​ໄຟຟ້າດັ່ງກ່າວ ​ໃຫ້​ມີ​ຜົນສຳ​ເລັດ​ຢ່າງຈົບງາມ.

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...