Homeຂ່າວທ້ອງຖິ່ນເກີດເຫດນໍ້າຖ້ວມກະທັນຫັນຢູ່ 3 ເມືອງຂອງແຂວງບໍລິຄໍາໄຊ!

ເກີດເຫດນໍ້າຖ້ວມກະທັນຫັນຢູ່ 3 ເມືອງຂອງແຂວງບໍລິຄໍາໄຊ!

Published on

namthuam

ຂປລ. ໃນ​ຕອນ​ເຊົ້າ​ຂອງ​ວັນທີ 3 ສິງຫາ 2015 ເກີດ​ເຫດນໍ້າ​ຖ້ວມ​ ກະທັນຫັນ​ໃນ 3 ​ເມືອງ​ຄື: ​ບໍລິ​ຄັນ, ປາກ​ກະດິງ ​ແລະ ທ່າ​ພະ​ບາດ, ​ແຕ່​ໃນ​ນັ້ນ​ ມີ​ພຽງ​​​ເມືອງ​ບໍລິ​ຄັນ​​ເທົ່າ​ນັ້ນ​ ທີ່ຖືກ​ນໍ້າ​ຖ້ວມ​ຮຸ​ນ​ແຮງ​ທີ່​ສຸດ​ ໂດຍ​ສະ​ເພາະຢູ່​ບ້ານ​ປາກ​ເຫືອງ​ ຖືກ​ນໍ້າ​ຖ້ວມ​ທັງ​ໝົດ 73 ຫລັງ​ຄາ​ເຮືອນ ສົ່ງ​ຜົນ​ເຮັດ​ໃຫ້​ປະຊາຊົນ​ຕ້ອງຍົກຍ້າຍ​ ໜີ​ຈາກ​​ເຫດ​ນໍ້າ​ຖ້ວມ​ສຸກ​ເສີນ.

ທ່ານ ​ດຣ. ກອງ​ແກ້ວ ​ໄຊ​ສົມຄາມ ​ເຈົ້າ​ແຂວງໆ​ບໍລິ​ຄໍາ​ໄຊ ​ໄດ້​​ໃຫ້​ສໍາພາດ​ຕໍ່​ນັກ​ຂ່າວ​ ສໍານັກ​ຂ່າວສານ​ປະ​ເທດ​ລາວ​ ໃນຕອນ​ເຊົ້າ​ວັນ​ທີ 3 ສິງຫາ 2015 ນີ້​ວ່າ: ພາຍຫລັງ​ຝົນຕົກ​ເປັນ​ເວລາ​ຫລາຍ​ວັນ ​​ສົ່ງ​ຜົນເຮັດ​ໃຫ້​ນໍ້າຂອງ ​ແລະ ສາຂາ​ນໍ້າ​ ເພີ່ມ​ປະລິມານ​ຂຶ້ນ​ກະທັນຫັນ ​ແລະ ​ໄຫລ​ເຂົ້າ​ຖ້ວມ 3 ​ເມືອງ: ບໍລິ​ຄັນ, ປາກ​ກະດິງ ​ແລະ ທ່າ​ພະ​ບາດ ​ເຮັດ​ໃຫ້​ບ້ານ​ເຮືອນ ​ແລະ ​ເນື້ອ​ທີ່​ປູກ​ເຂົ້ານາ​ປີ​ປະມານ 20 ພັນ​​ກວ່າເຮັກຕາ​ ຈົມ​ໃຕ້​ນໍ້າ ປັດຈຸບັນ​ນີ້ ພວກ​ເຮົາ​ພ້ອມ​ເຈົ້າ​ໜ້າ​ທີ່​ສະ​ເພາະ​ກິດ​ ລົງ​ພື້ນ​ທີ່​ກວດກາ​ຕິດຕາມ​ສະພາບ​ການ​ທີ່​ເກີດ​ຂຶ້ນ​ ໄປ​ຄວບ​ຄູ່​ກັບ​ການ​​ຊ່ວຍເຫລືອ​ປະຊາ​ຊົນ​ເບື້ອງ​ຕົ້ນ​ ໂດຍ​ສະ​ເພາະ ​ໄດ້​ແຈກ​ຈ່າຍ​ເຂົ້າສານ​ອາຫານ​ແຫ້ງ, ຢາ​ປິ່ນປົວ​ພະຍາດ ​ແລະ ສິ່ງ​ຈໍາ​ເປັນ​ໃຫ້​ເຂົາ​ເຈົ້າ. ນອກຈາກ​ນີ້ ​ກໍ​ໄດ້​ແນະ​ນໍາ​ໃຫ້​ປະຊາຊົນ​ຍົກຍ້າຍ ​ແລະ ນໍາ​ເອົາ​ສິ່ງ​ຂອງ​ທີ່​ຈໍາ​ໄປ​ຂຶ້ນ​ໄວ້​ບ່ອນ​ສູງ​ເຊັ່ນ: ສັດລ້ຽງ ​ແລະ ຊັບ​ສິນ​ທີ່​ມີຄ່າ.

ທ່ານ ບຸ​ນກອງ ນາຍບ້ານ​ປາກ​ເຫືອງ ​ເມືອງ​ບໍລິ​ຄັນ​ ໄດ້​ເປີດ​ຕໍ່​ນັກ​ຂ່າວສານ​ປະ​ເທດ​ລາວ​ ຜ່ານ​ໂທລະສັບ​ວ່າ: ປັດຈຸບັນ​ນີ້​ ປະລິ​ມານນໍ້າສູງ​ເຖິງ 2 ​ແມັດ​ກວ່າ ​ແລະ ​ໄດ້​ໄຫລ​ເຂົ້າ​ຖ້ວມ​ ບ້ານ​ປາກ​ເຫືອງ​ທັງ​ໝົດ 73 ຫລັງ ຄາ​ເຮືອນ ປະຊາຊົນ​ສ່ວນ​ໃຫຍ່ ​ບໍ່​ມີ​ນໍ້າ​ກິນ​ນໍ້າ​ໃຊ້​ ແຕ່​ວັນ​ທີ 2 ສິງຫາ​ ແລະ ພວກ​ເຮົາພ້ອມ​ອໍານາດ​ປົກຄອງ​ແຂວງ ​ພວມ​ຊ່ວຍ​ເຫລືອປະຊາຊົນ​ຍົກຍ້າຍ​ໄປ​ຢູ່​ເຂດ​ປອດ​​ໄພ​ແລ້ວ. ເມືອງບໍລິຄັນມີທັງ​ໝົດ 600 ຫລັງຄາ​ເຮືອນ ​ແລະ ນໍ້າຖ້ວມຮຸນ​ແຮງທີ່​ສຸດ​ແມ່ນ​ບ້ານ​ປາກ​​ເຫືອງ.

​ ແນວ​ໃດ​ກໍ​ດີ ກົມ​ອຸຕຸນິຍົມ ​ແລະ ອຸ​ທົກ​ກະສາ​ດ ຍັງ​ແຈ້ງ​ໃຫ້​ຊາບວ່າ​: ຝົນ​ຍັງ​ຈະ​ສືບ​ຕໍ່​ຕົກ​ຕື່ມ​ອີກ​ເປັນ​ເວລາ 5 ວັນ, ສະ​ນັ້ນ​ ຮຽກຮ້ອງ​ໃຫ້​ພໍ່​​ແມ່​ປະຊາຊົນ, ພະນັກງານ, ທະຫານ, ຕໍາຫລວດ ​ແລະ ​ແຂກ​ພາຍ​ໃນ-ຕ່າງປະ​ເທດ ​ຕ້ອງ​ເພີ່ມ​ຄວາມ​ລະມັດລະວັງ ​ແລະ ມີ​ສະຕິ​ກ່ອນ​ເດີນທາງ ​ຄວນ​ກວດກາ​ຕິດຕາມ ​ສະພາບ​ອາກາດ​ຢ່າງ​ໃກ້ຊິດ​ ພ້ອມ​ນີ້​ຜູ້​ຢູ່​ໃກ້​ຮ່ອມ​ພູ, ​ແມ່​ນໍ້າ​ສາຂາ​ນ້ອຍ ​ແລະ ​ໃຫຍ່​ ຕ້ອງ​ຕິດຕາມ​ເບິ່ງ​ສະພາບ​ນໍ້າ​ຂຶ້ນ​ຢ່າງ​ໃກ້ຊິດ. ​

 

11822634_1475047216145361_8050796167840373478_n

11822753_1475047226145360_3123498707371019488_n

11846691_1475047229478693_1266669927278495603_n

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...