Homeຂ່າວເຫດການຖະແຫລງຂ່າວ ວັນສ້າງຕັ້ງ ຄະນະສັນຕິພາບ ແລະ ສາມັກຄີລາວ ຄົບຮອບ 32 ປີ

ຖະແຫລງຂ່າວ ວັນສ້າງຕັ້ງ ຄະນະສັນຕິພາບ ແລະ ສາມັກຄີລາວ ຄົບຮອບ 32 ປີ

Published on

DSC_0466

​ເນື່ອງ​​ໃ​ນ​ໂອກາດ​ສະ​ເຫລີ​ມສະຫລອງ​ວັນ​ສ້າງ​ຕັ້ງ​ຄະນະ​ສັນຕິພາບ ​ແລະ ສາມັກຄີ​ລາວ ຄົບຮອບ 32 ປີ (1/8/ 1983-1/8/2015) ​ແລະ ວັນ​ສາກົນ ​ເພື່ອ​ສັນຕິພາບ 21 ກັນຍາ ປະຈຳ​ປີ 2015 ຄະນະສັນຕິພາບ ແລະ ສາມັກຄີລາວເຮົາ ກໍໄດ້ຈັດງານຖະແຫລງຂ່າວ ເພື່ອຍົກໃຫ້ເຫັນບົດບາດ ແລະ ໜ້າທີ່ອັນສໍາຄັນຂອງ ຄະນະດັ່ງກ່າວ ຂຶ້ນ​ທີ່​ສະມາຄົມ​ນັກ​ຂ່າວ​ແຫ່ງ ສປປ ລາວ, ນະຄອນຫລວງ​ວຽງ​ຈັນ ໃນ​ວັນ​ທີ 31 ກໍລະກົດ​ນີ້ ໂດຍທ່ານປະທານຄະນະກຳມະການດັ່ງກ່າວ ຄຳພັນ ສິມມາລາວົງ ໄດ້ມີຄວາເຫັນໃນພິທີວ່າ: ຄະນະ​ສັນຕິພາບ ​ແລະ ສາມັກຄີ​ຂອງ​ລາວ ​ສ້າງ​ຕັ້ງ​ຂຶ້ນ​ເພື່ອ​ປຸກລະດົມ ແລະ ​ໂຄສະ​ນາ ​ເຜີຍແຜ່ເພື່ອເຮັດ​ໃຫ້​ປະຊາຊົນ​ບັນ​ດາ​ເຜົ່າ​ໃຫ້​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ຢ່າງ​ກ້ວາງ​ຂວາງ ກ່ຽວ​ກັບ​ວຽກງານ​ສັນຕິພາບ, ເພີ່ມ​ຄວາມ​ເຂົ້າ​ໃຈ​ໃນ​ການ​ປະກອບສ່ວນ​ຕໍ່ສູ້​ເພື່ອ

​ສັນຕິພາບ​ໂລກ, ສຶກສາ​ອົບຮົມ​​ປະຊາຊົນ​ລາວ ບັນດາ​ເຜົ່າ​ເຂົ້າ​ໃຈ​ເຖິງ​ຄວາມ​ຈຳ​ເປັນ​ທີ່​ຕ້ອງ​ປະກອບ ສ່ວນ​ຕໍ່ສູ້ ​ແລະ ​ເສີມ​ສ້າງສັນ​ຕິ​ພາບ, ​ເພື່ອ​ການພັດທະນາ, ຕ້ານ​ການ​ຫັນປ່ຽນ​ໂດຍສັນຕິ ​ແລະ ​ແບ່ງ​ແຍ​ກຄວາມ​ສາມັກຄີ​ຂອງ​ຝ່າຍ​ທີ່​ເປັນ​ປໍ​ລະ​ປັກ, ​ເປີດ​ກວ້າງ​ການ​ພົວພັນ ​ແລະ ການ​ຮ່ວມ​ມື​ແບບ​ສອງ​ຝ່າຍ​ກັບ​ບັນດາ​ອົງການ​ຈັດ​ຕັ້ງ​ ສັນຕິພາບ ​ແລະ ອົງການ​ຈັດ​ຕັ້ງ​ອື່ນໆ​ຢູ່ຕ່າງປະ​ເທດ ​ເພື່ອ​ສົ່ງ​ເສີມ​ສັນຕິພາບ, ມິດຕະພາບ ​ແລະ ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ. ​

ທ່ານ​ກ່າວ​ວ່າ: ​ທຸກໆ​ປີຜ່ານມາ, ຄະນະສັນຕິພາບລາວ​ເຮົາ​ ກໍໄດ້​ຈັດ​ກິດຈະກຳ​ຕ່າງໆ​ເຊັ່ນ: ຈັດ​ປະຖະກະຖາ​, ຍ່າງ​ເພື່ອສັນຕິພາບ, ​ແຂ່ງຂັນ​ແຕ້ມ​ຮູບ​ໃຫ້​​​ເດັກນ້ອຍ ​ໄດ້​ມີ​ສ່ວນ​ຮ່ວມ ​ແລະ ອື່ນໆ​, ​​ເຊິ່ງໃນ​ປີ​ນີ້, ທາງ​ຄະນະ​ສັນຕິພາບ ​ແລະ​ ຄວາມ​ສາມັກ​ຄີ​ລາວຈະ​​ໄດ້​ຈັດ​ປະຖະກະຖາ​ຂຶ້ນ​ຢູ່ມະຫາວິທະຍາ​ໄລ ແລະ ສະຖາບັນການສຶກສາຕ່າງໆ​ໃນແຂວງ​ພາກ​ເໜືອ, ພາກ​ໃຕ້ ​ແລະ ມະຫາວິທະຍາ​ໄລ​ແຫ່ງ​ຊາດ, ​ໂດຍການ​​ເລົ່າຄືນ​ມູນ​ເຊື້ອ ແລະ ປະຫວັດ​ຄວາມ​ເປັນມາຂອງອົງການ ແລະ ຈະເປັນການເປີດ​ກວ້າງ​ໃຫ້​ໂອກາດມວນ​ຊົນ​ທີ່​ເຂົ້າ​ຮ່ວມ​ປະຖະກະຖາ ໄດ້​ມີ​ຄຳ​ຖາມ​ກ່ຽວ​ກັບ​ວັນ​ດັ່ງກ່າວ ​ໃຫ້​ເຂົາ​ເຈົ້າ​​ໄດ້​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈເລິກເຊິ່ງຕື່ມອີກ.

ຄະນະ​ສັນຕິພາບ ​ແລະ ສາມັກຄີ​ຂອງ​ລາວ ​ເປັນ​ອົງການ​ຈັດ​ຕັ້ງມະຫາຊົນ​ໜຶ່ງ​ທີ່​ມີ​ງົບປະມານ ​ແລະ ກົງຈັກ​ສະ​ເພາະ​ຂອງ​ຕົນ, ການ​ເຄື່ອນ​ໄຫວ​ວຽກ​ງານ​​ແມ່ນ​ຢູ່​ພາຍ​ໃຕ້​ການ​ຊີ້ນຳ​ຂອງ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ, ​ເຊິ່ງ​ໄດ້​ຮ່ວມ​ມື​ກັບ​ສະພາ​ສັນຕິພາບ​ໂລກ, ອົງການ​ສາມັກຄີ​ກັບ​ປະຊາຊົນ​ອາຊີ-ອາ​ຟຣິກາ ​ແລະ ອາ​ເມ​ລິ​ການ​ລາ​ຕິນ. ມາ​ຮອດ​ປັດຈຸບັນ ຄະນະ​ສັນຕິພາບ ​ແລະ ຄວາມ​ສາມັກ​ຄີ​ຂອງ​ລາວ ​ໄດ້​ຫລຸດຜ່ອນ​ການ​ເຄື່ອນ​ໄຫວ​ວຽກ​ງານ​ໃນ​ສາກົນ, ​ໂດຍ​ເລັ່ງ​ໃສ່​ການ​ພົວພັນ​ຮ່ວມ​ມື​ຢ່າງ​ສະ​ໜິດ​ແໜ້ນ​ກັບ​ສອງ​ປະ​ເທດ​ເພື່ອນ​ມິດຍຸດ​ທະ​ສາດ​ຄື: ສສ ຫວຽດນາມ ​ແລະ ສປ ຈີນ ​ ແລະ ​ໄດ້​ສົ່ງ​ຄະນະ​ຜູ້​ແທນ​ໄປ​ຮ່ວມ​ກອງ​ປະຊຸມ​ສັນຕິພາບ​ປະຈຳ​ຂົງ​ເຂດ​ພາກ​ພື້ນ​ຕ່າງໆ​ທຸກໆ​ປີ ​ແລະ ພັດ​ປ່ຽນ​ກັນ​ເປັນ​ເຈົ້າ​ພາບ​ຈັດກອງປະຊຸມ​ສໍາຄັນຕ່າງໆອີກ​ດ້ວຍ.

 

ຂອບໃຈຂ່າວຈາກ:

ລພນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...