Homeຂ່າວຕ່າງປະເທດຊວຍອີກແລ້ວ ຊາຍຊາວຈີນຖືກຂັ້ນໄດເລື່ອນດູດຂາ ຕ້ອງໄດ້ຕັດຂາຖີ້ມ

ຊວຍອີກແລ້ວ ຊາຍຊາວຈີນຖືກຂັ້ນໄດເລື່ອນດູດຂາ ຕ້ອງໄດ້ຕັດຂາຖີ້ມ

Published on

จีน,บันไดเลื่อน,ตัดขาทิ้ง,อันตราย,เตือนภัย

ວັນທີ່ 2 ສິງຫາທີ່ຜ່ານມາ  ສຳ​ນັກ​ຂ່າວ  ‘ຊ່ຽງ​ໄຮ້​ອິດ’ ສື່​ທ້ອງ​ຖິ່ນ​ໃນ​ປະເທດ​ຈີນ ລາຍ​ງານ​ເຫດການ​ສຸດ​ສະເທືອນໃຈ ທີ່ເກິດຂື້ນ (ອີກ​ເທື່ອ) ໃນ​ກໍລະນີ ຂັ້ນ​ໄດ​ເລື່ອນ​ມໍລະນະ ທີ່​ກ່ອນໜ້າ​ນີ້​ເປັນ​ເຫດ​ສະ​ເທືອນ​ໃຈ ທີ່ເກິດຂື້ນ​ທັງ​ໃນ​ແລະ​ຕ່າງ​ປະເທດ ໂດຍ​ລ່າ​ສຸດ ປະຫວັດສາດ​ຊ້ຳ​ຮອຍ​ອີກ​ເທື່ອ ເມື່ອ​ພະ​ນັກ​ງານ​ເຮັດ​ຄວາມ​ສະ​ອາດ​ອາຍຸ 35 ປີ ຕ້ອງ​ຕັດ​ຂາ​ຂ້າງ​ໜຶ່ງ​ຖິ້ມ ຫລັງ​ຈາກ​ປະ​ສົບ​ອຸປະຕິເຫດ ຂະນະ​ເຮັດ​ຄວາມ​ສະ​ອາດ​ບໍລິເວນ​ຂັ້ນ​ໄດ​ເລື່ອນ​ໃນ​ຫ້າງ​​ສິນ​ຄ້າ​ທີ່​ຈົ່ງ​ຊານ ພານ ໃນ​ນະຄອນ​ຊ່ຽງ​ໄຮ້​ຂອງ​ຈີນ ແລະ​ກາຍ​ເປັນ​ຜູ້​ພິ​ການ​ເນື່ອງ​ຈາກ​ຂາ​ຂ້າງ​ໜຶ່ງ​ໄດ້ຮັບ​ບາດ​ເຈັບ​ສາ​ຫັດ ແລະ​ແພດ​ໄດ້​ລົງ​ຄວາມ​ເຫັນ​ໃຫ້​ຕັດ​ຂາ​ຂ້າງ​ດັ່ງ​ກ່າວ​ຖິ້ມ​ໄປ​ເພື່ອ​ຮັກສາ​ຊີວິດ​ຜູ້​ເຄາະຮ້າຍໄວ້

ຢ່າງໃດ​ກໍ​ຕາມ ຫລັງ​ຈາກ​ເກີດ​ເຫດ ຫ້າງ​​ສິນ​ຄ້າ​ແຫ່ງ​ນັ້ນ ຕ້ອງ​ປິດ​ໃຫ້​ບໍລິການ​ຈາກ​ເຫດການ​ດັ່ງ​ກ່າວ ເຊີ່ງ​ເທື່ອ​ນີ້​ຖື​ເປັນ​ເຫດການ​ ຈາກ​ການ​ໃຊ້​ຂັ້ນໄດ​ເລື່ອນ ເທື່ອ​ທີ່ 3 ໃນ​ຮອບ 1 ອາທິດ ​ໜຶ່ງ​ໃນ​ນັ້ນ​ຄື​ເຫດການ​ເກີດ​ຂຶ້ນ​ຂະນະ​ທີ່​ກ້ອງ​ວົງ​ຈອນ​ປິດ ສາມາດ​ຈັບ​ພາບ​ເຫດການ​ທີ່​​ແມ່​ລູກອ່ອນຄົນໜຶ່ງ ເຊີ່ງ​ພະຍາຍາມ​ຊ່ວຍ​ຊີວິດ​ລູກ​ນ້ອຍ ກ່ອນ​ທີ່​ຮ່າງ​ຕົນເອງ​ຈະ​ຖືກ​ຂັ້ນ​ໄດ​ເລື່ອນ​ດູດ​ໄປ ແລະ​ພົບ​ເປັນ​ສົບ​ຢູ່​ພາຍ​ໃນ​ເຄື່ອງ​ໃນ​ເວລາ​ຕໍ່​ມາ

ສ່ວນ​ຈາກ​ຂັ້ນ​ຕອນ​ການ​ກວດ​ສອບ ດ້ານ​ຜູ້​ຈັດການ​ຫ້າງ​ສິນ​ຄ້າ​ແຫ່ງ​ນີ້ ສັນ​ນິ​ຖານ​ວ່າ ສາ​ເຫດ​ຂອງ​ເຫດ​ບໍ່​ຄາດ​ຝັນ​ໃນ​ເທື່ອ​ນີ້ ເກີດ​ຈາກ​ກົນ​ໄກ​ການເຮັດວຽກ​ທີ່​ບໍ່​ເໝາະ​ສົມ​ຂອງ​ຂັ້ນ​ໄດ​ເລື່ອນ

จีน,บันไดเลื่อน,ตัดขาทิ้ง,อันตราย,เตือนภัย

จีน,บันไดเลื่อน,ตัดขาทิ้ง,อันตราย,เตือนภัย

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...