spot_img
Homeຂ່າວຕ່າງປະເທດມຽນມາປະກາດພາວະສຸກເສີນຫລາຍເຂດ ຫລັງນ້ຳຖ້ວມໜັກໜ່ວງ ມີຜູ້ເສຍຊີວິດແລ້ວ 27 ຄົນ!

ມຽນມາປະກາດພາວະສຸກເສີນຫລາຍເຂດ ຫລັງນ້ຳຖ້ວມໜັກໜ່ວງ ມີຜູ້ເສຍຊີວິດແລ້ວ 27 ຄົນ!

Published on

NjpUs24nCQKx5e1D7IG5j59GrmItiNsH6RABRnmtwky

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 3 ສິງຫານີ້ວ່າ ລັດຖະບານມຽນມາ ໄດ້ປະກາດພາວະສຸກເສີນໃນຫລາຍພື້ນທີ່ ທີ່ໄດ້ຮັບຄວາມເສຍຫາຍໜັກໜ່ວງຈາກເຫດນ້ຳຖ້ວມຄັ້ງໃຫຍ່ ຫລັງຈາກເກີດຝົນຕົກໜັກຍາວນານນັບເດືອນ ກວມເອົາພື້ນທີ່ເຖິງ 12 ລັດ ຈາກທັງໝົດ 14 ລັດພາຍໃນປະເທດ ໂດຍປະທານາທິບໍດີ ເທັນເຊັນ ແຫ່ງມຽນມາ ໄດ້ລົງພື້ນທີ່ຢ້ຽມຢາມຜູ້ປະສົບໄພ ໃນເຂດສະກາຍ ທາງພາກຕາເວັນຕົກສຽງເໜືອຂອງມຽນມາ ແລະ ໄດ້ສັ່ງໃຫ້ທຳການຊ່ວຍເຫລືອບັນເທົາທຸກໃຫ້ແກ່ປະຊາຊົນ ຊຶ່ງຜົນເສຍຫາຍໄດ້ເຮັດໃຫ້ພື້ນທີ່ກະສິກຳຖືກນ້ຳຖ້ວມ ແລະ ມີລາຍງານຜູ້ເສຍຊີວິດແລ້ວ 27 ຄົນ ໂດຍປະຊາຊົນອີກຫລາຍໝື່ນຄົນ ໄດ້ກາຍເປັນຜູ້ໄຮ້ທີ່ຢູ່ອາໄສ.

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...