Homeຂ່າວຕ່າງປະເທດຫວຽດນາມຍຶດປືນສັ້ນເກືອບ 100​ ບອກ ຄາດອາດຈັດສົ່ງມາຜິດບ່ອນ!

ຫວຽດນາມຍຶດປືນສັ້ນເກືອບ 100​ ບອກ ຄາດອາດຈັດສົ່ງມາຜິດບ່ອນ!

Published on

558000009000901

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 2 ສິງຫາຜ່ານມານີ້ວ່າ ເຈົ້າໜ້າທີ່ພາສີຫວຽດນາມ ໄດ້ຍຶດອາຍຸດປືນສັ້ນ 94 ບອກ ພ້ອມລູກປືນອີກ 472 ນັດ ທີ່ສະໜາມບິນເຕິນເຊິ່ນເຍຶ໊ດ ນະຄອນໂຮ່ຈິມິນ ຈາກເຮືອບິນທີ່ເດີນທາງມາແຕ່ປະເທດຕວກກີ ໂດຍປືນດັ່ງກ່າວແມ່ນຜະລິດຢູ່ປະເທດສາທາລະນະລັດເຊັກ ຖືກສົ່ງມາຜ່ານບໍລິການຂົນສົ່ງສິນຄ້າຕາມປົກກະຕິ ແບບດຽວກັນກັບຊະນິດສິນຄ້າອື່ນໆ ໂດຍສື່ທາງການຂອງຫວຽດນາມລາຍງານວ່າ ປືນຈຳນວນດັ່ງກ່າວນີ້ ແມ່ນເປັນອາວຸດສຳລັບທະຫານ ແລະ ຜ່ານການສືບສວນສອບສວນໄດ້ຮູ້ວ່າ ອາດເປັນປືນທີ່ລັດຖະບານສິງກະໂປສັ່ງຊື້ ເພື່ອນຳໄປໃຊ້ໃນໜ່ວຍປະຕິບັດການພິເສດ ປ້ອງກັນຜູ້ນຳລະດັບສູງຂອງປະເທດ ແຕ່ການຈັດສົ່ງສິນຄ້າຈາກຕົ້ນທາງຜິດພາດ ເລີຍຂຶ້ນເຮືອບິນຜິດຖ້ຽວ ມາລົງທີ່ຫວຽດນາມແທນ.

ທັງນີ້ ຫວຽດນາມພ້ອມທີ່ຈະສົ່ງປືນດັ່ງກ່າວຄືນໄປຍັງສິງກະໂປ ຫລື ປາຍທາງອື່ນໆ ທີ່ມີຜູ້ສະແດງຫລັກຖານເຖິງຄວາມເປັນເຈົ້າຂອງຢ່າງແທ້ຈິງ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...