Homeຂ່າວຕ່າງປະເທດພົບຊາກປະຕູເຮືອບິນເພີ່ມອີກ ທີ່ເກາະມະຫາສະໝຸດອິນເດຍ ຄາດອາດແມ່ນ MH 370 ທີ່ຫາຍສາບສູນ!

ພົບຊາກປະຕູເຮືອບິນເພີ່ມອີກ ທີ່ເກາະມະຫາສະໝຸດອິນເດຍ ຄາດອາດແມ່ນ MH 370 ທີ່ຫາຍສາບສູນ!

Published on

EyWwB5WU57MYnKOuXuWqUZPimpc75sCsBDOyA9rYLRaluyxDQos7uJ

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 2 ສິງຫາຜ່ານມານີ້ວ່າ ໄດ້ມີການກວດພົບຊາກຊິ້ນສ່ວນທີ່ອາດຈະເປັນປະຕູເຮືອບິນ ຖືກຄື້ນທະເລຊັດເຂົ້າມາຕິດຢູ່ຊາຍຫາດເກາະຣີອູນຶຍົງ ທາງພາກຕາເວັນຕົກຂອງມະຫາສະໝຸດອິນເດຍເພີ່ມອີກ ຫລັງຈາກທີ່ມີການຄົ້ນພົບຊາກຊິ້ນສ່ວນປີກຂອງເຮືອບິນທີ່ຊາຍຫາດເກາະດັ່ງກ່າວນີ້ 4 ມື້ຜ່ານມາ ໂດຍເຊື່ອວ່າອາດແມ່ນຊາກຊິ້ນສ່ວນຂອງເຮືອບິນໂບອິ້ງ 777 ຂອງສາຍການບິນມາເລເຊຍ ແອຣ໌ລາຍ ຖ້ຽວບິນ MH 370 ທີ່ຫາຍສາບສູນ ຫລັງຈາກທີ່ຂຶ້ນບິນອອກຈາກນະຄອນຫລວງກົວລາລຳເປີ ພ້ອມດ້ວຍຜູ້ໂດຍສານ ແລະ ລູກເຮືອລວມ 239 ຄົນ ຕັ້ງແຕ່ວັນທີ 8 ມີນາ 2014 ທີ່ຜ່ານມາ.

ທັງນີ້ ຊາກຊິ້ນສ່ວນທີ່ຄົ້ນພົບໃໝ່ນີ້ ແມ່ນຢູ່ລະຫວ່າງການກວດສອບໂດຍທີມງານເຈົ້າໜ້າທີ່ພາກສະໜາມທີ່ຢູ່ເທິງເກາະ ໂດຍຈາກນັ້ນຍັງຈະນຳສົ່ງໄປກວດສອບເພີ່ມຕື່ມທີ່ປະເທດຝຣັ່ງ ເຊັ່ນດຽວກັບຊາກຊິ້ນສ່ວນປີກຂອງເຮືອບິນ ທີ່ຖືກນຳສົ່ງໄປກວດສອບຢູ່ຝຣັ່ງກ່ອນແລ້ວ ໂດຍຜົນຂອງການກວດສອບ ແມ່ນຈະສາມາດຢັ້ງຢືນໄດ້ວ່າ ຊິ້ນສ່ວນດັ່ງກ່າວແມ່ນຊິ້ນສ່ວນຂອງເຮືອບິນທີ່ຫາຍສາບສູນ ຫລື ບໍ່.

NjpUs24nCQKx5e1D7IG6LCR75enj5sEJPQsY7KBXVfg

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...