Homeຂ່າວຕ່າງປະເທດພີ່ນ້ອງ​ຂອງ​ໂອ​ຊາ​ມາ ບິນ ລາ​ເດນ ອະ​ດີດ​ຜູ້​ນຳ​ກຸ່ມ​ອັນ​ກໍ​ອິ​ດ ຈຳນວນ 3 ຄົນ ເສຍຊີວິດ​ຈາກ​ອຸປະຕິເຫດ​ເຄື່ອງ​ບິນ​ຕົກ​ທີ່​ອັງ​ກິດ

ພີ່ນ້ອງ​ຂອງ​ໂອ​ຊາ​ມາ ບິນ ລາ​ເດນ ອະ​ດີດ​ຜູ້​ນຳ​ກຸ່ມ​ອັນ​ກໍ​ອິ​ດ ຈຳນວນ 3 ຄົນ ເສຍຊີວິດ​ຈາກ​ອຸປະຕິເຫດ​ເຄື່ອງ​ບິນ​ຕົກ​ທີ່​ອັງ​ກິດ

Published on

ວັນທີ່ 1 ສິງຫາທີ່ຜ່ານມາ ສຳ​ນັກຂ່າວ​ຕ່າງ​ປະເທດລາຍ​ງານ​ວ່າ ສະຖານ​ທູດ​ຊາ​ອຸ​ດີ​ອາ​ລະ​ເບຍ ກຸງ​ລອນ​ດອນ ຢືນຢັນ ພົບ​ຜູ້​ເສຍຊີວິດ​ຈາກ​ອຸປະຕິເຫດ​ເຄື່ອງ​ບິນ​ຕົກ​ໃກ້​ກັບ​ສະ​ໜາມ​ບິນ​ແບ​ຣກ​ບຸດ ໃນ​ມົນ​ທົນ​ແຮມ​ເຊີລ໌ ທາງ​ຕອນ​ໃຕ້​ຂອງ​ອັງ​ກິດ ​ເມື່ອ​ວັນທີ່ (31 ກໍລະກົດ) ໂດຍ​ໃນ​ຈຳນວນ​ຜູ້​ເສຍຊີວິດ 4 ຄົນ ເປັນພີ່ນ້ອງ​ຂອງ​​ໂອ​ຊາ​ມາ ບິນ ລາ​ເດນ ອະ​ດີດ​ຜູ້​ນຳ​ກຸ່ມ​ອັນ​ກໍ​ອິ​ດ ຈຳນວນ 3 ຄົນ ແລະ​ອີກ​ຄົນ​ເປັນ​ນັກ​ບິນ

bldaircrash01

ເຈົ້າ​ຫນ້າທີ່​ຕຳ​ຫລວດ ເປີດ​ເຜີຍ​ວ່າ ເຄື່ອງ​ບິນ​ລຳ​ດັ່ງ​ກ່າວ ເປັນ​ເຄື່ອງ​ບິນ​ສ່ວນ​ຕົວ​ຂອງ​ຄອບຄົວ​ບິນ​ລາ​ເດນ ໂດຍ​ອອກເດິນທາງ​ຈາ​ກສະຫນາມ​ບິນ​ມັນ​ເປນ​ຊາ ເມືອງ​ມິ​ລານ ປະເທດ​ອິ​ຕາ​ລີ ໄປ​ຍັງ​ສະ​ໜາມ​ບິນ​ແບ​ຣກ​ບຸດ ເຂດ​ແຮມ​ເຊຍ ຂອງ​ປະເທດ​ອັງ​ກິດ ຄາດ​ວ່າ​ປະ​ສົບ​ບັນຫາ​ລະຫວ່າງ​ບິນ ແລະ​ພະຍາຍາມ​ລົງ​ຈອດ​ສຸກ​ເສີນ ເຮັດໃຫ້​ເຄື່ອງ​ບິນ​ລຳ​ດັ່ງ​ກ່າວ​ຕົກ​ພື້ນ ເກີດ​ການ​ລະ​ເບີດ​ໄຟ​ລຸກ​ ບໍລິເວນ​ໃກ້​ກັບ​ລານ​ຈອດ​ລົດ​​ຂອງສຫນາມ​ບິນ​ແບ​ຣກບຸດ ຈຶ່ງ​ເຮັດໃຫ້​ຜູ້​ທີ່​ໂດຍ​ສານ​ລວມ​ເຖິງ​ຄົນ​ຂັບ​ເສຍຊີວິດ​ໃນ​ທີ່​ເກີດ​ເຫດ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...