Homeມູມໄອທີລາວລົງໂປແກມສະບາຍໃຈໝົດຫ່ວງເລື່ອງໄວລັດກັບ Unchecky

ລົງໂປແກມສະບາຍໃຈໝົດຫ່ວງເລື່ອງໄວລັດກັບ Unchecky

Published on

ຫລາຍ​ຄົນ​ຄົງ​ພົບກັບ​ສະພາບ​ການ​ລົງ​ໂປ​ແກມ​ທີ່​ຈຳ​ເປັນ​ຕ້ອງ​ໃຊ້​ງານ​ຕ່າງໆ ບໍ່​ວ່າ​ຈະ​ເປັນ​ໂປ​ແກມ​ເບິ່ງ​ໜັງ​ຟັງ​ເພງ ໂປ​ແກມ​ຖອນ​ການ​ຕິດ​ຕັ້ງ ຫລື​ໂປ​ແກມ​ອື່ນໆ ມັກ​ຈະ​ແອບ​ແຝງ​ດ້ວຍ​ໂຄສະ​ນາ​ຫລື​ທູນ​ບາ (Toolbar) ແປກໆ ແຖມ​ໃຫ້​ໂດຍ​ບໍ່​ຢາກ​ໄດ້​ ມື້​ນີ້​ມີ​ເຄັດ​ທີ່​ບໍ່​ລັບ​ໃນ​ການ​ຫລີກ​ລ້ຽງ​ທີ່​ຈະ​ພົບກັບ​ໄວ​ລັດ​ຫລື​ສະ​ແປມ​ທັງ​ຫລາຍ​ເຫລົ່າ​ນີ້ ນັ້ນ​ຄື ການ​ຕິດ​ຕັ້ງ​ໂປ​ແກມ Unchecky  ເຊີ່ງ​ມີ​ລັກສະນະ​ການເຮັດວຽກ​ປ້ອງ​ກັນ​ໄວ​ລັດ ສະ​ແປມ ກ່ອນ​ຈະ​ຕິດ​ຕັ້ງ​ເທິງ​ເຄື່ອງ​ຂອງ​ເຮົາ ຄ້າຍ  ໂປ​ແກ​ມສະ​ແກນ​ໄວ​ລັດ ນັ້ນແຫລະ

ກ່ອນ​ອື່ນ​ຕ້ອງ​ດາວນ໌​ໂຫລດ​ໂປ​ແກມ Unchecky ມາກ່ອນ

2014-08-19_155616

2014-08-19_155637

ເມື່ອ​ດາວນ໌​ໂຫລດ​ສຳເລັດ​ແລ້ວ ດັບ​ເບີນ​ຄລິກ​ເພື່ອ​ຕິດ​ຕັ້ງ​ໂປ​ແກມ​ກັນ​ເລີຍ

ເລືອກ​ພາສາ​ທີ່​ຖະຫນັດ​ກັນ​ໄດ້​ຕາມ​ໃຈ

2014-08-19_155703

ຕິດ​ຕັ້ງ​ຮຽບຮ້ອຍ​ແລ້ວ ເວລາ​ຈະ​ຕິດ​ຕັ້ງ​ໂປ​ແກມ​ຫຍັງ​ກໍ​ເຮັດ​ໄດ້​ຕາມ​ສະບາຍ ໂດຍ​ບໍ່​ຕ້ອງ​ຢ້ານ​ຈະ​ຕິ​ດສະ​ແປມ ຫລື​ໄວ​ລັດ​ກວນ​ໃຈ​ແນ່ນອນ

Unchecky3

ພາບ​ເມື່ອ​ທຳການ​ຕິດ​ຕັ້ງ​ໂປ​ແກມ​ເບິ່ງ​ໜັງ​ຢ່າງ KMPlayer ຈະ​ເຫັນ​ໄດ້​ວ່າ​ຖືກ​ເອົາ​ເຄື່ອງ​ໝາຍ​ຕິກອອກຈາກໂຄສະ​ນາ​ທັນ​ທີ

ie-toolbar-hell

ຖ້າ​ຫາກ​ເຄື່ອງ​ໃຜ​ທີ່​ມີ​ທູນ​ບາຫລາຍ​ຂະໜາດ​ນີ້​ແນະ​ນຳ​ໃຫ້​ຖອນ​ການ​ຕິດ​ຕັ້ງ​ກ່ອນ​

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...