Homeມູມໄອທີລາວດາວໂຫຼດເພງຈາກ Apple Music ແບບ Offline

ດາວໂຫຼດເພງຈາກ Apple Music ແບບ Offline

Published on

ດາວໂຫຼດເພງຈາກ Apple Music ແບບ Offline

ດາວໂຫຼດເພງຈາກ Apple Music ແບບ Offline

ຕອນ​ນີ້​ໃຜ​ທີ່​ອັບ​ເດດ iOS 8.4 ແລ້ວ​ຕ້ອງ​ລອງ​ສຳ​ພັດ​ກັບ​ຂອງ​ຫຼີ້ນ​ໃໝ່ Apple Music ເບິ່ງ​ເນາະ ບໍ​ລິ​ການ​ເພງ​ອອນ​ລາຍ​ຂອງ​ແອັບ​ເປີ້ນ​ທີ່​ຫາ​ກໍ​ ເປີດ​ໃຫ້​ບໍ​ລິ​ການ​ສົດໆ​ຈົນ​ອາ​ກາດ​ຮ້ອນ ຫຼັງ​ຈາກ​ທີ່ Mobiletalk ພວກ​ເຮົາ​ໄດ້​ທົດ​ສອບ​ການ​ໃຊ້​ບໍ​ລິ​ການ​ມາ ໜ້າ​ປະ​ທັບ​ໃຈ​ຫຼາຍ​ທັງ​ຄຸນ​ນະ​ພາບ​ສຽງ​ແລະ​ລະ​ບົບ​ຄົ້ນ​ຫາ​ທີ່​ສະ​ດວກ​ງ່າຍ ບໍ​ລິ​ການ Apple Music ນີ້​ມີ​ເພງ​ໃຫ້​ຟັງ​ຫຼາຍ​ພໍ​ສົມ​ຄວນ ລວມ​ເຖິງ​ທຸກໆ​ເພງ​ທີ່​ຢູ່​ໃນ Apple Music. ບາດ​ນີ້​ເຮົາ​ກໍ​ເລີຍ​ມີ​ວິ​ທີ​ແນະ​ນຳ​ວິ​ທີ​ດາວ​ໂຫຼດ​ເພງ​ຈາກ Apple Music ມາ​ເກັບ​ໄວ້​ໃນ​ເຄື່ອງ ເພື່ອ​ທີ່​ຈະ​ໄດ້​ຟັງ​ແບບ Offline ເພື່ອ​ບໍ່​ໃຫ້​ເປືອງ​ເນັດ​.

 

ເລີ່ມການໃຊ້ງານ
Apple Music

1. ເປີດແອັບແລະໃຫ້ເຮົາໄປເລືອກເພງທີ່ຕ້ອງການດາວໂຫຼດມາເກັບໄວ້ ຈາກແທັບ For You ຫຼື New ກໍໄດ້.

IMG_5176

IMG_5175


2. ກົດໄປບ່ອນ……ທ້າຍຊື່ເພງແລ້ວເລືອກ Make Available Offline ເພງທີ່ຖືກເລືອກຈະດາວໂຫຼດມາເກັບໄວ້ເທິງເຄື່ອງກົດເບິ່ງໄດ້ຈາກ My Music.

IMG_5177IMG_5178


3. ຕອນນີ້ Apple ໃຫ້ທົດລອງໃຊ້ 3 ເດືອນ ໃຜຢາກລອງ ກໍສະໝັກໃຊ້ງານເບິ່ງໄດ້ເລີຍ.

IMG_5179IMG_5180

Apple Music ຖືວ່າຄຸມຄ່າສຸດໆເພາະເຮົາໄດ້ເລືອກຟັງເພງໃດກໍໄດ້ທຸກໆທີ່ຢູ່ Apple Music ດ້ວຍຄ່າເຊົ່າຖືກໆ ແຕ່ຕອນນີ້ເຮົາສາມາດທົດລອງໃຊ້ງານ Apple Music ໄດ້ສາມເດືອນກາຍສາມເດືອນແມ່ນເສຍເງິນຄ່າເຊົ່າຕໍ່ເດືອນ.

ພາບ ແລະ ຂໍ້ມູນຈາກ MobileTalk.TV

http://mobiletalk.tv/

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...