Homeຂ່າວຕ່າງປະເທດຊາວ​ຈີນ​ແຫ່​ອັດ​ຄລິບຖ່າຍ​ພາບ​ຕາມ​ເທຣນ​ຂັ້ນ​ໄດ​ເລື່ອນ​ດູດ​​

ຊາວ​ຈີນ​ແຫ່​ອັດ​ຄລິບຖ່າຍ​ພາບ​ຕາມ​ເທຣນ​ຂັ້ນ​ໄດ​ເລື່ອນ​ດູດ​​

Published on

ชาวจีนแห่อัดคลิปตามเทรนด์ผวาบันไดเลื่อน

ກາຍ​ເປັນ​ເຫດການ​ບໍ່​ຄາດ​ຝັນ​ທີ່​ຂົ່ມຂວັນ​ຄົນ​ໄປ​ທົ່ວ​ໂລກ​ທັນ​ທີ ສຳລັບ​ກໍລະນີ​​ແມ່​ຊາວ​ຈີນ​ອາຍຸ 30 ປີ​ປະ​ສົບ​ອຸບັດຕິເຫດ​ຕົກ​ທາງ​ເຊື່ອມ​ຂັ້ນ​ໄດ​ເລື່ອນ​ຈົນ​ຖືກ​ເຄື່ອງ​ຈັກ​ລະ​ບົດ​ເສຍຊີວິດ​ຄາ​ທີ່ ຂະນະ​ທີ່​ຜູ້​ເປັນ​ລູ​ກອາຍຸພຽງແຕ່ 2 ປີ​ລອດ​ຫວຸດ​ຫວິດ

ເລື່ອງ​​ນີ້​ໄດ້​ສ້າງ​ຄວາມ​ຂົ່ມຂວັນ​ໃຫ້​ແກ່​ປະຊາຊົນ​ຊາວຈີນ​ຈຳນວນ​ຫລາຍ ຈົນ​ລ່າ​ສຸດ​ເຮັດໃຫ້​ເກີດ​ກະ​ແສ​ ​ຂັ້ນ​ໄດ​ເລື່ອນ​ຂຶ້ນ​ໃນ​ປະເທດ​ຈີນ ເຊີ່ງ​ຫລາຍ​ຄົນ​ກໍ​ຮູ້ສຶກ​ຢ້ານ​ແທ້ໆ ຂະນະ​ທີ່​​ມີ​ກຸ່ມ​ຊາວ​ຈີນ​ສ່ວນຫນຶ່ງ​ທີ່​​ມັກ​ການ​ຖ່າຍ​ຮູບ​ອວດ​ ອາໄສ​ກະ​ແສ​ນີ້​ຖ່າຍ​ພາບ​ແລະ​ຄລິບ​ວີ​ດີ​ໂອ​ໂຊ​ລີ​ລາ​ຫລົບ​ຫລີກ​ແຜ່ນ​ທາງ​ເຊື່ອມ​ຂັ້ນ​ໄດ​ເລື່ອນ

ຢ່າງໃດ​ກໍ​ຕາມ​ກະ​ແສ​ຖ່າຍ​ຄລິບ​ວີ​ດີ​ໂອ​ແລະ​ພາບ​ລັກສະນະ​ນີ້​ກໍ​ສ້າງ​ຄວາມ​ບໍ່​ພໍ​ໃຈ​ໃຫ້​ກັບ​ຊາວ​ອິນ​ເຕີ​ເນັດ​ບາງ​ກຸ່ມ​ທີ່ເບິ່ງ​ວ່າ ບໍ່​ຄວນ​ນຳ​ມາ​ເຮັດ​ເປັນ​ຄລິບຕະຫລົກ ​ຫລື​ ເລື່ອງ​ລໍ້​ຫລິ້ນ​ເພາະ​ເຫດການ​ດັ່ງ​ກ່າວ​ມີ​ຜູ້​ເສຍຊີວິດ​ແທ້ໆ

https://youtu.be/GBgOLFbExIo

ບົດຄວາມຫຼ້າສຸດ

ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ

ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ ຂອງແຜນພັດທະນາ ເສດ ຖະກິດ-ສັງຄົມແຫ່ງຊາດ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳລາວ

ໃນຕອນແລງຂອງວັນທີ 05 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຫງວຽນ ມິ່ງ ເຕິມ,...

ໄລຍະ 9 ເດືອນ ປີ 2026 ເສດຖະກິດຂອງລາວ ຂະຫຍາຍຕົວ ໃນລະດັບ 4,8

ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃນໄລຍະ 9 ເດືອນ ປີ 2026 ໄດ້ດໍາເນີນໃນສະພາບການພາກພື້ນ ແລະ ສາກົນ ທີ່ຍັງສືບຕໍ່ເຄັ່ງຮ້ອນ, ຜັນແປຢ່າງສັບສົນ, ແຕ່ພາຍໃຕ້ການນໍາພາ-ຊີ້ນໍາ ຂອງກົມການເມືອງສູນກາງພັກ,...