Homeຂ່າວຕ່າງປະເທດລືສະໜັ່ນ!! ຂຸດພົບ ‘ກະໂຫລກເອລ່ຽນ’ ໃກ້ສະໂຕນເຮນຈ໌ ອາຍຸ 6 ພັນປີ

ລືສະໜັ່ນ!! ຂຸດພົບ ‘ກະໂຫລກເອລ່ຽນ’ ໃກ້ສະໂຕນເຮນຈ໌ ອາຍຸ 6 ພັນປີ

Published on

ພົບ​ກະ​ໂຫລກ​ປິດ​ສະໜາ ໃນ​ຍຸກ​ບູຮານ ບໍລິເວນສະ​ໂຕນ​ເຮນ ອະນຸສອນ​ສະຖານ​ ຍຸກ​ກ່ອນ​ປະຫວັດສາດ ໃນ​ປະເທດລັດ​ເຊຍ ເຊີ່ງ​ຄາດ​ວ່າ​ໜ້າ​ຈະ​ມີ​ອາ​ຍຸ​ເກົ່າ​ແກ່​ກວ່າ 4,000 ປີ ກ່ອນ ຄ.ສ

กะโหลกเอเลี่ยน,หัวเอเลี่ยน,หัวกระโหลกมนุษย์ต่างดาว,รัสเซีย,สโตนเฮนจ์

ວັນທີ່ 27 ທີ່ຜ່ານມາ ສຳ​ນັກ​ຂ່າວ​ຕ່າງ​ປະເທດ​ລາຍ​ງານ ການ​ຂຸດ​ພົບ​ກະ​ໂຫລກ​ປິດ​ສະໜາ ໃນ​ຍຸກ​ບູຮານ ບໍລິເວນ​ສະ​ໂຕນ​ເຮນ ອະນຸສອນ​ສະຖານ ​ຍຸກ​ກ່ອນ​ປະຫວັດສາດ ກາງ​ທຸ່ງ​ລາບ​ກວ້າງ​ໃຫຍ່​ເທິງ​ທົ່ງຮາບ​ຊອນບຣີ ໃນ​ປະເທດ​ລັດ​ເຊຍ ເຊີ່ງ​ຄາດ​ວ່າ​ໜ້າ​ຈະ​ມີ​ອາ​ຍຸ​ເກົ່າ​ແກ່​ກວ່າ 4,000 ປີ ກ່ອນ​ ຄ.ສ

ແຕ່​ທີ່​ໜ້າ​ປະ​ຫລາດ​ໃຈ​ກໍ​ຄື ຫົວ​ກະ​ໂຫລກ​ຂອງ​ໂຄງ​ກະດູກ​ດັ່ງ​ກ່າວ ມີ​ຄວາມ​ແຕກ​ຕ່າງ​ໄປ​ຈາກ​ຫົວ​ກະ​ໂຫລກ​ຂອງ​ມະນຸດ​ທົ່ວ​ໆ​ໄປ ໂດຍ​ໄດ້​ມີ​ການ​ສະແດງ​ຄວາມ​ຄິດ​ເຫັນ​ວ່າ​ກະ​ໂຫລກ​ນີ້​ອາດ​ເປັນ​ຂອງ​ມະນຸດ​ຕ່າງ​ດາວ ຂະນະ​ທີ່​ບາງ​ຝ່າຍ​ໃຫ້​ຄວາມ​ເຫັນ​ວ່າ​ເປັນ​ຫົວ​ກະ​ໂຫລກ​ມະນຸດ​ຂອງ​ຊົນ​ເຜົ່າ​ແປກ​ພິເສດ

ທັງ​ນີ້​ທັງ​ນັ້ນ ກະ​ໂຫລກ​ທີ່​ພົບ ມີ​ຄວາມ​ຄ້າຍ​ຄືກັບ​ກະ​ໂຫລກ​ມະນຸດ​ແຕ່​ມີ​ລັກສະນະ​ຍາວ​ກວ່າ ຮູບ​ຮ່າງ​ຄືກັບ​ໄຂ່ ເຊີ່ງ​ຜູ້​ຊ່ຽວຊານ​ດ້ານ​ UFO ໃຫ້​ຄວາມ​ສົນ​ໃຈ​ກັບ​ກະ​ໂຫລ​ກ​ນີ້​ແລະ​ຢືນຢັນ​ວ່າ​ນິ້ເປັນ​ຫລັກ​ຖານ​ຂອງ​ມະນຸດ​ຕ່າງ​ດາວ​ທີ່​ເຄີຍ​ມາ​ເຍືອນ​ໂລກ​ເທື່ອ​ໜຶ່ງ

ສ່ວນ​ທາງ​ດ້ານ​ນັກ​ບູຮານຄະດີ​ໄດ້​ຢືນຢັນ​ວ່າ​ຫົວ​ກະ​ໂຫລກ​ນີ້​ເປັນ​ຂອງ​ມະນຸດ​ເພດ​ຍິງ​ເມື່ອ 4,000 ປີ​ກ່ອນ​ ຄ.ສ ​ຫົວ​ກະ​ໂຫລກ​ນີ້​ຈຶ່ງ​ມີ​ຄວາມ​ຍາວ​ກວ່າ​ກະ​ໂຫລກ​ມະນຸດ​ໃນ​ປະຈຸບັນ

ໂດຍ​ນັກ​ວິ​ໄຈ​ນາມ​ວ່າ ມາ​ເລຍ ມາກຸ ​ໂລ​ວາ ໄດ້​ເປີດ​ເຜີຍ​ຜ່ານ ສື່ ‘ລັດ​ເຊຍ ເອດ​ເອດ’ ກະ​ໂຫລກ​ນີ້​ຖືກ​ເກັບ​ຮັກສາ​ສະພາບ​ໄວ້​ເປັນ​ຢ່າງ​ດີ ແລະ​ອາດຈະ​ເປັນ​ມະນຸດ​ຂອງ​ເຜົ່າ​ທີ່​ອາໄສ​ໃນ​ບໍລິເວນ​ເມືອງ​ອາ​ເຄມ ໃກ້​ເມືອງ​ເຊນ​ຢາ​ບິ​ນກ໌ ໃນ​ພາກ​ກາງ​ຂອງ​ລັດ​ເຊຍ ເຊີ່ງ​ເຜົ່າ​ນີ້​ມີ​ປະເພນີ​ມັດ​ຫົວ​ຜູ້​ທີ່​ຍັງ​ຢູ່ໃນ​ໄວ​ຫນຸ່ມ ເພື່ອ​ໃຫ້​ຫົວ​ຍາວ​ຜິດ​ຮູບ​ຊົງ ເນື່ອງ​ຈາກ​ເປັນ​ປະເພນີ​ປະຈຳ​ຊົນ​ເຜົ່າ

ຢ່າງໃດ​ກໍ​ຕາມ​ຈາກ​ຄວາມ​ຄິດ​ເຫັນ​ຂອງ​ນັກ​ວິທະຍາ​ສາດ ຄາດ​ການວ່າ​ຫົວ​ກະ​ໂຫລກ​ຫົວ​​ນີ້ ອາດຈະ​ມາ​ຈາກ​ມະນຸດ​ໃນ​ຊ່ວງ​ທົດສະ​ວັດ​ທີ່ 2 ຫລື 3

ທັງ​ນີ້ ເຊື່ອ​ວ່າ​ສະ​ໂຕນ​ເຮນຈ໌​ຂອງ​ລັດ​ເຊຍ​ຖືກ​ສ້າງ​ 4,000 ປີ​ກ່ອນ​ ຄ.ສ ສ່ວນ​ບໍລິເວນ​ແຖບ​ອາ​ເຄມ​ຖືກ​ຄົ້ນ​ພົບ​ໃນ​ປີ 1987 ແລະ​ກາຍ​ເປັນ​ບູຮານ​ສະຖານ​ສຳຄັນ​ສຳລັບ​ການສຶກສາ​ຍຸກ​ສຳ​ລິດ

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...