Homeຂ່າວຕ່າງປະເທດສຸດໂຫດ! ຜູ້ຈັດການເທັກຄວ້າມີດຟັນລູກຄ້າລັດເຊຍ ເຫດບໍ່ຍອມອອກຈາກຮ້ານ

ສຸດໂຫດ! ຜູ້ຈັດການເທັກຄວ້າມີດຟັນລູກຄ້າລັດເຊຍ ເຫດບໍ່ຍອມອອກຈາກຮ້ານ

Published on

ເກີດ​ເຫດ​ອາດຊະຍາກຳ​ໃນ​ຮ່ອງ​ກົງ ຜູ້​ຈັດການ​ເທັກແຫ່ງ​ໜຶ່ງ​ໂວຍ​ລູກ​ຄ້າ​ຊາວ​ລັດ​ເຊຍ​ບໍ່​ຍອມ​ອອກຈາກ​ຮ້ານ ຄວ້າ​ມີດ​ຟັນ​ບໍ່​ຍັ້ງ

http://news.mthai.com/wp-content/uploads/2015/07/

ຕາມຂ່າວຕ່າງປະເທດ ວັນທີ່ 29 ເວັບ​ໄຊຕ໌​ຊ່ຽງ​ໄຮ້​ອິດຕ໌ ລາຍ​ງານ​ວ່າ ເກີດ​ເຫດ​ອາດຊະຍາກຳໃນ​ຮ່ອງ​ກົງ ຫລັງ​ຈາກ​ກ້ອງ​ວົງ​ຈອນ​ປິດ​ສາມາດ​ຈັບ​ພາບ​ຄະນະ​ທີ່​ຜູ້​ຈັດການ​ເທັກ​ແຫ່ງ​ໜຶ່ງ​ກຳ​ລັງ​ໃຊ້​ມີດ​ກະ​ໜ່ຳ​ຟັນລູກ​ຄ້າ​ຊາວ​ລັດ​ເຊຍ ເຫດ​ລູກ​ຄ້າ​ຄົນ​ດັ່ງ​ກ່າວ​ບໍ່​ຍອມ​ອອກຈາກ​ຮ້ານ ເມື່ອ​ເຖິງ​ເວລາ​ປິດ​ຮ້ານ​ແລ້ວ

ເຊີ່ງ​ເຫດ​ດັ່ງ​ກ່າວ​ເກີດ​ຂຶ້ນ​ໃນ​ເທັກ ເທິງ​ຖະໜົນ​ເຍົ່າ​ຫົວ ພົບ​ຊາວ​ລັດ​ເຊຍ ​ຮູ້​ຊື່ ອະ​ເຫລັກ​ຊານ​ເດີລ໌ ອາຍຸ 33 ປີ ຫລັງ​ດື່ມ​ເຫລົ້າ​ກັບ​ກຸ່ມໝູ່​ເພື່ອນ ຈົນກະ​ທັ່ງ​ເວລາ​ສາມໂມງເຊົ້າ​ຕ້ອງ​ປິດ​ຮ້ານ​ຕາມ​ເວລາ​ທ້ອງ​ຖິ່ນ ສ່ວນ​ຫລາຍກໍ່ກັບກັນໝົດແລ້ວ ເຫລືອພຽງແຕ່ ອະ​ເຫລັກ​ຊານ​ເດີລ໌ ​ກັບ​ໝູ່​ອີກ 2 ຄົນ ທີ່​ຍັງ​ຄົງ​ສັງສັນຢູ່

ຕໍ່​ມາ ພະ​ນັກ​ງານ​ ເສິບ​ຕ້ອງ​ຍ່າງ​ເຂົ້າໄປ​ບອກ​ໃຫ້​ກັບ ແຕ່​ອະ​ເຫລັກ​ຊານ​ເດີລ໌ ​ບໍ່​ຍອມ ຜູ້​ຈັດການ​ຮ້ານ​ຈຶ່ງ​ຕ້ອງ​ຍ່າງ​ເຂົ້າໄປ​ປະ​ທະ​ກັບ​ອະ​ເຫລັກ​ຊານ​ເດີລ໌​ດ້ວຍ​ຕົນເອງ ສົ່ງ​ຜົນ​ໃຫ້ເປັນເລື່ອງ​ໃຫ່ຍ​ ຈົນ​ຜູ້​ຈັດການ​ຮ້ານ​ທົນ​ບໍ່​ໄຫວ ຄວັກ​ມີດ​ປອກ​ຫມາກໄມ້​ຂະໜາດ 10 ນິ້ວ ຟັນ​ອະ​ເຫລັກ​ຊານ​ເດີລ໌​ຢ່າງ​ບໍ່​ຍັ້ງ​ມື​ຈົນ​ຫູ​ແລະ​ນິ້ວ​ຂາດ

ດ້ານ​ພະຍານ ເຜີຍ​ວ່າ ຫລັງ​ຈາກ​ເກີດ​ເຫດ​ດັ່ງ​ກ່າວ​ເຫັນ​ອະ​ເຫລັກ​ຊານ​ເດີລ໌​ແລ່ນ​ໄປ​ລີ້​ຢູ່​ໃນ​ລົດ​ຕູ້ ຂະນະ​ທີ່​ຜູ້​ຈັດການ​ຮ້ານ​ຍັງ​ຄົງ​ໃຈຮ້າຍຢູ່ ຮ້ອງ​ດ່າ​ອະ​ເຫລັກ​ຊານ​ເດີລ໌ ພ້ອມ​ທັງ​ໃຊ້​ມີດ​ຟັນ​ລົດ​ຕູ້

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...