Homeຂ່າວຕ່າງປະເທດງານນີ້ມີເຮ! ວິຫານເນປານຍົກເລີກປະເພນີຂ້າໝູ່ສັດສັງເວີຍເທບພະເຈົ້າ

ງານນີ້ມີເຮ! ວິຫານເນປານຍົກເລີກປະເພນີຂ້າໝູ່ສັດສັງເວີຍເທບພະເຈົ້າ

Published on

เฮ!วิหารเนปาลยกเลิกประเพณีฆ่าหมู่สัตว์สังเวยเทพเจ้า

ຕາມຂ່າວຕ່າງປະເທດ ເວັບ​ໄຊຕ໌​ຂ່າວ ‘ເດີ​ກາດຽນ’ລາຍ​ງານ​ວ່າ ຄະນະ​ກຳມະການ​ວິ​ຫານ​ເຈົ້າ​ແມ່​ກາ​ທິ​ໄມ​ໃນ​ເນ​ປານ​ໄດ້​ປະ​ກາດ​ສັ່ງ​ຍຸດຕິ​ປະເພນີ​ຂ້າ​ໝູ່​ສັດ​ນັບ​ແສນ​ຊີວິດ​ຂອງ​ຊາວ​ຮິນດູ​ເພື່ອ​ບູຊາ​ຍັນ​ແກ່​ເຈົ້າ​ແມ່​ກາ​ທິ​ໄມ ຫລັງ​ຈາກ​ປະຕິບັດ​ກັນ​ມາ​ດົນ​ເຖິງ 400 ປີ

ປະເພນີ​ຂ້າ​ໝູ່​ສັດ​ຈະ​ມີ​ຂຶ້ນ​ທຸກ​ໆ 5 ປີ ມັກ​ມີ​ຊາວ​ຮິນ​ດູ​ທັງ​ຈາກ​ເນ​ປານ​ແລະ​ອິນ​ເດຍ​ມາເບີ່ງ​ພິທີ ແລະ​ໄດ້ຮັບ​ສຽງ​ປະ​ນາມ​ຈາກ​ອົງ​ກອນ​ພິ​ທັກສັດ​ທົ່ວ​ໂລກ​ມາ​ດົນ​ຫລາຍ​ປີ ຈົນກະທັ້ງ​ລ່າ​ສຸດ ນາຍ’ໂມ​ຕິ​ລັນ ປາ​ສາດ’ເລ​ຂາ​ທິ​ການ​ຄະນະ​ກຳມະການ​ວິ​ຫານ​ໄດ້​ປະ​ກາດ​ຍົກ​ເລີກ​ພິທີ​ການ​ນີ້​ຢ່າງ​ເປັນ​ທາງ​ການ

“ເຮົາ​ສຳ​ນຶກ​ໄດ້​ແລ້ວ​ວ່າ​ສັດ​ກໍ​ມີ​ຊີວິດ​ເໝືອນ​ກັບ​ເຮົາ ມີ​ເນື້ອ​ໜັງ​ມັງ​ສາ​ເໝືອນ​ກັບ​ເຮົາ ແລະ​ມີ​ຄວາມ​ຮູ້ສຶກ​ເຈັບ​ປວດ​ເຊັ່ນ​ດຽວ​ກັບ​ເຮົາ”

ປະເພນີ​ຂ້າ​ສັດ​ສັງ​ເວີຍ​ເຈົ້າ​ແມ່​ນັ້ນ ມີ​ຂຶ້ນ​ເທື່ອ​ລ່າ​ສຸດ​ເມື່ອ​ເດືອ​ນພະຈິກຂອງ​ປີ​ທີ່​ແລ້ວ ເຊີ່ງ​ມີ​ຜູ້​ໃຫ້​ຄວາມ​ສົນ​ໃຈ​ເຂົ້າ​ຊົມ​ພິທີ​ກວ່າ 2.5 ລ້ານ​ຄົນ ແລະ​ມີ​ສັດ​ຖືກ​ສັງ​ຫານ​ໄປ​ຈຳນວນ​ກວ່າ 2 ແສນ​ຊີວິດ

ນາຍ​ໂມ​ຕິ​ລັນ​ກ່າວ​ຕໍ່ວ່າ ບໍ່ແມ່ນ​ເລື່ອງ​ງ່າຍ​ເລີຍ​ທີ່​ຈະ​ຍຸດຕິ​ປະເພນີ​ທີ່​ມີ​ມາ​ດົນ​ກວ່າ 400 ປີ ແຕ່​ຢ່າງ​ນ້ອຍ​ທາງ​ຄະນະ​ກຳມະການ​ວິ​ຫານ​ຍັງມີ​ເວລາ​ອີກ 4 ປີ​ເພື່ອ​ໂນ້ມ​ນ້າວ​ໃຫ້​ຊາວ​ຮິນ​ດູ​ເຫັນ​ວ່າ​ເຮົາ​ບໍ່​ຈຳ​ເປັນ​ຕ້ອງ​ຂ້າ​ສັດ​ເພື່ອ​ສັງ​ເວີຍ​ເທບພະ​ເຈົ້າ​ອີກ​ຕໍ່ໄປ

ການ​ຕັດ​ສິນ​ໃຈ​ຂອງ​ຄະນະ​ກຳມະການ​ວິ​ຫານ​ໃນ​ເທື່ອ​ນີ້ ຍັງ​ສ້າງ​ຄວາມ​ດີ​ໃຈ​ໃຫ້​ແກ່​ບັນດາ​ກຸ່ມ​ຜູ້​ພິ​ທັກ​ສັດ​ທົ່ວ​ໂລກ​ເຊີ່ງ​ໄດ້​ໃຊ້​ເວລາ​ຫລາຍ​ປີ​ໃນ​ການ​ຍື່ນ​ຄຳຂໍ​ໃຫ້​ລົ້ມ​ເລີກ​ເທດສະ​ການ​ດັ່ງ​ກ່າວ

http://www.posttoday.com/media/content/2015/07/29/

ທີ່​ມາ: theguardian

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...