Homeມູມໄອທີລາວ8 ເຫດຜົນທີ່ຍັງບໍ່ຄວນອັບເກດເປັນ Windows 10

8 ເຫດຜົນທີ່ຍັງບໍ່ຄວນອັບເກດເປັນ Windows 10

Published on

8 เหตุผลที่ยังไม่ควรอัพเกรดเป็น Windows 10
8 ເຫດຜົນ​ທີ່​ຍັງ​ບໍ່​ຄວນ​ອັບ​ເກດ​ເປັນ Windows 10 ເປັນຫຍັງ​ເຖິງ​ບໍ່​ຄວນ​ອັບ​ເກດ Windows 10 ມາ​ເບິ່ງ​ກັນ
ເຊື່ອ​ວ່າ​ຫລາຍ​ຄົນ​ອາດຈະ​ກຳ​ລັງ​ລໍ​ຄອຍຖ້າ​ອັບ​ເກດ  Windows 10 ກັນ​ຢ່າງ​ໃຈ​ຈົດ​ໃຈ​ຈໍ່ ແລະ​ຕັ້ງ​ໃຈ​ວ່າ​ຈະ​ອັບ​ເກດ​ທັນ​ທີ​ເມື່ອ​ໄມ​ໂຄ​ຊອບ​ເປີດ​ໃຫ້​ອັບ​ເກດ ແຕ່​ໃນ​ຄວາມ​ເປັນ​ຈິງ​ແລ້ວ​ການ​ອັບ​ເກດ​ໄປ​ໃຊ້ Windows 10 ທັນ​ທີ​ເມື່ອ​ອອກ​ໃໝ່​ໆ ອາດ​ບໍ່ແມ່ນ​ສິ່ງ​ທີ່​ດີ​ສະເໝີ​ໄປ ຈຶ່ງ​ຄວນ​ພິຈາລະນາ​ໃຫ້​ດີ​ກ່ອນ​ຕັດ​ສິນ​ໃຈ​ອັບ​ເກດ ຈະ​ໄດ້​ບໍ່​ເສຍ​ໃຈ​ໃນ​ພາຍ​ຫລັງ ມື້​ນີ້​ເຮົາຈຶ່ງ​ໄດ້​ນຳ 8 ເຫດຜົນ​ທີ່​ຍັງ​ບໍ່​ຄວນ​ອັບ​ເກດ​ເປັນ Windows 10 ຈາກ​ເວັບ​ໄຊຕ໌  Yahoo ມາ​ໃຫ້​ໄດ້​ອ່ານ​ກ່ອນ​ຕັດ​ສິນ​ໃຈ​ກັນ

 1. ຍັງມີ​ເວລາ​ຕັດ​ສິນ​ໃຈ​ອີກ​ດົນ

ເຖິງແມ່ນວ່າ​ຜູ້​ໃຊ້ Windows 7 ແລະ Windows 8 ທຸກ​ຄົນ​ຈະ​ສາມາດ​ອັບ​ເກດ​ເປັນ Windows 10 ໄດ້​ຟຣີ ແຕ່​ນັ້ນ​ບໍ່​ໄດ້​ແປ​ວ່າ​ເຈົ້າ​ຄວນ​ຈະ​ຮີບ​ອັບ​ເກດ​ທັນ​ທີ ເພາະ​ບໍ່​ວ່າ​ຢ່າງໃດ​ໄມ​ໂຄ​ຊອບ​ກໍ​ຈະ​ຍັງ​ຄົງ​ໃຫ້​ການ​ສະໜັບສະໜູນ Windows 7 ໄປ​ຈົນ​ເຖິງ​ປີ 2020 ແລະ Windows 8 ເຖິງ​ປີ 2023 ແລະ​ເຈົ້າ​ກໍ​ຍັງມີ​ເວລາ​ອີກ​ເປັນ​ປີ​ທີ່​ຈະ​ອັບ​ເກດ​ເປັນ Windows 10 ໄດ້​ຟຣີ ແລ້ວ​ຈະ​ຮີບ​ໄປ​ເປັນຫຍັງ ແທ້ບໍ?

2. ອັບ​ແລ້ວ​ປ່ຽນ​ໃຈ​ພາຍຫລັງ​ບໍ່​ໄດ້

ເມື່ອ​ເຈົ້າ​ເລືອກ​ທີ່​ຈະ​ອັບ​ເກດ​ເປັນ  Windows 10 ຖ້າ​ຫາກ​ມີ​ບັນຫາ​ໃນ​ການ​ໃຊ້​ງານ​ແລະ​ຕ້ອງ​ການ​ຍ້ອນ​ກັບ​ໄປ​ໃຊ້ Windows ລຸ້ນ​ກ່ອນ​ໜ້າ​ຄົງ​ຈະ​ເປັນ​ເລື່ອງ​ຍາກ ເພາະ​ການ​ດາວ​ເກດ​ນັ້ນ​ເຮັດ​ບໍ່​ງ່າຍ​ແລະ​ອາດ​ເສຍ​ຂໍ້​ມູນ​ບາງ​ສ່ວນ​ໄປ​ດ້ວຍ ດັ່ງ​ນັ້ນ​ຄວນ​ຈະ​ໃຊ້​ເວລາ​ຕັດ​ສິນ​ໃຈ​ໃຫ້​ດີໆເສຍ​ກ່ອນ​ວ່າ​ເຈົ້າ​ພ້ອມ​ທີ່​ຈະ​ໃຊ້ Windows 10 ຫລື​ຍັງ
8 เหตุผลที่ยังไม่ควรอัพเกรดเป็น Windows 10

ເຖິງ​ບໍ່​ອັບ​ເກດ​ກໍ​ມີ​ຟີ​ເຈີລ໌​ໃໝ່​ໃຫ້​ໃຊ້

ເຖິງແມ່ນວ່າ  Windows 10 ຈະ​ມີ​ຟີ​ເຈີລ໌​ໃໝ່​ຫລວງຫລາຍ ແຕ່​ຫລາຍໆ ຟີ​ເຈີລ໌​ເຖິງແມ່ນ​ບໍ່​ອັບ​ເກດ​ເປັນ Windows ກໍ​ສາມາດ​ໃຊ້​ງານ​ໄດ້​ດ້ວຍ​ວິທີ​ອື່ນ​ຢູ່​ດີ ເຊັ່ນ Start Menu ແບບ​ດັ້ງ​ເດີມ​ທີ່​ສາມາດ​ໃຊ້​ວິທີ​ຕິດ​ຕັ້ງ​ໂປ​ແກມ​ໃຫ້​ມີ Start Menu ຄືເກົ່າໄດ້ ຫລື​ຢ່າງ​ບຣາວ​ເຊີ Microsoft Edge ນັ້ນແທ້ໆ ແລ້ວ​ກໍ​ບໍ່​ໄດ້​ມີ​ຟີ​ເຈີລ໌​ທີ່​ໂດດ​ເດັ່ນ​ໄປ​ກວ່າ Chrome ຫລື Firefox ປານໃດ

  4. ເວີລ໌​ຊັ່ນ​ທຳອິດມັກມີບັກຫລາຍ

Windows ທຸກ​ລຸ້ນ​ລວມ​ທັງ Windows ມັກ​ຈະ​ມີ​ບັກນັ້ນແຫລະ​ບັນຫາ​ການ​ໃຊ້​ງານ​ໃນ​ເວີລ໌​ຊັ່ນ​ທຳອິດ ເຊີ່ງ​ທີ່​ຜ່ານມາ​ໃນ​ໄລຍະ​ທົດສອບ Windows 10 Technical Preview ນັ້ນ​ກໍ​ຍັງ​ພົບ​ວ່າ​ບັກ​ບາງ​ສ່ວນ​ຍັງ​ບໍ່​ຖືກ​ແກ້​ໄຂ ແລະ​ຈະ​ຍັງ​ຄົງ​ຢູ່​ໃລ​ເວີລ໌​ຊັ່ນ​ຈຳ​ໜ່າຍ​ແທ້ ການ​ບໍ່​ຮີບ​ຮ້ອນ​ເປັນ​ໜູ​ທົດລອງ​ໃນ​ຊ່ວງ​ເວີລ໌​ຊັ່ນ​ທຳອິດ ອາດຈະ​ດີກວ່າ​ກໍ​ໄດ້
8 เหตุผลที่ยังไม่ควรอัพเกรดเป็น Windows 10

5. ປິດ​ອໍ​ໂຕ້​ອັບ​ເດດ​ບໍ່​ໄດ້

Windows 10 Home ຈະ​ບໍ່​ສາມາດ​ປິດ​ການ​ອັບ​ເດດ​ອັດ​ຕະໂນມັດ​ໄດ້ ເຊີ່ງ​ລະບົບ​ຈະ​ກໍ່ການ​ອັບ​ເດດ​ທັນ​ທີ​ເມື່ອ​ມີ​ອັບ​ເດດ​ໃໝ່​ໆ ໂດຍ​ບໍ່​ຖາມ​ຄວາມ​ສະໝັກ​ໃຈ​ຂອງ​ຜູ້​ໃຊ້​ເລີຍ ຖ້າ​ມີ​ອັບ​ເດດ​ໃດ​ມີ​ບັນຫາ​ຫລື​ຜູ້​ໃຊ້​ບໍ່​ພຶງ​ພໍ​ໃຈ ກໍ​ຕ້ອງ​ທຳ​ໃຈ​ກັນ​ສະຖານ​ດຽວ…

  6. ລາ​ກ່ອນ Windows Media Center

ໃນ  Windows 10 ໄດ້​ຕັດ Windows Media Center ອອກ​ໄປ ແລະ​ແນ່ນອນ​ວ່າ​ຖ້າ​ປົກກະຕິ​ເຈົ້າ​ໃຊ້ Windows Media Center ຢູ່​ເປັນ​ປະຈຳ ເຈົ້າ​ກໍ​ຍັງ​ບໍ່​ຄວນ​ອັບ​ເກດ​ເປັນ Windows 10

 7. ບາງ​ໂປ​ແກມ​ອາດ​ຍັງ​ບໍ່​ຮອງ​ຮັບ

ຖ້າ​ຫາກ​ເຈົ້າ​ມີ​ໂປ​ແກມ​ທີ່​ຈຳ​ເປັນ​ຕ້ອງ​ໃຊ້​ງານ ກໍ​ຄວນ​ກວດ​ສອບ​ໃຫ້​ແນ່​ໃຈ​ເສຍ​ກ່ອນ​ວ່າ​ສາມາດ​ໃຊ້​ງານ​ຮ່ວມ​ກັບ Windows 10 ໄດ້​ຫລື​ບໍ່ ເພາະ​ຖ້າ​ຕິດ​ຕັ້ງ Windows 10 ແລ້ວ​ພົບ​ວ່າ​ບໍ່​ຮອງ​ຮັບ​ໂປ​ແກມ​ທີ່​ຈຳ​ເປັນ​ຕ້ອງ​ໃຊ້​ງານ​ພາຍ​ຫລັງ ຮັບຮອງ​ວ່າ​ງານ​ເຂົ້າ​ແນ່ນອນ…

8. ສະ​ເປກ​ຄອມ​ອາດ​ແຮງ​ບໍ່​ພໍ

ຖ້າ​ຫາ​ກ​ຄອມພິວເຕີ​ຂອງ​ເຈົ້າ​ຂ້ອນ​ຂ້າງ​ເກົ່າ ສະ​ເປກ​ບໍ່​ຄ່ອຍ​ແຮງ ກໍ​ຕ້ອງ​ພິຈາລະນາ​ໃຫ້​ດີໆ ວ່າ​ຖ້າ​ຫາກ​ຕິດ​ຕັ້ງ Windows 10 ແລ້ວ​ຈະ​ໃຊ້​ງານ​ໄດ້​ດີ​ຫລື​ບໍ່ ເພາະ​ເຖິງແມ່ນວ່າ​ສະ​ເປກ​ຈະ​ເຖິງ​ຂັ້ນ​ຕ່ຳ​ທີ່​ໄມ​ໂຄ​ຊອບ​ໄດ້​ກຳນົດ​ໄວ້ ແຕ່​ກໍ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ຈະ​ໃຊ້​ງານ​ໄດ້​ດີ​ສະເໝີ​ໄປ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...