Homeຂ່າວພາຍ​ໃນຫາລືວຽກງານພັດທະນາສອງເມືອງ ແຂວງວຽງຈັນ

ຫາລືວຽກງານພັດທະນາສອງເມືອງ ແຂວງວຽງຈັນ

Published on

ຫາລືວຽກງານພັດທະນາສອງເມືອງ ແຂວງວຽງຈັນ

ກອງ​ປະຊຸມ​ສະຫຼຸບ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ພັດທະນາ​ເມືອງ​ຮົ່ມ ແລະ ເມືອງ​ໄຊ​ສົມບູນ ແຂວງ​ວຽງ​ຈັນ ປະຈຳ​ປີ 2012-2013 ຈັດ​ຂຶ້ນ​ວັນ​ທີ 6 ສິງຫາ 2013 ຢູ່​ທີ່​ຫ້ອງ​ວ່າການ​ສູນ​ກາງ​ພັກ (ຫຼັກ6) ໃຫ້​ກຽດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້​ມີ​ສະຫາຍ ຈູມ​ມາລີ ໄຊ​ຍະ​ສອນ ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ປະທານ​ປະເທດ​ແຫ່ງ ​ສປປ ລາວ ພ້ອມ​ດ້ວຍ​ບັນດາ​ກົມ​ການເມືອງ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ວ່າການ ເຈົ້າແຂວງ ແລະ ບັນດາ​ເຈົ້າເມືອງ​ກ່ຽວຂ້ອງ.

ສະຫາຍ ຄຳ​ເມິງ ພົງ​ທະ​ດີ ເລຂາ​ພັກ​ແຂວງ ເຈົ້າແຂວງ​ວຽງ​ຈັນ ໄດ້​ລາຍ​ງານ​ໃຫ້​ຮູ້​ວ່າ: ວຽກ​ງານ​ການ​ພັດທະນາ​ເມືອງ​ຮົ່ມ ແລະ ເມືອງ​ໄຊ​ສົມບູນ ເຊິ່ງ​ເປັນ​ສອງ​ເມືອງ​ຈຸດ​ສຸມ​ຂອງ​ພັກ ແລະ ລັດຖະບານ​ແຫ່ງ ​ສປປ ລາວ ປະຈຳ​ປີ 2012-2013 ແມ່ນ​ມີ​ຫຼາຍ​ໜ້າ​ວຽກ​ປະສົບ​ຜົນສຳເລັດ​ຕາມ​ຄາດໝາຍ​ວາງ​ໄວ້ ອຳນາດ​ການ​ປົກຄອງ ຕະຫຼອດ​ຮອດ​ພໍ່​ແມ່​ປະຊາຊົນ ໄດ້​ເອົາໃຈໃສ່​ຢ່າງ​ຕັ້ງໜ້າ ເຂົ້າ​ໃນ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ແນວ​ຄິດ ເຊື້ອ​ໝັ້ນ​ຕໍ່​ແນວທາງ​ນະໂຍບາຍ​ປ່ຽນແປງ​ໃໝ່​ຂອງ​ພັກ ປະກອບສ່ວນ​ຢ່າງ​ຕັ້ງໜ້າ ເຂົ້າ​ໃນ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ເອົາໃຈ​ໃສ​ສ້າງ​ເສດຖະກິດ​ຄອບຄົວ ກໍ​ຄື​ການ​ຍົກ​ລະດັບ​ການ​ຜະລິດ​ເປັນ​ສິນຄ້າ ອັນ​ໄດ້​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ນັບ​ມື້​ດີ​ຂຶ້ນ ປັດຈຸບັນ ເມືອງ​ຮົມ ແລະ ເມືອງ​ໄຊ​ສົມບູນ ມີ 7.802 ຄອບຄົວ ຈຳນວນ​ຄອບຄົວ​ທຸກ​ຍາກ ມີ 1.431 ຄອບຄົວ ເທົ່າ​ກັບ 18,34% (ສົກ​ປີ 2011-2012 ມີ 2.076 ຄອບຄົວ ເທົ່າ​ກັບ 23,68%) ແລະ ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ຄອບຄົວ​ພັດທະນາ​ສອງ​ເມືອງ ມີ 6.544 ຄອບຄົວ ເທົ່າ​ກັບ 83,87% ເປັນ​ຄອບຄົວ​ມີ​ຄວາມ​ສາມັກຄີ​ທັງ​ພາຍ​ນອກ-ພາຍ​ໃນ ມີ​ສະຕິ​ເຄົາລົບ ແລະ ປະຕິບັດ​ກົດໝາຍ​ໄດ້​ເປັນ​ຢ່າງ​ດີ ສາມາດ​ເປັນ​ຄອບຄົວ​ປ້ອງ​ກັນ​ຄວາມ​ສະຫງົບ​ດີ ມີ 6.425 ຄອບຄົວ ເທົ່າ​ກັບ 82,35% ຄອບຄົວ​ປອດ​ຄະດີ 6.763 ເທົ່າ​ກັບ 86,68% ປອດ​ຢາ​ເສບ​ຕິດ​ມີ 6.605 ຄອບຄົວ ເທົ່າ​ກັບ 84,65% ຄອບຄົວ​ວັດທະນະທຳ 5.884 ເທົ່າ​ກັບ 75,41% ແບບຢ່າງ​ດ້ານ​ສາທາລະນະ​ສຸກ 5.762 ເທົ່າ​ກັບ 73,85% ແລະ ມາ​ຮອດ​ປັດຈຸບັນ ທັງ​ສອງ​ເມືອງ​ມີ​ຄອບຄົວ​ທີ່​ກາຍເປັນ​ຄອບຄົວ​ພັດທະນາ​ແລ້ວ​ຈຳນວນ 4.246 ຄອບຄົວ ເທົ່າ​ກັບ 54,42%.

ໂອກາດ​ດັ່ງກ່າວ ສະຫາຍ ຈູມ​ມາລີ ໄຊ​ຍະ​ສອນ ໄດ້​ໃຫ້​ກຽດ​ໂອ້​ລົມ​ຕໍ່​ກອງ​ປະຊຸມ ເຊິ່ງ​ໄດ້​ສະແດງ​ຄວາມ​ຍ້ອງຍໍ-ຊົມເຊີຍ​ຕໍ່​ຄະນະ​ພັກ ຄະນະ​ນຳ ກໍ​ຄື​ພາກສ່ວນ​ກ່ຽວຂ້ອງ​ທີ່​ໄດ້​ເອົາໃຈໃສ່​ຢ່າງ​ຕັ້ງໜ້າ ເຂົ້າ​ໃນ​ການ​ປະຕິບັດ​ວຽກ​ງານ​ພັດທະນາ​ເມືອງ​ຮົ່ມ ແລະ ເມືອງ​ໄຊ​ສົມບູນ​ທີ່​ເປັນ​ສອງ​ເມືອງ​ຈຸດ​ສຸມ​ຂອງ​ພັກ-ລັດຖະບານ ໃຫ້​ປະສົບ​ຜົນສຳເລັດ ແລະ ເປັນ​ຮູບ​ປະ​ທຳ ອັນ​ໄດ້​ເຮັດ​ໃຫ້​ເສດຖະກິດ-ສັງຄົມ​ມີ​ຄວາມ​ເຂັ້ມແຂງ ໜັກ​ແໜ້ນ ແລະ ຂະຫຍາຍຕົວ​ເປັນ​ກ້າວໆ​ມາ ພ້ອມ​ນັ້ນ ສະຫາຍ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ຍັງ​ໄດ້​ເນັ້ນ​ໃຫ້​ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ​ຂອງ​ແຂວງ​ວຽງ​ຈັນ ຕະຫຼອດ​ຮອດ​ພາກສ່ວນ​ກ່ຽວຂ້ອງ ໄດ້​ເອົາໃຈໃສ່​ຕື່ມ​ເຂົ້າ​ໃນ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ການ​ພັດທະນາ ເປັນຕົ້ນ​ແມ່ນ​ການ​ສຸມ​ໃສ່​ຫັນ​ລົງ​ຮາກ​ຖານ ກໍ່ສ້າງ​ຮາກ​ຖານ​ການເມືອງ​ໃຫ້​ເຂັ້ມແຂງ​ຮອບດ້ານ ເອົາໃຈໃສ່​ຕິດຕາມ​ຢ່າງ​ໃກ້ຊິດ ກ່ຽວ​ກັບ​ການຈັດຕັ້ງ​ປະຕິບັດ​ວຽກ​ວິຊາ​ສະເພາະ ເປັນ​ເຈົ້າ​ການ​ຢ່າງ​ແຂງແຮງ ການ​ລົງ​ສົ່ງເສີມ​ໃຫ້​ພໍ່​ແມ່​ປະຊາຊົນ​ຜະລິດ​ເປັນ​ສິນຄ້າ ເພີ່ມ​ທະວີ​ວຽກ​ງານ​ກວດ​ສອບ-ກວດກາ​ໃຫ້​ເຂັ້ມ​ງວດ ຖືກຕ້ອງ ແລະ ແທດເໝາະ​ກັບ​ການ​ພັດທະນາ ເອື້ອ​ອຳນວຍ ແລະ ໃຫ້​ຄວາມ​ສະດວກ​ແກ່​ປະຊາຊົນ​ເຂົ້າ​ເຖິງ​ທຸກ​ການ​ພັດທະນາ​ຂອງ​ພັກ ແລະ ລັດຖະບານ ໂດຍ​ສະເພາະ​ແມ່ນ​ດ້ານ​ການ​ສຶກ​ສາ ລະບົບ​ການ​ຂົນສົ່ງ ແລະ ການ​ເຂົ້າ​ເຖິງ​ວຽກ​ງານ​ສາທາລະນະ​ສຸກ​ເປັນຕົ້ນ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...