Homeຂ່າວພາຍ​ໃນເບຍລາວສະເຫຼີຍ 4 ຈຸດພິເສດ ຂອງນ້ຳດື່ມກາຫົວເສືອປອມ

ເບຍລາວສະເຫຼີຍ 4 ຈຸດພິເສດ ຂອງນ້ຳດື່ມກາຫົວເສືອປອມ

Published on

 

ບໍລິສັດ ເບຍລາວແຈ້ງຂ່າວ ເລື່ອງນ້ຳດື່ມປອມຫຼ້າສຸດ ວັນທີ 28 ກໍລະກົດ 2015 ມື້ນີ້ວ່າ ລັກສະນະນ້ຳດື່ມຫົວເສືອແທ້ ແລະນ້ຳດື່ມຫົວເສືອປອມ ມີຈຸດພິເສດແຕກຕ່າງກັນດັ່ງນີ້:
1. ຜູ້ປອມແປງໄດ້ນຳໃຊ້ຕຸກເປົ່າ ແລະກາ (ສະຫຼາກ) ທີ່ໃຊ້ແລ້ວທັງ 3 ຂະໜາດຂອງນ້ຳດື່ມກາຫົວເສືອ ແລ້ວເອົາມາຮ່າຍນ້ຳໃສ່ໃໝ່, ຕຸກນ້ຳຫົວເສືອປອມຈະມີຮອຍຂູດ ແລະເກົ່າ.
2. ຜູ້ປອມແປງໄດ້ເຮັດຝາອັດໃໝ່ ເຊິ່ງຮູບຫົວເສືອເທິງຝາບໍ່ລະອຽດ, ຢາງຫຸ້ມຝາຈະມີຮູບຫົວເສືອໃຫຍ່ກວ່າ ແລະມີຫຼາຍຮູບກວ່າ ເຊິ່ງແຕກຕ່າງຢ່າງຊັດເຈນຕໍ່ນ້ຳດື່ມຫົວເສືອແທ້.
11220907_860481417322894_5227808150199181959_n
11225740_860481397322896_8870896496879426290_n
3. ຜູ້ປອມແປງໄດ້ເຮັດແກັດເຈ້ຍໃໝ່ ເຊິ່ງເປັນສີນ້ຳຕານໄໝ້ ສ່ວນແກັດນ້ຳດື່ມຫົວເສືອແທ້ ຈະອອກສີຂາວແຈ້ງກວ່າຢ່າງຊັດເຈນ.
11204413_860481403989562_5333103543805661785_n

4. ສະເພາະຕຸກໃຫຍ່ ແພັກ 6 ຕຸກ ຂອງປອມຈະມີຢາງຫຸ້ມແຂງແລະໃສ, ຢ່ວງຫິ້ວມີສີຟ້າເຂັ້ມກວ່າ.
11822654_860481430656226_2318401503124536949_n

11705224_860481413989561_6093440911748034073_n

ສຳລັບລາຍລະອຽດເພີ່ມເຕີມ ແລະ ຄວາມສະບາຍໃຈຂອງທ່ານ ສາມາດຕິດຕາມ ການຖະແຫຼງຂ່າວ ຢ່າງເປັນທາງການຂອງເຈົ້າໜ້າທີ່ ແລະ ບໍລິສັດ ເບຍລາວ ຈຳກັດ ທີ່ຈະຈັດຂຶ້ນໃນ ວັນທີ 29 ກໍລະກົດ 2015.

 

 

 

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...