spot_img
Homeຄວາມງາມຂົນ​ຕາ​ປອມ... ຕ້ອງ​ທັງ​ງາມ​ແລະ​ປອດ​ໄພ

ຂົນ​ຕາ​ປອມ… ຕ້ອງ​ທັງ​ງາມ​ແລະ​ປອດ​ໄພ

Published on

27_20150702163034.


       ການ​ແຕ່ງ​ໜ້າ​ສຳລັບ​ສາວໆໃນ​ປະຈຸບັນເນັ້ນ​ການ​ມີ​ດວງ​ຕາ​ທີ່​ກົມ​ໃຫຍ່ ຕົວ​ຊ່ວຍ​ສຳລັບ​ດວງ​ຕາ​ນັ້ນ​ກໍ​ຄື “ຂົນ​ຕາ​ປອມ ແຕ່​ໃນ​ການ​ຕິດ​ຂົນ​ຕາ​ປອມ​ຕ້ອງ​ໃຊ້ ​ກາວ​ຕິດ​ຂົນ​ຕາ​ຊຶ່ງ​ເປັນ​ສານ​ເຄມີ ທີ່​ຕ້ອງ​ໃຊ້​ບໍລິເວນ​ໃກ້​ດວງ​ຕາ​ຊຶ່ງ​ບອບ​ບາງ​ຫລາຍຈຶ່ງ​ຕ້ອງ​ໃຊ້​ຢ່າງ​ລະ​ມັດ​ລະ​ວັງ​ແລະ​ເລືອກ​ຂອງ​ທີ່​ມີ​ຄຸນນະພາບ ເພາະ​ອາດ​ສ່ຽງ​ໃຫ້​ດວງ​ຕາ​ອັກ​ເສບ​ຫລື​ຕາບອດ​ໄດ້
       ການ​ສິ່ງ​ນຳ​ແປກປອມ​ວັດ​ດຸ​ຕ່າງໆ ມາ​ຕິດນັບ​ວ່າ​ສ່ຽງ​ອັນຕະລາຍ ເປັນ​ການ​ທຳລາຍ​ດວງ​ຕາ​ທາງ​ອ້ອມ ເນື່ອງ​ຈາກ​ອາດ​ເຮັດໃຫ້​ເກີດ​ສິ່ງ​ສົກກະປົກ​ມາ​ສະ​ສົມ​ບໍລິເວນ​ໜັງ​ຕາ ຍິ່ງ​ຖ້າ​ເກັບ​ຮັກສາຂົນ​ຕາ​ປອມ​ບໍ່​ຖືກ​ວິທີ ບໍ່​ສະ​ອາດ ເມື່ອ​ນຳ​ມາ​ຕິດ​ທີ່​ຂອບ​ຕາ​ຊຶ່ງ​ຕິດ​ກັບ​ຂົນ​ຕາ ຈຶ່ງ​ມີ​ໂອ​ກາດ​ທີ່​ເຊື້ອ​ພະຍາດ​ຈະ​ເຂົ້າ​ສູ່​ດວງ​ຕາ ອາດ​ກໍ່​ເກີດ​ອາການ​ແພ້​ລະ​ຄາຍ​ເຄືອ ອັກ​ເສບ ມີ​ໂອ​ກາດ​ສ່ຽງ​ເຖິງ​ຂັ້ນ​ຕາບອດ​ໄດ້
       ຂົນ​ຕາ​ປອມ​ແລະ​ກາວ​ຕິດ​ຂົນ​ຕາ ທີ່​ມີ​ວາງ​ຈຳ​ໜ່າຍ​ຢູ່​ຂະນະ​ນີ້ມີ​ທັງ​ທີ່​ຜະລິດ​ໄດ້​ຕາມ​ມາດຕະຖານ​ແລະ​ບໍ່​ໄດ້​ມາດຕະຖານຂົນ​ຕາ​ປອມ​ມີ​ທັງ​ອ່ອນ​ນຸ່ມ​ໄປ​ຈົນ​ເຖິງ​ແຂງ​ຫລາຍ ໂດຍ​ກາວ​ທີ່​ໃຊ້​ຕິດ​ຂົນ​ຕາ​ປອມ ຕ້ອງ​ມີ​ຄຸນນະພາບ​ດີ ຜະລິດ​ຖືກ​ຕ້ອງ​ຕາມ​ຫລັກ​ວິ​ຊາ​ການ ມີ​ສ່ວນ​ປະກອບ​ສຳຄັນ​ທີ່ ​ ເໝາະ​ກັບ​ການ​ໃຊ້​ສະເພາະ​ທີ່ ແລະ​ຕ້ອງ​ລະ​ບຸ​ສະ​ຫລາກ​ຊັດເຈນ​ວ່າ​ໃຊ້​ກັບ​ດວງ​ຕາ​ເທົ່າ​ນັ້ນ ຫາກ​ໃຊ້​ກາວ​ອື່ນ​ມາ​ຕິດ ອາດ​ເປັນ​ອັນຕະລາຍ​ໄດ້
ຂໍ້​ຄວນ​ລະ​ວັງ​ໃນ​ການ​ໃຊ້​ກາວ​ຕິ​ດກາວ
       – ຂະນະ​ຕິດ​ຂົນ​ຕາ​ປອມ ຕ້ອງ​ເຮັດ​ຄວາມ​ລະ​ມັດ​ລະ​ວັງ
       – ມື​ແລະ​ອຸປະກອນ​ທີ່​ໃຊ້​ຕ້ອງ​ສະ​ອາດ ເພາະ​ອາດ​ຕິດ​ເຊື້ອ​ໄດ້
       – ບໍ່​ຄວນ​ໃຊ້​ກາວ​ຕິດ​ຂົນ​ຕາ​ຫລາຍ​ເກີນ​ໄປ ເພາະ​ອາດ​ເຂົ້າ​ຕາ​ໄດ້
       – ສານ​ເຄ​ມີ​ທີ່​ເປັນ​ສ່ວນ​ປະກອບ​ໃນ​ກາວ​ຕິດ​ຂົນ​ຕາອາດ​ເຮັດໃຫ້​ເກີດ​ການ​ແພ້ລະ​ຄາຍ​ເຄືອງ​ໄດ້
       – ຫາກ​ຂົນ​ຕາ​ຫລຸດ​ລ່ວງ​ເນື່ອງ​ຈາກ​ການ​ຕິດ​ຂົນ​ຕາ​ປອມ ຄວນ​ຢຸດ ແລ້ວ​ຄວນ​ໄປ​ພົບ​ແພດ

  ຄຳ​ແນະນຳ – ຄວນ​ເລືອກ​ໃຊ້​ຂົນ​ຕາ​ປອມ​ແລະ​ກາວ​ທີ່​ໄດ້​ມາດຕະຖານ ລ້າງ​ມື​ໃຫ້​ສະ​ອາດ ຈັດ​ເກັບ​ໃຫ້​ສະ​ອາດ ບໍ່​ໃຊ້​ຮ່ວມ​ກັບ​ຄົນ​ອື່ນ ບໍ່​ຄວນ​ໃສ່​ຕໍ່​ເນື່ອງ​ກັນ​ດົນ​ໆ ຄວນ​ຢຸດ​ພັກ​ນຳ

 

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...