spot_img
Homeຄວາມງາມລ້າງ​ເຄື່ອງ​ສຳ​ອາງ​ສະອາດແລ້ວຫລືຍັງ

ລ້າງ​ເຄື່ອງ​ສຳ​ອາງ​ສະອາດແລ້ວຫລືຍັງ

Published on

27_20150715163452.



ການ​ລ້າງ​ໜ້າ​ໃຫ້​ສະ​ອາດ ເປັນ​ເລື່ອງ​ທີ່ຈຳ​ເປັນ ເພື່ອ​ກຽມ​ຮັບ​ການ​ບຳ​ລຸງ​ໃນ​ຂັ້ນ​ຕໍ່​ໄປຫາກ​ບໍ່​ໝົດ​ແທ້ໆຈະ​ເກີດ​ການ​ສະ​ສົມ​ຂອງ​ສິ່ງ​ສົກກະປົກ ຄາບ​ເຄື່ອງ​ສຳ​ອາງອາດ​ເຮັດໃຫ້​ເກິດສິວໄດ້ ແລະ​ການ​ໃຊ້​ຄີມ​ບຳ​ລຸງ​ອາດ​ບໍ່ໄດ້ເຂົ້າ​ໄປ​ເຖິງ​ຜິວ​ຊັ້ນ​ໃນ​ໄດ້​ຢ່າງ​ມີ​ປະ​ສິດ​ທິ​ພາບ
ສາວໆບາງ​ຄົນ​ອາດ​ບໍ່​ມີ​ເວລາໃຊ້​ພຽງ​ໂຟມ​ລ້າງ​ໜ້າ​ທຳມະດາ​ພຽງ​ຢ່າງ​ດຽວ ອາດ​ລ້າງ​ຄາບ​ຕ່າງໆໄດ້​ບໍ່​ໝົດໂດຍ​ສະເພາະ​ຄາບ​ເຄື່ອງ​ສຳ​ອາງຄີມ​ກັນ​ແດດຊຶ່ງ​ເຮັດໃຫ້​ຜິວ​ອຸດ​ຕັນ​ໄດ້ ບາງ​ຜະລິດຕະພັນ​ທີ່​ບອກ​ສັບ​ພະຄຸນ​ວ່າ​ສາ​ມາດ​ຫລ້າງ​ເຄື່ອງ​ສຳ​ອາງ​ໄດ້ເພື່ອ​ຄວາມຫມັ້ນ​ໃຈ​ຈຶ່ງ​ຄວນ​ທົດສອບ​ໂດຍ​ການ​ໃຊ້​ໂທນ​ເນີ​ເຊັດ​ທຳ​ຄວາມ​ສະ​ອາດ​ຜິວ​ໜ້າ​ອີກ​ຄັ້ງຖ້າ​ຍັງມີ​ຄາບ​ສົກກະປົກ​ຢູ່​ສະແດງ​ວ່າ​ຜະລິດຕະພັນ​ນັ້ນ​ບໍ່​ສາມາດ​ລ້າງ​ຄາບ​ເຄື່ອງ​ສຳ​ອາງ​ໄດ້
ການ​ລ້າງ​ໜ້າ​ໃຫ້​ສະ​ອາດ​ປ້ອງ​ກັນ​ບັນຫາ​ຜິວ​ຕ່າງໆໄດ້​ຂັ້ນ​ໜຶ່ງ ຈຶ່ງ​ຄວນ​ໃຫ້​ຄວາມ​ສຳຄັນ​ດ້ວຍ​ການ​ໃຊ້​ຜະລິດຕະພັນ​ລ້າງ​ເຄື່ອງ​ສຳ​ອາງ​ໂດຍ​ສະເພາະ ແລ້ວ​ລ້າງ​ໜ້າ​ດ້ວຍ​ໂຟມ​ລ້າງ​ໜ້າ​ເພື່ອ​ໝັ່ນໃຈ​ວ່າ​ສະ​ອາດ​ໝົດ​ຈົດ​ແນ່ນ​ອນ
ການ​ເລືອກ​ຜະລິດຕະພັນ​ໃນ​ການເຮັດ​ຄວາມ​ສະ​ອາດ​ຜິວ​ໜ້າ ຄວນ​ເລືອກ​ສ່ວນ​ປະສົມ​ແລະ​ສັບ​ພະຄຸນໃຫ້​ເໝາະ​ກັບ​ຜິວ​ນຳ

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...