spot_img
Homeຄວາມງາມເພີ່ມ​ຄວາມ​ກະ​ຈ່າງ​ຜິວ​ດ້ວຍ​ກູ​ຕາ​ໄທ​ໂອນ ໃຜ​ເປັນ​ເຫຍື່ອ​ຄວາມ​ເຊື່ອ​ນີ້

ເພີ່ມ​ຄວາມ​ກະ​ຈ່າງ​ຜິວ​ດ້ວຍ​ກູ​ຕາ​ໄທ​ໂອນ ໃຜ​ເປັນ​ເຫຍື່ອ​ຄວາມ​ເຊື່ອ​ນີ້

Published on

     224666

1.ກູ​ຕາ​ໄທ​ໂອນ (glutathione) ແມ່ນຫຍັງ
ກູ​ຕາ​ໄທ​ໂອນ​ເປັນ​ສານ​ຕ້າ​ນອະ​ນຸ​ມູນ​ອິດສະຫລະ​ທີ່​ເຊວ​ໃນ​ຮ່າງກາຍ​ມະນຸດ​ສາມາດ​ສັງ​ເຄາະ​ໄດ້​ເອງ ມີ​ຄຸນສົມບັດ​ເປັນ​ໂປ​ຕີນ​ຊະນິດ​ໜຶ່ງ ເຮັດ​ຫນ້າທີ່​ໃນ​ການ​ປົກ​ປ້ອງ​ເນື້ອ​ເຍື່ອ​ບໍ່​ໃຫ້​ຖືກ​ທຳລາຍ​ໂດຍ​ສາ​ນອານຸ​ມູນ​ອິດສະຫລະ​ທີ່​ສະ​ສົມ​ຢູ່​ຕາມ​ສ່ວນ​ຕ່າງໆ​ຂອງ​ຮ່າງກາຍ ກະຕຸ້ນ​ພູ​ມ​ຄຸ້ມ​ກັນ​ຂອງ​ຮ່າງກາຍ ແລະ​ທີ່​ສຳຄັນ​ຍັງ​ຊ່ວຍ​​ໃນ​ການ​ທຳລາຍ​ແລະ​ກຳຈັດ​ສານ​ພິດ​ອອກຈາກ​ຮ່າງກາຍ​

2ຮ່າງກາຍ​ຜະລິດ ກູ​ຕາ​ໄທ​ໂອນ​ໄດ້​ຫລື​ ບໍ່

ເຊວ​ທຸກ​ເຊວ​ໃນ​ຮ່າງກາຍ​ສາມາດ​ຜະລິດ​ກູ​ຕາ​ໄທ​ໂອນ​ໄດ້​ເອງ ແລະ​ຖືກ​ຜະລິດ​ຫລາຍ​ທີ່ສຸດ​ທີ່​ຕັບ, ປອດ ຫມາກໄຂ່ຫລັງ, ມ້າມ, ຕັບ​ອ່ອນ ແລະ​ເລນແກ້ວ​ຕາ ສະຫລຸບ​ຮ່າງກາຍ​ສາມາດ​ສ້າງ​ໄດ້ ແພດ​ກວດ​ພົບ​ວ່າ​ຄົົນທີ່​ສຸກຂະພາບ​ດີ​ມີ​ກູ​ຕ້າ​ໄທ​ໂອນ​ສູງ ກວ່າ​ຄົນ​ປ່ວຍ

  1. ຄົ້ນ​ພົບ​ໄດ້​ແນວໃດ
    ໃນ​ທາງ​ການ​ແພດ​ພົບ​ວ່າ​ມີ​ການ​ນຳ​ກູ​ຕາ​ໄທ​ໂອນ​ມາ​ທົດລອງ​ໃຊ້​ໃນ​ການ​ປິ່ນປົວພະຍາດ​ຕ່າງໆ ຊຶ່ງຍັງ​ບໍ່​ໄດ້ຮັບ​ການ​ອະ​ນຸຍາດ​​ບົ່ງ​ໃຊ້​ຈາກ​ອົງ​ການ​ອາຫານ​ແລະ​ຢາ ຜົນ​ຂ້າງ​ຄຽງ​ຢ່າງ​ໜຶ່ງ​ທີ່​ໜ້າ​ແປກ​ໃຈ ຄື ຜູ້​ປ່ວຍ​ທີ່​ໄດ້ຮັບ​ການ​ປິ່ນປົວ​ດ້ວຍ​ການ​ສີດ​ກູ​ຕາ​ໄທ​ໂອນ​ນັ້ນ​ມີ​ສີ​ຜິວ​ທີ່​ຂາວ​ຂຶ້ນ ຈຶ່ງ​ມີ​ຄົນສະຫລາດ​ນຳ​ຈຸດ​ນີ້​ມາ​ກໍ່ການ​ຕະ​ຫລາດ
  2. ກິນ​ແລ້ວ​ຂາວ​ຊ້າ​ແຕ່​ຂາວ​​ແທ້​ຫລື​ບໍ່
    ບໍ່ເປັນຄວາມຈິງທີ່ ຜະລິດຕະພັນ​ກູ​ຕາ​ໄທ​ໂອນ​ທີ່​ມີ​ຂາຍ​ກັນ​ທົ່ວ​ໄປ ໃນ​ຮູບ​ແບບ​ຜົງ​ແລະ​ເມັດ ສາມາດ​ຖືກ​ທຳລາຍ​ໄດ້​ໃນ​ທາງເດີນ​ອາຫານ​ຂອງ​ມະນຸດ ດັ່ງ​ນັ້ນ​ປະໂຫຍດ​ທີ່​ຈະ​ເກີດ​ຂຶ້ນ​ຈາກ​ການ​ຮັບປະທານ​ກູ​ຕາ​ໄທ​ໂອນ​ໃນ​ຮູບ​ແບບ​ຂອງ​ຢາ​ຮັບປະທານ​ນັ້ນ​ແທບ​ຈະ​ບໍ່​ມີ​ເລີຍເກືອບ​ເທົ່າ​ກັບ 0
  3. ສີດ​ເລີຍ​ດີກວ່າ​ຂາວ​ໄວ
    ເມື່ອ​ກິນ​ບໍ່​ໄດ້​ຜົນ ຫລາຍ​ຄົນ​ຈຶ່ງ​ຫັນ​ໄປ​ສີດ ການ​ສີດ​ໃນ​ປະລິມານ​ທີ່​ຫລາຍ ໄດ້​ຜົນ​ຂາວ​ຂຶ້ນ​ແທ້ ແຕ່​ຂາວ​ພຽງເວລາສັ້ນໆ​ເທົ່າ​ນັ້ນ​ ຫາກ​ໂຊກ​ຮ້າຍ​ອາດ​ຖືກ​ຢາ​ປອມ!!! ໝໍ​ປອມ​ອີກ!!! ການ​ສີດ​ຢາ​ຈຳ​ເປັນ​ຕ້ອງ​ກະທຳ​ໂດຍ​ຜູ້​ປະກອບ​ວິ​ຊາ​ຊີບ​ທີ່​ຊ່ຽວຊານ​ເທົ່າ​ນັ້ນ ເພື່ອ​ປ້ອງ​ກັນ​ບັນຫາ​ທີ່​ອາດ​ເກີດ​ຂຶ້ນ​ໄດ້​ລະຫວ່າງ​ການ​ໃຫ້​ຢາ ເຊັ່ນ ການ​ສີດ​ຢາ​ໃນ​ອັດຕາ​ທີ່​ໄວ​ເກີນ​ໄປ ການ​ຕິດ​ເຊື້ອ​ໃນ​ກະ​ແສ​ເລືອດ​ຈາກ​ເຄື່ອງ​ມື​ທີ່​ບໍ່​ສະ​ອາດ​ເກີດ​ຟອງ​ອາ​ກາດ​ອຸດ​ຕັນ​ຫລອດ​ເລືອດ ອາດ​ເຮັດໃຫ້​ເສຍ​ຊິ​ວິດ​ໄດ້​ທັນທີ
  4. ທາ​ທຸກ​ມື້​ຂາວ​ແທ້​ຫລື​ບໍ່
    ສານ​ກູ​ຕາ​ໄທ​ໂອນ ເມື່ອ​ນຳ​ມາ​ປະສົມ​ໃນ​ຜະລິດຕະພັນ​ປະ​ເພດ​ຄີມ ຫລື​ເຈນ ສຳລັບ​ທາ​ຜິວ​ໜັງ ເພື່ອ​ຫວັງ​ໃຫ້​ຜິວ​ຂາວ​ນັ້ນຈະ​ບໍ່​ໄດ້ຮັບ​ປະໂຫຍດ​ໃດໆເພາະ​ໂມ​ເລ​ກຸນ​ສານ​ນີ້​ຄ່ອນ​ຂ້າງ​ໃຫຍ່ບໍ່​ສາມາດ​ຊຶມ​ຜ່ານ​ຜິວ​ໜັງ​ໄດ້ສາວໆ​ມັກ​ຖືກ​ຕວະ​ຈາກ​ຜະລິດຕະພັນ​ບຳ​ລຸງ​ຜິວ
  5. ມີ​ອຍ. ຕ້ອງ​ປອດ​ໄພ​
    ຫລາຍ​ຄົນ​ຕວະ​ຂາຍ​ວ່າ ກູ​ຕ້າ​ໄທ​ໂອນ​ມີ ອຍ. ແລ້ວ​ ປະຈຸບັນ​ທີ່​ພົບ​ທົ່ວ​ໄປ​ໃນ​ທ້ອງຕະຫ​ລາດ​ເປັນ​ຢາ​ເມັດ​ທີ່ ອຍ. ອະນຸຍາດ​ໃຫ້​ຂາຍ​ເປັນ​ອາຫານ​ເສີມ​ນັ້ນ ທີ່​ຈິງ​ເປັນ​ສານ​ຕັ້ງ​ຕົ້ນ​ໃນ​ການ​ສັງ​ເຄາະ​ກູ​ຕາ​ໄທ​ໂອນ​ຄື ອະ​ໝິ​ໂນ​ແອ​ຊິດ ເອັນ​ອະ​ຊິ​ທິນ​ຊິດ​ເຕ​ອີນ ຊຶ່ງ​ໂມ​ເລ​ກຸນ​ຊະນິດ​ນີ້ ຈະ​ສາມາດ​ຖືກ​ດູດ​ຊຶມ​ເຂົ້າ​ທາງເດີນ​ອາຫານ​ໄດ້​ງ່າຍ​ແລະ​ວ່ອງໄວ ແລະ​ຈະ​ໄປ​ລວມ​ຕົວ​ກັບ​ໂປ​ຕີນ​ອີກ 2 ຊະນິດ ຄື ອະ​ໝິ​ໂນ​ແອ​ຊິດ ໄກ​ຊິນ ແລະ ກູ​ຕາ​ເມດ​ທີ່​ມີ​ຢູ່​ຫລວງຫລາຍ​ໃນ​ກະ​ແສ​ເລືອດ​ຈາກ​ອາຫານ​ທີ່​ຮັບປະທານ​ເຂົ້າໄປ ການ​ລວມ​ຕົວ​ຂອງ​ມິ​ໂນ​ແອ​ຊິດ​ທັງ 3 ຊະນິດ ກໍ່​ໃຫ້​ເກີດ​ເປັນ​ໂມ​ເລ​ກຸນ​ກູ​ຕາ​ໄທ​ໂອນ​ໃນ​ກະ​ແສ​ເລືອດ

 

 

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...