spot_img
Homeຄວາມງາມຜິວ​ກາຍ​ແພ້​ງ່າຍ ເພາະ​ເຫດ​ນີ້​ຫລື​ບໍ່?

ຜິວ​ກາຍ​ແພ້​ງ່າຍ ເພາະ​ເຫດ​ນີ້​ຫລື​ບໍ່?

Published on

2
ຜິວ​ກາຍ​ຈະ​ມີ​ໂອ​ກາດ​ແພ້​ນ້ອຍ​ກວ່າ​ຜິວ​ໜ້າ ແຕ່​ກໍ​ບໍ່ແມ່ນວ່າ​ຈະ​ບໍ່​ມີ​ປັດ​ໄຈ​ທີ່​ເຮັດໃຫ້​ເກີດ​ການ​ລະ​ຄາຍ​ເຄືອງມາ​ເບິ່ງ​ກັນ​ວ່າມີ​ປັດ​ໄຈ​ໃດ​ແນ່ທີ່ທຳຮ້າຍ​ຜິວ​ກາຍ​ໃຫ້​ລະ​ຄາຍ​ເຄືອງ

  1. ປັດ​ໄຈ​ພາຍ​ໃນ
    ຜິວ​ກາຍ​ແພ້​ງ່າຍ​ເກີດ​ຂຶ້ນ​ໄດ້​ທຸກ​ຊ່ວງ​ອາ​ຍຸ ແຕ່​ມັກ​ພົບ​ເລື້ອຍ​ໃນ​​ເດັກນ້ອຍ​ແລະ​ຜູ້​ສູງ​ອາ​ຍຸ ຜິວ​ເດັກນ້ອຍ​ມີ​ຄວາມ​ໜາ​ລະ​ມານ 1 ໃນ 5 ຂອງ​ຜິວ​ຜູ້ໃຫຍ່ ອີກ​ທັງ​ເກາະ​ປ້ອງ​ກັນ​ຜິວ​ຍັງ​ບໍ່​ສາມາດ​ເຮັດວຽກ​ໄດ້​ເຕັມ​ທີ່ ຈຶ່ງ​ເຮັດໃຫ້​ໄວ​ຕໍ່​ສານ​ເຄ​ມີ​ແລະ​ລັງສີ​ຍູ​ວີ
    ສ່ວນ​ຜູ້ໃຫຍ່​ເມື່ອ​ອາ​ຍຸ​ຫລາຍ​ຂຶ້ນການເຮັດວຽກງານ​ຂອງ​ເກາະ​ປ້ອງ​ກັນ​ຜິວ​ກໍ​ເລີ່ມ​ເສື່ອມ​ສະພາບ ເພາະ​ການ​ຜະລິດ​ນ້ຳ​ມັນ​ຊັ້ນ​ຜິວ​ເລີ່ມ​ລຸດລົງ​ຫລື​ມີ​ການ​ປ່ຽນ​ແປງ​ທາງ​ຮອລ໌​ໂມນ ບໍ່​ວ່າ​ຈະ​ຈາກ​ການ​ຕັ້ງທ້ອງ​ຫລື​ເຂົ້າ​ສູ່​ໄວ​ໝົດ​ປະຈຳ​ເດືອນ ປັດ​ໄຈ​ເຫລົ່າ​ນີ້​ຕົວ​ເຮັດ​ໄປ​ຜິວ​ລະ​ຄາຍ​ເຄືອງ​ງ່າຍ​ຂຶ້ນ
    ນອກ​ຈາກ​ນັ້ນ​ຄວາມ​ຄຽດ​ແລະ​ການ​ພັກ​ຜ່ອນ​ບໍ່​ພຽງ​ພໍ​ຍັງ​ເປັນ​ປັດ​ໄຈ​ສຳຄັນ​ທີ່​ເຮັດໃຫ້​ຜິວ​ແພ້​ງ່າຍ​ ຍິ່ງ​ກິນ​ອາຫານ​ທີ່​ຂາດ​ຄຸນຄ່າ​ທາງ​ໂພສະ​ນາ​ການ​ແລະ​ດື່ມ​ນ້ຳ​ບໍ່​ພຽງ​ພໍ ກໍ​ຈະ​ເຮັດໃຫ້​ຜິວ​ທີ່​ແຫ້ງ ຂາດ​ນ້ຳ ແລະ​ລະ​ຄາຍ​ເຄືອງ​ຢູ່​ແລ້ວ​ເກີດ​ອາການ​ແພ້​ງ່າຍ​ຂຶ້ນ
  2. ປັດ​ໄຈ​ພາຍ​ນອກ
    ອາ​ກາດຜິວ​ທີ່​ຢູ່ໃນ​ຫ້ອງ​ແອ​ຕະຫລອດ​ໝົດ​ມື້​​ການ​ປ່ອຍ​ສານ​ທີ່​ຊ່ວຍ​ຮັກສາຄວາມ​ສົມ​ດຸນ​ຂອງ​ນ້ຳ​ມັນ​ເຄືອບ​ຜິວ ສ່ວນ​ອາ​ກາດ​ຮ້ອນ​ກໍ​ເຮັດໃຫ້​ເຫື່ອ​ອອກ​ແລະ​ນ້ຳ​​ຫລໍ່​ລ້ຽງ​ຜິວ​ລະ​ເຫຍ​ໄປ ຜິວ​ຈຶ່ງ​ແຫ້ງ​ແລະ​ລະ​ຄາຍ​ເຄືອງ​ງ່າຍ
    ລັງສີ​ຍູ​ວີ​ແລະ​ມົນ​ພາ​ວະ ກໍ່​ໃຫ້​ເກີດ​ອະ​ໜຸ​ມູນ​ອິດສະຫລະ​ໃນ​ຊັ້ນ​ຜິວເກາະ​ປ້ອງ​ກັນ​ຜິວ​ຈຶ່ງ​ອ່ອນແອ ອີກ​ທັງ​ການ​ຖືກ​ແສງ​ແດດ​ດົນ​ໆໂດຍ​ບໍ່​ໄດ້​ທາ​ຄີມ​ກັນ​ແດດ​ຈະ​ເຮັດໃຫ້​ຜິວ​ແຫ້ງ​ຂາດ​ນ້ຳ​ຈົນ​ຄາຍ​ເຄືອງ​ງ່າຍ
    ຜະລິດຕະພັນ​ເບິ່ງແຍງ​ຜິວເຊັ່ນ ສານ​ທຳຄວາມ​ສະ​ອາດ​ບາງ​ຊະນິດ​ເຮັດໃຫ້​ນ້ຳ​ມັນ​ທຳມະຊາດ​ເທິງ​ຊັ້ນ​ຜິວ​ຫາຍ​ໄປ ສ່ວນ​ນ້ຳ​ຫອມ ສີ​ສັງ​ເຄາະ ແລະ​ແອນ​ກໍ​ຮອລ໌​ໃນ​ຜະລິດຕະພັນ​ບາງ​ປະ​ເພດ​ກໍ​ເຮັດໃຫ້​ຜິວ​ລະ​ຄາຍ​ເຄືອງ

ສານ​ທີ່​ອາດ​ກໍ່​ໃຫ້​ເກີດ​ອາການ​ແພ້
ນ້ຳ​ຫອມ​ແລະ​ແອນ​ກໍ​ຮໍ ຄວນ​ຫລີກ​ລ້ຽງ​ການ​ໃຊ້​ເຄື່ອງ​ສຳ​ອາງ​ແລະ​​ສຳ​ອາງ​ທີ່​ແຕ່ງ​ສີ ແຕ່ງ​ກິ່ນ
ຢາ​ຮັກສາ​ສິວ​ກຸ່ມ​ເລ​ຕິ​ນອຍສານ​ກຸ່ມ​ນີ້​ມີ​ຜົນ​ຂ້າງ​ຄຽງ​ເຮັດໃຫ້​ຜິວ​ແດງຜິວ​ລອກໂດຍ​ສະເພາະ​ພາຍ​ໃນ​ເດືອນ​ທຳອິດ​ຫລັງ​ໃຊ້​ໄລຍະ​ທຳອິດ​ຈຶ່ງ​ແນະ​ນຳ​ໃຫ້​ໃຊ້​ສານ​ນີ້​ໜຶ່ງ​ມື້​ເວັ້ນ​ສອງ​ມື້ ຜ່ານ​ໄປ 2 ອາທິດ​ຈຶ່ງ​ໃຊ້​ມື້​ເວັ້ນ​ມື້ ຖ້າ​ບໍ່​ມີ​ອາການ​ຄັນ​ ຈຶ່ງ​ຈະ​ທາ​ໄດ້​ທຸກ​ມື້ໂດຍ​ໃຊ້​ສະເພາະ​ຕອນ​ກາງ​ຄືນ​ໃນ​ປະລິມານ​ເທົ່າ​ເມັດ​ຖົ່ວ​ຂຽວ​ເທົ່າ​ນັ້ນ ສ່ວນ​ຕອນ​ກາງເວັນ​ຕ້ອງ​ຫລີກ​ລ້ຽງ​ແສງ​ແດດ​ແລະ​ຄວນ​ທາ​ຄີມ​ກັນ​ແດດ​ຮ່ວມ​ດ້ວຍ
           

 

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...